ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຍົກ​ເລີກກ​ານ​ຢ້ຽມ​ຢາມ ສຸ​ສານ​ສົງ​ຄາມ​ໂລກ​ຄັ້ງ​ທີ 1 ໃນ​ປະ​ເທດ ຝ​ຣັ່ງ


ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາ​ຄ​ຣົງ ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່​ທຳ​ນຽບ ເອ​ລີ​ເຊ.
ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາ​ຄ​ຣົງ ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່​ທຳ​ນຽບ ເອ​ລີ​ເຊ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຍົກ​ເລີກ​ການ​ຢ້ຽມ​ຢາມ​ສຸ​ສານ ອາ
ເມຣິກັນ ຢູ່ນອກນະຄອນຫຼວງ ປາຣີ ໃນວັນເສົາວານນີ້ ໃນລະຫວ່າງການຢ້ຽມຢາມ
ຂອງທ່ານປະທານາທິບໍດີ ເພື່ອລະນຶກເຖິງວັນຄົບຮອບ 100 ປີຂອງວັນສິ້ນສຸດສົງຄາມ
ໂລກຄັ້ງທີນຶ່ງ.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​
ນາທິບໍດີໄດ້ຖືກຍົກເລີກຍ້ອນວ່າ ຕາຕະລາງແຜນການ ແລະ ການເດີນທາງໄດ້ປະ
ສົບຄວາມຫຍຸ້ງຍາກ ຍ້ອນສະພາບອາກາດ.

ແຕ່​ກົງ​ກັນ​ຂ້າມ, ຄະ​ນະ​ຜູ້​ແທ​ນ ອາ​ເມ​ຣິ​ກັນ ຄະ​ນະ​ນຶ່ງເຊິ່ງ​ນຳ​ໜ້າ​ໂດຍ​ເສ​ນາ​ທິ​ການ
ນາຍພົນ ຈອນ ແຄລລີ ແລະ ປະທານເສນາທິການຮ່ວມ ທ່ານ ໂຈ ດັນຝອດ ໄດ້ໄປ
ຢ້ຽມຢາມສຸສານ ອາເມຣິກັນ Aisne-Marne ແລະ ອານຸສອນສະຖານ ພາຍໃຕ້ທ້ອງ
ຟ້າສີຂີ້ເຖົ່າ ແລະ ຝົນຝອຍ, ເພື່ອສະແດງຄວາມເຄົາລົບໃຫ້ແກ່ທະຫານທີ່ເສຍຊີວິດ
ໃນສົງຄາມ 2,300 ຄົນທີ່ຖືກຝັງຢູ່ທີ່ນັ້ນ.

ບໍ​ລິ​ເວນ​ດັ່ງ​ກ່າວ​ແມ່ນ​ສະ​ຖານ​ທີ່​ຂອງ​ການຕໍ່​ສູ້​ແຫ່ງ ແບ​ລ​ໂລ ວູດ (Battle of Belleau
Wood) ໃນເດືອນມິຖຸນາ 1918. ນອກຈາກຂຸມຝັງສົບຂອງທະຫານ ອາເມຣິກັນ
2,288 ຄົນແລ້ວ, ສຸສານດັ່ງກ່າວຍັງມີອານຸສາວະລີລະນຶກເຖິງທະຫານ 1,060 ຄົນ
ຜູ້ທີ່ໄດ້ຫາຍສາບສູນໄປໃນລະຫວ່າງການຕໍ່ສູ້.

ພ້ອມ​ກັນ​ນັ້ນ​ໃນ​ວັນ​ເສົາ​ວານນີ້, ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາ​ຄ​ຣົງ
ແລະ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກ ກໍໄດ້ຈັບມືກັນໃນ
ລະຫວ່າງ ພິທີນຶ່ງ ຢູ່ສະຖານທີ່ໃນປ່າ ກອມເປນ (Compiegne), ທາງທິດເໜືອຂອງ
ນະຄອນຫຼວງ ປາຣີ, ເຊິ່ງແມ່ນບ່ອນທີ່ພັນທະມິດ ແລະ ເຢຍຣະມັນ ຜູ້ປະລາໄຊ ໄດ້
ເຊັນຂໍ້ຕົກລົງ ທີ່ໄດ້ເຮັດໃຫ້ສົງຄາມໂລກຄັ້ງທີນຶ່ງສິ້ນສຸດລົງ.

ໃນ​ວັນ​ອາ​ທິດມື້ນີ້, ເຊິ່ງ​ແມ່ນ​ວັນ ສະ​ຫງົບ​ເສິກ, ທ່ານ ທ​ຣຳ ຈະ​ເຂົ້າ​ຮ່ວມ​ກັບ​ຜູ້​ນຳ​ໂລກ​
ຄົນອື່ນໆໃນພິທີຄົບຮອບ 100 ປີ ຢູ່ອານຸສາວະລີ ອາກ ເດິ ທຣີໂອມຟ໌ ໃນນະຄອນ
ຫຼວງ ປາຣີ. ພິທີດັ່ງກ່າວແມ່ນເພື່ອລະນຶກເຖິງທະຫານຜູ້ທີ່ໄດ້ເສຍຊີວິດເມື່ອ 100 ປີທີ່
ຜ່ານມາ ໃນສົງຄາມທີ່ໄດ້ສິ້ນສຸດລົງໃນຊົ່ວໂມງທີ 11 ວັນທີ 11 ຂອງເດືອນ 11.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG