ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ: ສະ​ຫະ​ລັດ ໄດ້ ‘ໃສ່ລູກປືນ ແລະ ກຽມພ້ອມ’ ທີ່ຈະຕອບໂຕ້ ການໂຈມຕີ ໃສ່​ນ້ຳ​ມັນຂອງ ຊາ​ອຸ​ດີ ອາ​ຣາ​ເບຍ


ໂຮ​ງ​ງານ​ກັ່ນ​ນ້ຳ​ມັນ ອາ​ຣຳ​ໂກ ຕັ້ງ​ຢູ່​ໃກ້​ກັບ​ຂົງ​ເຂດ ອາ​ລ-ເຄີ​ດ​, ພ​າກ​ໃຕ້​ຂອງ​ນະ​ຄອນຫຼວງ ຣີ​ຢາດ, ຊາ​ອຸ​ດີ ອາ​ຣາ​ເບຍ. 15 ກັນ​ຍາ 2019.
ໂຮ​ງ​ງານ​ກັ່ນ​ນ້ຳ​ມັນ ອາ​ຣຳ​ໂກ ຕັ້ງ​ຢູ່​ໃກ້​ກັບ​ຂົງ​ເຂດ ອາ​ລ-ເຄີ​ດ​, ພ​າກ​ໃຕ້​ຂອງ​ນະ​ຄອນຫຼວງ ຣີ​ຢາດ, ຊາ​ອຸ​ດີ ອາ​ຣາ​ເບຍ. 15 ກັນ​ຍາ 2019.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ກອງກຳລັງຂອງ ອາເມຣິກາ
ແມ່ນໄດ້ ‘ໃສ່ລູກປືນ ແລະ ກຽມພ້ອມ’ ທີ່ຈະຕອບໂຕ້ຄືນການໂຈມ ຕີທີ່ຮ້າຍແຮງ ຕໍ່ພື້ນ
ທີ່ໂຮງກັ່ນນ້ຳມັນທີ່ໃຫຍ່ທີ່ສຸດຂອງ ຊາອຸດີ ອາຣາເບຍ ແລະ ສະຖານທີ່ແຫລ່ງນ້ຳມັນ
ດິບ ເພື່ອຮັກສາສະຖຽນລະພາບທີ່ໃຫຍ່ທີ່ສຸດ ຂອງໂລກ.

“ມີເຫດຜົນທີ່ເຊື່ອໄດ້ວ່າ ພວກເຮົາຮູ້ດີວ່າໂຕການແມ່ນໃຜ່” ທ່ານທຣຳ ໄດ້ຂຽນ ລົງທວິດ
ເຕີ້ ເມື່ອຕອນແລງວັນອາທິດວານນີ້. ທ່ານໄດ້ກ່າວຕື່ມວ່າ ທ່ານກຳລັງ ລໍຖ້າຮັບຟັງຈາກ
ຝ່າຍ ຊາອຸດີ ວ່າພວກເຂົາເຈົ້າເຊື່ອວ່າ ຜູ້ໃດຢູ່ເບື້ອງຫລັງການ ໂຈມຕີ ແລະ “ພາຍໃຕ້
ເງື່ອນໄຂອັນໃດທີ່ພວກເຮົາຄວນດຳເນີນການຕໍ່ໄປ.”

ກ່ອນໜ້ານີ້ ທ່ານໄມຄ໌ ພອມພຽວ ລັດຖະມົນຕີວ່າການຕ່າງປະເທດ ໄດ້ຂຽນ ລົງທວິດ
ເຕີ້ ວ່າ “ອີຣ່ານ ມາບັດນີ້ ກໍໄດ້ເລີ້ມຕົ້ນການໂຈມຕີທີ່ບໍ່ເຄີຍມີມາກ່ອນ ຕໍ່ແຫລ່ງສະໜອງ
ພະລັງງານຂອງໂລກ” ຊຶ່ງເປັນການບໍ່ສົນໃຈກັບການກ່າວອ້າງ ເອົາຄວາມ ຮັບຜິດຊອບ
ໂດຍກຸ່ມກະບົດ ຮູຕີ ໃນ ເຢເມນ ທີ່ໄດ້ຮັບການໜຸນຫຼັງ ຈາກ ອີຣ່ານ ຜູ້ທີ່ໄດ້ກ່າວວ່າ
ພວກເຂົາໄດ້ດຳເນີນການໂຈມຕີດ້ວຍເຮືອບິນ ໂດຣນຫຼາຍລຳ.

ສ່ວນ ອີຣ່ານ ເອີ້ນການກ່າວຫາຕົນຢູ່ເບື້ອງຫລັງການໂຈມຕີວ່າ “ຂີ້ຕົວະຢ່າງ ສຸດຂີດ.”

ເປົ້າໝາຍທີ່ເປັນໄປໄດ້ສູງໃນ ອີຣ່ານ ສຳລັບ ສະຫະລັດ ຫຼື ຊາອຸດີອາຣາເບຍ “ຄວນຈະ
ເປັນ ໂຮງກັ່ນນໍ້າມັນ ແລະສະຖານທີ່ອຸດສາຫະກຳນໍ້າມັນ ທີ່ສຳຄັນໆ” ອີງຕາມການກ່າວ
ຂອງທ່ານ ອາລີ ຊີຮາບີ ຜູ້ກໍ່ຕັ້ງມູນນິທິອາຣາເບຍ ຕໍ່ວີໂອເອ.

ທ່ານ ຊີຮາບີ ກ່າວວ່າ ເຖິງແມ່ນທ່ານ ທຣຳ ໄດ້ຂຽນລົງທວິດເຕີ້ກໍຕາມ ມັນກໍບໍ່ ກ່ຽວກັບ
“ການຕັດສິນໃຈ” ຂອງ ຣີຢາດ, ເຊິ່ງການດຳເນີນການໃດໆທີ່ ຊາອຸດີ ອາຣາເບຍ ເຮັດ
ໃນ “ການຕອບໂຕ້ໃນທົ່ວຂົງເຂດອ່າວເປີເຊຍ ນັ້ນ ຈະເປັນ ການເປີດເຜີຍທີ່ຕັ້ງຂອງກຳ
ລັງທະຫານ ສະຫະລັດ ແລະ ສະຖານທີ່ຕ່າງໆ ຕໍ່ການໂຈມຕີຂອງ ອີຣ່ານ. ສະນັ້ນແລ້ວ
ຊາອຸດີ ແມ່ນຕ້ອງປະສານງານກັບ ສະຫະລັດ.”

ນັກວິຊາການ ທ່ານແຈັຟຟຣີ ລູວິສ (Jeffrey Lewis) ຢູ່ທີ່ສະຖາບັນ ມິດໂດ ເບີຣີ ເພື່ອ
ການສຶກສາລະຫວ່າງປະເທດ ກ່າວວ່າ ການທີ່ທ່ານ ທຣຳ ປ່ອຍໃຫ້ ຊາອຸດີ ຕັດສິນໃຈ
ເອົາເອງນັ້ນ ແມ່ນ “ເປັນຕາເວດທະນາ.”

ທ່ານ ລູວິສ ເປັນຜູ້ກໍ່ຕັ້ງ ເວັບໄຊ້ Arms Control Wonk ແລະ ເຜີຍແຜ່ບົດ ຄວາມເຫັນ
ຫຼືເອີ້ນວ່າ ບລອກ ໄດ້ກ່າວຕໍ່ວີໂອເອວ່າ ທ່ານປະທານາທິບໍດີ ສະຫະລັດ “ເຫັນໄດ້ຢ່າງ
ຈະແຈ້ງແລ້ວວ່າ ທ່ານປະທາງອອກໄວ້ສຳລັບທ່ານ ເອງ” ເພື່ອທີ່ທ່ານຈະສາມາດປະ
ກາດວ່າ ທ່ານ “ຢາກຕອບໂຕ້ຄືນ, ແຕ່ມັນ ເປັນຝ່າຍ ຊາອຸດີ ຜູ້ທີ່ໄດ້ບອກວ່າ ບໍ່.”

ທ່ານລູວິສ ກ່າວຕື່ມວ່າ ທ່ານທຣຳ “ມັກຈະເວົ້າແຂງກ້າ ແລະ ຂ້າພະເຈົ້າ ບໍ່ສາມາດປະ​
ຕິເສດສິ່ງທີ່ເປັນສັນຍາລັກສຳຄັນ. ແຕ່ຂ້າພະເຈົ້າ ບໍ່ຄຶດວ່າ ທ່ານກ້າທີ່ຈະເລີ້ມຕົ້ນສົງ
ຄາມ.”

ຄວາມເຄັ່ງຕຶງທີ່ເພີ້ມຂຶ້ນເລື້ອຍໆນັ້ນ ໄດ້ສົ່ງຜົນໃຫ້ລາຄານ້ຳມັນສູງຂຶ້ນໃນ ການຄ້າຂາຍ
ໃນວັນຈັນມື້ນີ້.

ລະດັບມາດຕະຖານຂອງລາຄານ້ຳມັນ ໃນອະນາຄົດ ຈະຖີບຕົວສູງຂຶ້ນຫຼາຍ ຈາກ 11
ໂດລາ 73 ເຊັນ ຕໍ່ຖັງ ເປັນ 71 ໂດລາ 95 ເຊັນ ໃນຂະນະທີ່ຕະຫຼາດເປີດການຄ້າຂາຍ
ຊຶ່ງຈະເປັນລາຄາທີ່ສູງຂຶ້ນ ຫຼາຍທີ່ສຸດໃນແງ່ຂອງສະກຸນເງິນໂດລາ ທີ່ບໍ່ເຄີຍມີມາກ່ອນ
ນັບຕັ້ງແຕ່ ການຄ້າຂາຍໃນອະນາຄົດ ໄດ້ເລີ້ມຕົ້ນຂຶ້ນ ໃນປີ 1988 ເປັນເຕົ້ນມາ ກ່ອນ
ທີ່ມັນຈະຫລຸດລົງເລື້ອຍມາ ຂະນະທີ່ການຄ້າຂາຍ ດຳເນີນໄປຢູ່ນັ້ນ.

ທ່ານທຣຳ ຍັງໄດ້ປະກາດໃນວັນອາທິດວານນີ້ ວ່າ ທ່ານໄດ້ອະນຸຍາດໃຫ້ ປົດປ່ອຍນ້ຳ
ມັນ ຈາກຄັງນ້ຳມັນດ້ານຍຸດທະສາດທີ່ສະສົມໄວ້ນັ້ນ ຖ້າຫາກຕ້ອງການ “ໃນຈຳນວນ
ທີ່ຈະຕ້ອງໄດ້ກຳນົດ” ເພື່ອຮັກສາໄວ້ ການສະໜອງຕໍ່ຕະຫຼາດຢ່າງພຽງພໍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG