ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຄວນຢຸດ ວົງຈອນ ຂອງການແຊກ ແຊງ ແລະ ການຈະລາຈົນ


ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວຕໍ່ພວກຜູ້ສະໜັບສະໜູນ ໃນການຊຸມນຸມທີ່ເມືອງ Fayetteville, ລັດ North Carolina, 6 ທັນວາ, 2016.
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວຕໍ່ພວກຜູ້ສະໜັບສະໜູນ ໃນການຊຸມນຸມທີ່ເມືອງ Fayetteville, ລັດ North Carolina, 6 ທັນວາ, 2016.

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ທ່ານ Donald Trump ໄດ້ກັບມາເວົ້າເຖິງວິ ໄສທັດຂອງ​ທ່ານ ກ່ຽວກັບນະໂຍບາຍການຕ່າງປະ ເທດ ບໍ່ແຊກແຊງຂອງ ສະຫະລັດ ໃນ ວັນອັງຄານວານນີ້, ໂດຍໄດ້ກ່າວ ​ແບບ​ດຽວກັບທີ່ໄດ້ກ່າວເອົາໄວ້ ໃນການໂຄສະນາຫາ ສຽງຂອງທ່ານວ່າ, ທ່ານບໍ່ຢາກໃຫ້ກອງກຳລັງທະຫານ ອາເມຣິກັນ ຕໍ່ສູ້ “ຢູ່ໃນຂົງເຂດທີ່ ພວກເຮົາບໍ່ຢາກຈະໄປຕໍ່ສູ້.”

ໃນການກ່າວຄຳປາໄສ ລະຫວ່າງການ​ຊຸມນຸມ​ເພື່ອ “ສະແດງຄວາມຂອບໃຈ” ຕໍ່ພວກສະ ໜັບສະໜູນຂອງທ່ານໃນເມືອງ Fayetteville ລັດ North Carolina ນັ້ນ, ທ່ານ Trump ໄດ້ກ່າວວ່າແທນທີ່ຈະ ເປັນແນວນັ້ນ, ຈຸດເພັ່ງເລັງຂອງທ່ານ ແມ່ນຈະເປັນການເອົາຊະນະ ພວກກໍ່ການຮ້າຍ, ລວມທັງກຸ່ມລັດອິສລາມ.

ທ່ານ Trump ໄດ້ກ່າວວ່າ “ພວກເຮົາຈະເຊົາໂຄ່ນລົ້ມລະບອບການ ປົກຄອງຂອງຕ່າງ ປະເທດທີ່ພວກເຮົາບໍ່ຮູ້ຈັກຫຍັງກ່ຽວກັບມັນ, ສິ່ງທີ່ພວກເຮົາບໍ່ຄວນເຂົ້າໄປມີສ່ວນ ຮ່ວມ.”

ທ່ານໄດ້ກ່າວວ່າ ສະຫະລັດ ຄວນຍຸຕິ​ໃນສິ່ງທີ່ທ່ານເອີ້ນວ່າ “ວົງຈອນການທຳລາຍລ້າງ ຂອງການແຊກແຊງ ແລະການຈະລາຈົນ.”

ທ່ານ Trump ໄດ້ໃຫ້ຄຳສັນຍາທີ່​ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ກອງທັບ, ​ແຕ່ທ່ານໄດ້ ກ່າວວ່າ ຈຸດປະສົງແມ່ນເພື່ອສະແດງຄວາມ​ເຂັ້ມແຂງ ບໍ່ແມ່ນເພື່ອການຮຸກຮານ.

ຫຼັງຈາກຖືກຖາມຢູູ່ເປັນປະຈຳໃນລະຫວ່າງການໂຄສະນາຫາສຽງຂອງທ່ານວ່າ ອົງການ NATO ແລະພັນທະມິດອື່ນໆຕ້ອງຈ່າຍເງິນເທົ່າກັນຫຼືບໍ່ນັ້ນ ທ່ານ Trump ໄດ້ກ່າວໃນວັນ ອັງຄານວານນີ້ວ່າ ທ່ານຢາກເຮັດໃຫ້ “ມິດຕະພາບອັນເກົ່າ” ມີຄວາມເຂັ້ມແຂງຂຶ້ນ ແລະ ຊອກຫາໝູ່ໃໝ່.

ໃນການຊຸມນຸມດຽວກັນນັ້ນ, ທ່ານ Trump ໄດ້ປະກາດຢ່າງເປັນທາງ ການວ່າ ທ່ານໄດ້ ເລືອກນາຍພົນນາວິກະໂຍທິນທີ່ບຳນານແລ້ວ ທ່ານ James Mattis ເປັນຜູ້ທີ່ຖືກສະເໜີ ຊື່​ໃຫ້​ເຂົ້າຮັບຕຳແໜ່ງລັດຖະມົນຕີປ້ອງກັນປະເທດ.

ທ່ານ Trump ໄດ້ກ່າວວ່າ “ພາຍໃຕ້ການນຳພາຂອງທ່ານ, ໃນຕຳແໜ່ງທີ່ມີຄວາມສຳ ຄັນນີ້, ພວກເຮົາຈະສ້າງສາຄືນກອງທັບຂອງພວກເຮົາ ແລະ ພັນທະມິດຕ່າງໆ, ທຳ ລາຍພວກກໍ່ການຮ້າຍ, ປະເຊີນໜ້າ ກັບສັດຕູຂອງພວກເຮົາ ແລະ ເຮັດໃຫ້ ອາເມຣິກາ ມີຄວາມປອດໄພອີກຄັ້ງ.”

ທ່ານ Michael O’Hanlon ຜູ້ຊ່ຽວຊານອາວຸໂສດ້ານການປ້ອງກັນ ປະເທດທີ່ ສະຖາບັນ Brookings ໄດ້ເອີ້ນທ່ານ Mattis ວ່າ ​ເປັນ​ໜຶ່ງ​ໃນ​ບັນດານາຍພົນທີ່ດີທີ່ສຸດ, ມີຄວາມຮູ້ ຫຼາຍທີ່ສຸດ ແລະ ກໍມີປະ ສົບການຖຫຼາຍທີ່ສຸດໃນຍຸກສະໄໝຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Transition
please wait
Embed

No media source currently available

0:00 0:02:12 0:00

XS
SM
MD
LG