ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ກ່າວປ້ອງກັນການພົບປະໃນປີ 2016 ລະຫວ່າງລູກຊາຍຂອງເພິ່ນ ກັບທະນາຍ ຄວາມທີ່ເຊື່ອມໂຍງກັບວັງເຄັມລິນ


ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ກ່າວໃນລະຫວ່າງ
ການເຕົ້າໂຮມກັນ ຢູ່ ສູນກາງລຸຍສວິລ ລັດໂອຮາຍ ໂອ ວັນທີ 4 ສິງຫາ 2018.
ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ກ່າວໃນລະຫວ່າງ ການເຕົ້າໂຮມກັນ ຢູ່ ສູນກາງລຸຍສວິລ ລັດໂອຮາຍ ໂອ ວັນທີ 4 ສິງຫາ 2018.

ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ​ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ປ້ອ​ງກັນ​ການ​ພົບ
​ປະ​ໃນ​ປີ 2016 ຂອງ​ລູກ​ຊາຍ​ກົກຂອງ​ທ່ານ ຄື​ທ່ານ​ດໍ​ໂນ​ລ ທຣໍາ ຈູ​ເຍຍ ທີ່​ເຊື່ອ​ມໂຍງ​ກັບ​ທະນາຍຄວາມວັງ​ເຄັມ​ລິນ ​ເພື່ອ​ “ເອົາຂໍ້ມູນກ່ຽວກັບ​ຄູ່​ແຂ່ງຂັນສັງກັດ​ພັກ​ເດ​ໂມ​ແຄຣັດ
ທ່ານ​ນາງ​ຮີ​ລລາຣີ ຄລິນ​ຕັນນັ້ນ ວ່າຖືກ “ຕ້ອງຕາ​ມກົດໝາຍ​ທັງ​ໝົດ ​ແລະ​ໄດ້​ເຮັດກັນມາຕະຫຼອດ ຢູ່ໃນ​ການ​ເມືອງ.”

ຢູ່ໃ​ນຖະ​ແຫຼ​ງການ​ທີ່​ຊັດເຈນ​ກ່ຽວ​ກັບ​ການ​ພົບ​ປະດັ່ງກ່າວ ​ຢູ່​ສູນກາງໃຫຽ່ການ​ໂຄສະນາ
​ຫາ​ສຽງຢູ່ຕຶກ​ທຣໍາ​ໃນ​ນະຄອນ​ນິວຢອກ​ ທ່ານ ທຣຳ​ ​ກ່າວ​ຢູ່​ການ​ຂຽນ​ລົງ​ໃນ​ທາງ​ທວິດ​ເຕີ​
ວ່າ ທ່ານ​ບໍ່ໄດ້​ຮູ້​ລ່ວງໜ້າ ກ່ຽວ​ກັບ​ການ​ສົນທະນາ​ຂອງ​ລູກ​ຊາຍ​ຂອງ​ທ່ານ​ ​ກັບທະນາຍ
ຄວາມຣັດ​ເຊຍ ທ່ານ​ນາງ​ນາ​ຕາເລຍ ​ເວີ​ແຊນ​ນິຕສກາ​ຢາ ​ແລະ​ການ​ປະຊຸມ​ດັ່ງກ່າວ
“ບໍ່​ໄດ້​ກ້າວ​ໜ້າ​ໄປ​ໃສ.”

ປະທານາທິບໍດີ​ທຣໍາ ​ເມື່ອ​ນຶ່ງ​ປີ​ກ່ອນ​ ໄດ້ບອກໃຫ້ຄົນຂຽນລົງຂໍ້ຄວາມທີ່ພາໃຫ້ເຂົ້າໃຈຜິດ ກ່ຽວກັບການປະຊຸມຂອງ​ລູກ​ຊາຍ​ເພິ່ນກັບ ​ຍານາງເວີ​ແຊນ​ນິຕສກາ​ຢາ ວ່າແມ່ນ​ກ່ຽວ​ກັບ
​ການ​ຮັບ​ເອົາເດັກນ້ອຍຣັດ​ເຊຍ​ມາ​ລ້ຽງເປັນລູກບຸນທຳ. ລູກ​ຊາຍ​ຂອງ​ທ່ານ​ທຣໍາ ຕໍ່​ມາ​ໄດ້
​ຮັບ​ຮູ້​ວ່າ ການ​ພົບ​ປະ​ໄດ້​ຈັດ​ຂຶ້ນ​ຢູ່​ຫ້ອງການ​ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທຣໍາ ເພື່ອຈະ​ໄດ້
ຮັບ​ຂູ້ມູນ​ການ​ກະທຳ​ຜິດ​ຂອງທ່າ​ນ

ນາງຄລິນ​ຕັນ ທີ່ກ່າວ​ຢູ່ໃນ​ອີເມ​ລສະບັບນຶ່ງ​ວ່າ ທ່ານ​ຈະ “ມັກ​ທີ່​ສຸດ” ຖ້າ​ໄດ້ຮັບເອກ​ກະ
ສາ​ນອັນໃດທີ່ເປັນການຕ້ານ​ທ່ານ​ນາງຄລິນ​ຕັນ.

ທ່າ​ນທຣໍາໄດ້ຮ້ອງລາຍງານຂ່າວຫວ່າງບໍ່​ເທົ່າ​ໃດມື້​ມາ​ນີ້​ວ່າ “​ເປັນ​ເລື້ອງ​ເສກ​ສັນ​ປັ້ນ​ແຕ່ງ​
ທັງ​ໝົດ” ທີ່​ທ່ານ​ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ດ້ານ​ກົດໝາຍ ທີ່​ລູກ​ຊາຍ​
ຂອງ​ທ່ານ​ອາດ​ຈະປະ​ເຊີນ​ໜ້າ​ຍ້ອນ​ການຈັດ​ກອງປະຊຸມ​ຢູ່​ຕຶກ​ຊີ້ຟ້າ​ທຣໍານັ້ນ.

ທ່ານ​ທຣໍາກ່າວ​ວ່າ “ຂີ້ຮ້າຍຫຼາຍ ທີ່​ສ່ວນ​ໃຫຍ່ຂອງສື່​ມວນຊົນປະຕິ​ເສດບໍ່​ລາຍ​ງານ​ການ​
ຕົວະ​ຕົ້ມ ​ແລະ​ສໍ້​ລາດ​ບັງ​ຫຼວງ​ທີ່​ພົວພັນ​ກັບ​ການແກ້​ແຄ້ນ ​ເພ​າະສະ​ນັ້ນ​ລະ ​ພວກ​ເຮົາຈຶ່ງ
​ຮ້ອງ​ມັນ​ວ່າ​ ເປັນຂ່າວ​ຂີ້​ຕົວະ.”

ທ່ານ​ມັລ​ເລີ ພວມຢູ່ໃນ​ທ່າມກາງ ເວລາ 15 ​ເດືອນຂອງການ​ສືບສວນ​ທີ່ວ່າຣັດ​ເຊຍພົວ
ພັນໃນການ​ເລືອກ​ຕັ້ງ​ປະທານາທິບໍດີ ​ປີ 2016 ການ​ໂຄສະ​ນາ​ຫາ​ສຽງທີ່​ພົວພັນ​ກັບຣັດ
​ເຊຍ​ວ່າ​ທ່ານ​ທຣໍາ ​ໃນ​ນາມ​ປະທານາທິບໍດີ ​ໄດ້​ຂັດຂວາງ​ຄວາມຍຸຕິ​ທໍາ​ໂດຍ​ການ​ພະຍາ
ຍາມ​ປັດ​ປ່າຍການ​ສືບ​ສວນ. ປະທານ​າທິບໍດີ​ທຣໍາ​ໄດ້​ປະຕິ​ເສດຊໍ້າ​ແລ້ວ​ຊໍ້າ​ອີກວ່າບໍ່ໄດ້
ມີການສົ​ມຮູ້ຮ່ວມຄິດ​ ກັບຣັດ​ເຊຍ ຫຼື​ການກະທຳ​ຜິດ​ໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG