ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Trump ກ່າວວ່າ ຈະບໍ່ “ປ່ອຍໃຫ້ ຈີນ ສືບຕໍ່ ຂູດຮີດປະເທດຊາດ ຂອງພວກເຮົາ ຕໍ່ໄປອີກ”


ຜູ້ສະໝັກເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ຖະແຫລງ ໃນລະຫວ່າງການຢຸດແວ່ ໂຄສະນາຫາສຽງ ຢູ່ ຫໍອະນຸສອນ ສົງຄາມ ທີ່ເມືອງ Allen, ເມື່ອວັນອາທິດ ທີ 1 ພຶດສະພາ 2016.
ຜູ້ສະໝັກເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ຖະແຫລງ ໃນລະຫວ່າງການຢຸດແວ່ ໂຄສະນາຫາສຽງ ຢູ່ ຫໍອະນຸສອນ ສົງຄາມ ທີ່ເມືອງ Allen, ເມື່ອວັນອາທິດ ທີ 1 ພຶດສະພາ 2016.

ຜູ້ສະໝັກເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວວ່າ ສະຫະລັດ ຈະບໍ່ສາມາດ “ປ່ອຍໃຫ້ຈີນ ສືບຕໍ່ຂູດຮີດປະເທດ ຂອງພວກເຮົາ ຕໍ່ໄປອີກ” ຂະນະທີ່ທ່ານຮີບເລັ່ງ ການໂຄສະນາຫາສຽງດ້ວຍການໃຫ້ຄຳປະຕິຍານວ່າ ຈະຈັດຕັ້ງ ການພົວພັນຂອງອາເມຣິກາ ກັບໂລກ ຄືນໃໝ່.

ທ່ານ Trump ໄດ້ຕີລາຄາຊ້ຳແລ້ວຊ້ຳອີກ ເຖິງການຂາດດຸນການຄ້າ ລະຫວ່າງສອງ ປະເທດ ໃນຂະນະທີ່ ຈີນເອົາປຽບສະຫະລັດ ໂດຍກ່າວວ່າ ຄວາມສະຫລາດໃນການ ເຮັດຂໍ້ຕົກລົງ ຂອງທ່ານ ຈະລົບລ້າງ ຄວາມບໍ່ທຸ່ນທ່ຽງນີ້ໄດ້.

ທ່ານ Trump ໄດ້ກ່າວໃນວັນອາທິດວານນີ້ ໃນລະຫວ່າງການໂຮມຊຸມນຸມ ໃນລັດ Indiana ຢູ່ທາງພາກຕາເວັນຕົກກາງຂອງປະເທດ ວ່າ “ພວກເຮົາຈະຫັນມັນກັບຄືນ, ພວກເຮົາມີອຳນາດເໜືອກວ່າຈີນ.”

ການເລືອກຕັ້ງຂັ້ນຕົ້ນ ໃນວັນອັງຄານມື້ອື່ນ ຢູ່ໃນລັດ Indiana ເຫັນວ່າ ເປັນການແຂ່ງ ຂັນທີ່ສຳຄັນ ທີ່ຈະໄດ້ກາຍເປັນຜູ້ຖືກສະເໜີຊື່ ເປັນຕົວແທນພັກຣີພັບບລີກັນ ສຳລັບ ການເລືອກຕັ້ງ ໃນເດືອນພະຈິກ ຈະມາເຖິງນີ້. ການຢັ່ງຫາງສຽງຫຼາຍແຫ່ງ ໄດ້ບົ່ງວ່າ ທ່ານ Trump ນຳໜ້າ ທ່ານ Ted Cruz ສະມາຊິກສະພາສູງ ຈາກລັດ Texas ຊຶ່ງລວມຢູ່ໃນ ການຢັ່ງຫາງສຽງ ກໍມີ ການຢັ່ງຫາງສຽງ Marist ຂອງ ຕາໜ່າງຂ່າວ NBC ທີ່ໄດ້ເປີດເຜີຍ ໃນວັນອາທິດວານນີ້ ທີ່ບົ່ງວ່າ ທ່ານ Trump ມີຄະແນນນຳໜ້າຢູ່ 15 ຄະແນນ.

ໄຊຊະນະຂອງທ່ານ Trump ຢູ່ໃນ ລັດ Indiana ຈະເຮັດໃຫ້ທ່ານຍັບເຂົ້າໃກ້ຕື່ມອີກ ທີ່ ໄດ້ຮັບຄະແນນສຽງສ່ວນຫຼາຍ 1,237 ຈາກຜູ້ແທນ ທີ່ທ່ານຕ້ອງການເພື່ອຈະໄດ້ຖືກ ສະເໜີຊື່ ເປັນຕົວແທນພັກ ຢ່າງຂາດລອຍ ໃນຂະນະດຽວກັນ ທ່ານ Cruz ແລະ ທ່ານ John Kasich ຜູ້ປົກຄອງລັດ Ohio ກໍຍັງຫວັງຢູ່ວ່າ ພວກເພິ່ນຈະສາມາດກີດກັນ ທ່ານ Trump ເພື່ອບໍ່ໃຫ້ໄດ້ຮັບຄະແນນຈາກຜູ້ແທນພໍ ເພື່ອທີ່ຈະໄດ້ໃຊ້ຄວາມກົດດັນ ໃຫ້ມີ ການເປີດການແຂ່ງຂັນ ຢູ່ໃນກອງປະຊຸມໃຫຍ່ຂອງພັກ ໃນເດືອນກໍລະກົດນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG