ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ ທຣຳ ກ່າວ​ວ່າ ສຫລ ຍັງ​ບໍ່​ທັນ​ “ຍຸຕິ” ​​ການ​ເຈລະຈາ ທາງດ້ານ​ການ​ຄ້າ ​ກັບ​ຈີນ​ເທື່ອ


ປ້າຍບໍລິສັດ​ເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ ZTE ທີ່ໜ້າສູນກາງໃຫ້ບໍລິການ ເມືອງຮວງໂຊ, ແຂວງເຊຈຽງ, ຈີນ, ວັນທີ 14 ພຶດສະພາ 2018.
ປ້າຍບໍລິສັດ​ເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ ZTE ທີ່ໜ້າສູນກາງໃຫ້ບໍລິການ ເມືອງຮວງໂຊ, ແຂວງເຊຈຽງ, ຈີນ, ວັນທີ 14 ພຶດສະພາ 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ກ່າວ​ວ່າ ສະຫະ​ລັດ ຍັງ​ບໍ່​ທັນ​ “ຍຸຕິ”
ການ​ເຈລະຈາທາງດ້ານ​ການ​ຄ້າ​ກັບ​ຈີນ​ເທື່ອ ​ໃນ​ຂະນະ​ທີ່​ທັງ​ສອງ​ປະ​ເທດ ຈະ​ໄດ້
​ພົບ​ປະກັນ​ອີກ ໃນ​ກອງ​ປະຊຸ​ມຮອບ​ທີ 2.

ທ່ານ​ທຣຳ ​ໄດ້​ຂຽນລົງ​ໃນ​ທວິ​ດ​ເຕີ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ “ພວກ​ເຮົາ​ຍັງ​ບໍ່​ເຫັນການ
ຮຽກຮ້ອງ​ຂອງຈີນເທື່ອ ສະຫະລັດ​ບໍ່ມີຫຍັງ​ຫຼາຍ​ທີ່​ຈະ​ມອບ​ໃຫ້ ​ເພາະວ່າສະຫະລັດ
​ໄດ້​ໃຫ້​ໄປ​ຫຼາຍ​ແລ້ວ ​ໃນ​ຮອບ​ຫຼາຍໆ​ປີ ທີ່​ຜ່ານ​ມາ​ນີ້. ຈີນ ແມ່​ນມີ​ຫຼາຍຢ່າງ ​ທີ່​ຈະ​
ມອບໃຫ້​ໄດ້.”

ລັດຖະມົນຕີ​ກະຊວງ​ການ​ເງິນ​ສະຫະລັດ ທ່ານ​ສຕີ​ຟ ມນູຊິນ ຈະ​ເປີດການ​ເຈລະຈາ
ເປັນເວລາ​ສອງ​ມື້ ທີ່​ວໍ​ຊີງ​ຕັນ​ກັບ​ເຈົ້າ​ໜ້າ​ທີ່​ຈີນ ​ໃນ​ວັນ​ພະຫັດ​ມື້​ນີ້.

​ທຳນຽບຂາວ​ໄດ້​ກ່າວ​ວ່າ “ກອງ​ປະຊຸມເຫຼົ່າ​ນີ້ ​ແມ່ນ​ການ​ສືບ​ຕໍ່​ໃນການ​ເຈລະຈາ
ທີ່​ໄດ້​ຈັດ​ຂຶ້ນ​ ຢູ່​ປັກ​ກິ່ງ ເມື່ອ 2 ສັບປະດາກ່ອນ​ ​ແລະ​ຈະ​ເພັ່ງ​ເລັ່ງ​ໃສ່ ການສ້າງ
ຄວາມກ້ຳເກິ່ງຄືນໃໝ່ ໃຫ້ແກ່ສາຍ​ພົວພັນທາງດ້ານ​ເສດຖະກິດຂອງສອງ​ຝ່າຍ
ລະຫວ່າງ​ສະຫະລັດ ກັບ​ຈີນ.”

ນອກນັ້ນ ກອງ​ປະຊຸມ​ດັ່ງກ່າວ ຍັງມີ​ຈຸດປະສົງ​ທີ່​ຈະ​ຫຼີກ​ເວັ້ນສົງຄາມ​ການ​ຄ້າ​ຢ່າງ​
ເຕັມອັດຕາ ຫຼັງ​ຈາກ​ສະຫະລັດ ​ແລະ​ຈີນ ​ຕ່າງກໍຂຶ້ນພາສີ ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້.

ທ່ານ​ທຣຳ ​ໄດ້ເຕືອນ​ປະ​ເທດ​ຊາດ​ໃນ​ວັນ​ພຸດ​ວານ​ນີ້ວ່າ ສະຫະລັດ ​ໄດ້​ເສຍ​ເງິນ​ຈຳນວນ
​ຫຼາຍ​ຮ້ອຍ​ພັນ​ລ້ານ​ໂດ​ລາ ​ໃນ​ແຕ່ລະ​ປີ ​ແລະວຽກ​ງານການຜະລິດຂ​ອງສະຫະລັດ ​
ທີ່ນັບ​ບໍ່​ຖ້ວນ ຍ້ອນ​ການ​ຂາດ​ດຸນ​ການ​ຄ້າ​ກັບ​ຈີນ.

​ແຕ່ເຖິງ​ແມ່ນວ່າ ໄດ້ມີການຖະແຫຼງຢ່າງແຂງ​ຂັນ​ກ່ຽວກັບຈີນ, ແຕ່​ບັນດາ​ສະມາຊິກ​ລັດຖະສະພາຫຼາຍ​ທ່ານ ຍັງພາກັນ​ງົງ​ຢູ່ ກ່ຽວກັບຄວາມກະຕືລືລົ້ນຂອງ​ທ່ານ​ທຣຳ ​
ທີ່ຈະຊ່ອຍກອບກູ້ ​ບໍລິສັດ​ເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ ZTE ຂອງຈີນ​.

ບໍລິສັດ​ ZTE ​ໄດ້​ຖືກ​ບັງຄັບ​ໃຫ້​ປິດ​ ໂຮງງານແຫງນຶ່ງຂອງຕົນ ​ແລະ​ຢຸດເຊົາການ​ປະຕິບັດ
​ງານ​ຂອງບໍລິສັດ​ລົງ ຫຼັງ​ຈາກ​ທີ່ກະຊວງການ​ຄ້າ​ສະຫະລັດ ໄດ້ຫ້າມບໍ່ໃຫ້ບໍລິສັດດັ່ງກ່າວ ​
ຊື້​ເຄື່ອງອາໄຫລ່​ທີ່​ເຮັດ​ໃນ​ອາ​ເມຣິກາໃຫ້ແກ່ຜະລິດຕະພັນຂອງຕົນ. ບໍລິສັດ​ ZTE ​
ໄດ້​ນຳ​ໃຊ້ພວກເຄື່ອງອາໄຫລ່​ຕ່າງໆ ​ໃນ​ສິນຄ້າ​ຂອງ​ຕົນ ທີ່​ຂາຍ​ໃຫ້​ອີຣ່ານ ​ແລະ​ເກົາຫຼີ​
ເໜືອ ຊຶ່ງ​ເປັນ​ການລະ​ເມີດ​ຕໍ່ການ​ຄ້າ​ຂາຍຂອງ​ສະຫະລັດ.

ປະທານາທິບໍດີ​ ​ໄດ້​ກ່າວ ​ໃນ​ຕົ້ນ​ສັບປະດາ​ນີ້​ວ່າ “ມີ​ວຽກ​ຢ່າງ​ຫຼວງ​ຫຼາຍ” ທີ່​ໄດ້​ເສຍ​ໄປ ​ໃນ​ຈີນ ຍ້ອນບັນຫາ​ຂອງບໍລິສັດ​ ZTE ​ແລະ​ທ່ານ​ໄດ້​ສັ່ງ​ໃຫ້ກະຊວງການ​ຄ້າ ຊ່ອຍ​ເຫຼືອ​ໃນ​ເລື່ອງ​ນີ້ “​ໃຫ້​ກັບ​ຄືນ​ສູ່​ການ​ເຮັດທຸລະກິດຄືນ​ໃໝ່ ​ໂດຍ​ໄວ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG