ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ທ​ຣ​ຳ ປະ​ຕິ​ເສດວ່າ ​ການ​ເຈ​ລະ​ຈາ ດ້ານ​ການ​ຄ້າ ກັບ ຈີນ ບໍ່​ໄດ້​ພັ​ງ​ທະ​ລາຍ​


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຂວາ, ລົມ​ກັບ​ປະ​ທານ​ປະ​ເທດ ຈີນ, ທ່ານ ສີ ຈິ່​ນ​ຜິງ ໃນ​ນະ​ຄອນຫຼວງ ປັກ​ກິ່ງ.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຂວາ, ລົມ​ກັບ​ປະ​ທານ​ປະ​ເທດ ຈີນ, ທ່ານ ສີ ຈິ່​ນ​ຜິງ ໃນ​ນະ​ຄອນຫຼວງ ປັກ​ກິ່ງ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ຕິ​ເສດ​ການ​ພັງ​ທະ​ລາຍ​ຂອງ​ການ
ເຈລະຈາດ້ານການຄ້າກັບ ຈີນ ແລະ ໄດ້ບັນລະຍາຍສິ່ງທີ່ຫຼາຍຄົນໄດ້ເອີ້ນວ່າ ສົງຄາມ
ການຄ້າລະຫວ່າງ ສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກ ວ່າເປັນພຽງ “ການ
ໂຕ້ຖຽງກັນເລັກນ້ອຍ.”

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ການ​ຕອບ​ຄຳ​ຖາມ​ຈາກວີ​ໂອ​ເອ ຢູ່​ເດີ່ນ​ຫຍ້າ​ກ້ຳໃຕ້​ຂອງ​ທຳ​ນຽບ​
ຂາວ ກ່ອນຂຶ້ນເຮລິຄັອບເຕີ Marine One ໃນຕອນເຊົ້າຂອງວັນອັງຄານວານນີ້ວ່າ
“ພວກເຮົາມີການເຈລະຈາກຳລັງດຳເນີນຢູ່. ມັນຈະດຳເນີນຕໍ່ໄປຕະຫຼອດ. ພວກເຮົາ
ເກືອບຈະຕົກລົງກັນໄດ້ແລ້ວ ແລະ ເຂົາເຈົ້າກໍພັງມັນ.”

ຜົນ​ທີ່​ອອກ​ມາ, ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ເວົ້າ​ວ່າ ໃນ​ອາທິດນີ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ
ໄດ້ຕັດສິນໃຈ ທີ່ຈະເຮັດໃຫ້ສິ່ງທີ່ເຂົາເຈົ້າບັນລະຍາຍກັນຢ່າງຈະແຈ້ງ ວ່າ ເປັນສົງຄາມ
ການຄ້າກັບຈີນນັ້ນ ມີຄວາມເລິກເຊິ່ງຂຶ້ນ.

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ມິ​ຈ ແມັກ​ຄອນ​ແນ​ລ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວຫຼາຍ​
ຊົ່ວໂມງ ຫຼັງຈາກການກ່າວຄຳປາໄສຂອງທ່ານ ທຣຳ ວ່າ “ຈະບໍ່ມີໃຜໄດ້ຊະນະສົງຄາມ
ການຄ້າ. ພວກເຮົາຫວັງວ່າ ກົນລະຍຸດດັ່ງກ່າວນີ້ ຈະເຮັດໃຫ້ພວກເຮົາຢູ່ໃນຕຳແໜ່ງທີ່ດີ
ຂຶ້ນ.”

ໃນ​ເວ​ລາ​ທີ່​ການ​ແຕກ​ແຍກ​ທາງ​ການ​ເມືອງ​ໃນ ວໍ​ຊິງ​ຕັນ ແມ່ນກວ້າງ​ກວ່າ​ເວ​ລາ​ໃດໆ​ໃນ​
ໄລຍະເວລາບໍ່ດົນມານີ້, ມັນກໍມີຄວາມສາມັກຄີກັນ ຈາກສອງພັກການເມືອງໃນລະດັບ
ທີ່ສູງຢ່າງບໍ່ໜ້າເຊື່ອໃຈ ໃນການຕໍ່ສູ້ກັບ ຈີນ.

ທ່ານ ຈັກ ຊູ​ເມີ ສະ​ມາ​ຊິກ​ ສະ​ພາ​ສູງ ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວ​ຢອກ ໄດ້​ກ່າວ​
ວ່າ “ພວກເຮົາມີນະໂຍບາຍທີ່ເຂັ້ມງວດ ແລະ ແຂງແກ່ນຕໍ່ ຈີນ ແລະ ເຂົາເຈົ້າຈະສືບຕໍ່
ລັກວຽກງານຫຼາຍລ້ານຕຳແໜ່ງຂອງຄົນ ອາເມຣິກັນ ແລະ ເງິນຫຼາຍພັນຕື້ໂດລາຂອງ
ຄົນອາເມຣິກັນ. ຂ້າພະເຈົ້າເຊື່ອວ່າ ພວກເຮົາຈະແນສິ່ງຕ່າງໆໃສ່ ຈີນ. ທຸກໆການຕໍ່ສູ້
ດ້ານພາສີກັບ ການາດາ, ເມັກຊິໂກ, ຢູໂຣບ, ຍີ່ປຸ່ນ ແມ່ນບໍ່ມີເຫດຜົນ. ພວກເຮົາທຸກຄົນ
ຄວນຈະສາມັກຄີກັນ ແລະ ແນເປົ້າໃສ່ ຈີນ, ແລະ ຂ້າພະເຈົ້າຄິດວ່າ ພວກເຮົາກໍຈະໄດ້
ຂໍ້ແກ້ໄຂບັນຫາໄວ.”

ທ່ານ ຊູ​ເມີ ໄດ້​ກ່າວ​ຕື່​ມ​ວ່າ ທ່ານ​ຫວັງ​ວ່າ​ທ່ານ ທ​ຣຳ “ຈະ​ບໍ່​ຖອນ​ໃຈ ແລະ ຍົກ​ຂໍ້​ແກ້​ໄຂ​
ບັນຫາທີ່ອ່ອນແອຂຶ້ນມາ, ຍ້ອນວ່າ ຈີນ ຈະສືບຕໍ່ສ້າງຄວາມເສຍຫາຍຕໍ່ພວກເຮົາຊໍ້າ
ແລ້ວຊ້ຳອີກ.”

ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຣອຍ ບ​ລັ້ນ ຈາກ​ລັດ ມິ​ສ​ຊູ​ຣີ ໄດ້​ກ່າວ
ຕໍ່ວີໂອເອວ່າ, “ຖ້າມັນມີການຕໍ່ສູ້ດ້ານການຄ້າທີ່ຄຸ້ມຄ່າ, ມັນກໍຈະແມ່ນການຕໍ່ສູ້ກັບ ຈີນ.
ເຂົາເຈົ້າເປັນນັກຄ້າຂາຍທີ່ບໍ່ຍຸຕິທຳ.” ແຕ່ທ່ານໄດ້ກ່າວວ່າ “ມັນບໍ່ມີຄວາມສົງໄສຫຍັງ”
ການຕັດຍອດຂາຍຂອງສິນຄ້າຈາກໄຮ່ນາຕໍ່ ຈີນ ແມ່ນໄດ້ສ້າງຄວາມເສຍຫາຍຕໍ່ລັດທີ່
ເປັນບ້ານຂອງທ່ານ ແລະ ພາກສ່ວນອື່ນໆຂອງສະຖານທີ່ເພາະປູກ ໃນພາກຕາເວັນ
ຕົກຕອນກາງຂອງ ສະຫະລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG