ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ສູງ ສ​ຫລ ຈະ​ລົງ​ຄະ​ແນນ​ສຽງ ໃນຍັດ​ຕິ ຈຳ​ກັດອຳ​ນາດ ​ການ​ເຮັດ​ສົງ​ຄາມ ກັບ ອີ​ຣ່ານ ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເອ​ກົວ​ດໍ, ທ່ານ ເລ​ນິນ ໂມ​ເຣ​ໂນ, ທຳ​ນຽບ​ຂາວ. 12 ກຸມ​ພາ, 2020.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເອ​ກົວ​ດໍ, ທ່ານ ເລ​ນິນ ໂມ​ເຣ​ໂນ, ທຳ​ນຽບ​ຂາວ. 12 ກຸມ​ພາ, 2020.

ສະ​ພາ​ສູງ ສະ​ຫະ​ລັດ ມີ​ກຳ​ນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະ​ຫັດ​ມື້ນີ້ ກ່ຽວ​ກັບ ຍັດ​ຕິ​ທີ່​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ “ຍົກ​ເລີກ​ການ​ໃຊ້​ກຳ​ລັງ​ທະ​ຫານ ສະ​ຫະ​ລັດ ສຳ​ລັບ​ສ້າງ​ຄວາມ​ເປັນ​ປໍ​ລະ​ປັກ​ຕໍ່ ອີ​ຣ່ານ.” ນອກ​ຈາກວ່າ​ການ​ດຳ​ເນີນ​ການ​ທີ່​ວ່າ​ນັ້ນ​ ໄດ້​ຮັບ​ການ​ອະ​ນຸ​ຍາດ​ໂດຍ​ລັດ​ຖະ​ສະ​ພາ.

ທ່ານ ທ​ຣຳ ໄດ້​ປະ​ຕິ​ເສດ​ມາດ​ຕະ​ການ​ດັ່ງ​ກ່າວ, ໂດຍ​ໂຕ້​ຖຽງ​ວ່າ​ມັນ​ຈະ​ເປັນ​ອັນ​ຕະ​ລາຍ​ທີ່​ຈະ​ຈຳ​ກັດ​ອຳ​ນາດ​ໃນ​ການ​ເຮັດ​ສົງ​ຄາມ​ຂອງ​ທ່ານ, ແລະ ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ນັ້ນ ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ພາ​ສູງ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ກຳ​ສຽງ​ສ່ວນຫຼາຍຄັດ​ຄ້ານ​ມັນ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ທວິດ​ເຕີ​ວ່າ “ມັນສຳຄັນຫຼາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ຂອງ​ເຮົາທີ່ສະ​ພາ​ສູງ ສະ​ຫະ​ລັດ ບໍ່​ລົງ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜຸນ​ຍັດ​ຕິ​ຈຳ​ກັດອຳ​ນາດ​ໃນ​ການ​ເຮັດ​ສົງ​ຄາ​ມກັບ ອີ​ຣ່ານ. ພວກ​ເຮົາພວມເຮັດ​ໄດ້​ດີຫຼາຍ​ກັບ ອີ​ຣ່ານ ແລະ ນີ້ບໍ່​ແມ່ນ​ເວ​ລາ​ທີ່​ຈະ​ສະ​ແດງ​ຄວາມ​ອ່ອນ​ແອ.”

ທ່ານ ທ​ຣຳ ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ສະ​ໜັບ​ໜູນ​ການ​ໂຈມ​ຕີ​ຂອງ​ພວກ​ເຮົາ​ຕໍ່​ນາຍ​ພົນ ​ອີ​ຣ່ານ ທ່ານ ກາ​ສ​ເຊັມ ໂຊ​ເລ​ມາ​ນີ ຢ່າງ​ຖ້ວມ​ລົ້ນ,” ເຊິ່ງ​ຖືກ​ຂ້າ​ຕາຍ​ໂດຍ​ການ​ອອກ​ຄຳ​ສັ່ງ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບຂອງ​ທ່ານ ທ​ຣຳ ຢູ່​ສະ​ໜາມ​ບິນ ແ​ບັກ​ແດດ ໃນ​ເດືອນ​ທີ່​ຜ່ານ​ມາ.

ທ່ານ​ໄດ້​ກ່າວ​ວ່າ “ຖ້າ​ມື​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ມັດ​ໄວ້, ອີ​ຣ່ານ ກໍ​ຈະມີ​ຄວາມ​ໄດ້​ປຽບ. ມັນ​ຈະ​ສົ່ງ​ສັນ​ຍານ​ທີ່ບໍ່​ດີຫຼາຍ. ພວກ​ເດ​ໂມ​ແຄ​ຣັດ ມີ​ແຕ່​ເຮັດ​ສິ່ງນີ້​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ໃຫ້​ພັກ​ຣີ​ພັບ​ບ​ລີ​ກັນ. ຢ່າ​ໃຫ້​ມັນ​ເກີດ​ຂຶ້ນ.”

ຫຼັງ​ຈາກ​ໄດ້​ພິ​ຈາ​ລະ​ນາ​ບົ​ດ​ແກ້​ໄຂ​ຫຼາຍ​ສະ​ບັບ​ເພື່ອ​ໃຫ້ກາຍ​ເປັນຮ່າງ​ຍັດ​ຕິ​ທີ່ບໍ່​ມີ​ຂໍ້​ຜູ​ກ​ແລ້ວ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ຈະ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ​ຍັດ​ຕິດ​ດັ່ງ​ກ່າວ​ດ້ວຍ​ຄວາມ​ເປັນ​ໄປ​ໄດ້​ວ່າ ສະ​ມາ​ຊິກ​ຣີ​ພັບ​ບ​ລີ​ກັນ 5 ທ່ານ​ຈະ​ເຂົ້າ​ຮ່ວມ​ກັບ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ 47 ຄົນ​ໃນ​ສະ​ພາ​ທີ່​ມີ 100 ບ່ອນ​ນັ່ງ ເພື່ອ​ຮັບ​ຮອງ​ເອົາ​ມາດ​ຕະ​ການ​ດັ່ງ​ກ່າວ. ​ມັນເກືອບ​ແນ່ນອນ​ວ່າ ​ຈະເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ຄັດ​ຄ້ານ​ຈາກ​ທ່ານ ທ​ຣຳ, ດ້ວຍ​ຜູ້​ສະ​ໜັບ​ສະ​ໜູນຍັດ​ຕິ​ດັ່ງ​ກ່າວ ເບິ່ງ​ຄື​ວ່າ​ຈະ​ບໍ່​ສາ​ມາດ​ທີ່​ຈະ​ຮວບ​ຮວມ​ຄະ​ແນນ​ສຽງ​ສອງ​ສ່ວນ​ສາມ​ເພື່ອ​ລົ​ບ​ລ້າງ​ມັນ.

ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ທິມ ເຄ​ນ ຜູ້​ທີ່​ສະ​ໜັບ​ສະ​ໜູນຍັດ​ຕິ​ນັ້ນ, ໄດ້​ກ່າວ​ຕໍ່​ສະ​ພາ​ສູງວ່າ “​ຍັດ​ຕິ​ທີ່​ຖືກ​ນຳ​ຕໍ່ສະ​ພາມື້ນີ້​ແມ່ນ ກ່ຽວ​ກັບ ລັດ​ຖະ​ສະ​ພາ ຮຽກ​ເອົາ​ບົດ​ບາດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຕັດ​ສິນ​ໃຈ ກ່ຽວ​ກັບ ສົງ​ຄາມຄືນ. ​ຍັດ​ຕິ​ດັ່ງ​ກ່າວ​ແມ່ນ​ຂ້ອນ​ຂ້າງ​ລຽບ​ງ່າຍ. ພວກ​ເຮົາ​ຈະ​ບໍ່​ເຮັດ​ສົງ​ຄາມ​ກັບ ອີ​ຣ່ານ, ນອກ​ຈາກວ່າ​ລັດ​ຖະ​ສະ​ພາ​ຈະ​ລົງ​ຄະ​ແນນ​ສຽງ​ເພື່ອ​ອະ​ນຸ​ຍາດ​ໃຫ້​ເຮັດ​ສົງ​ຄາມ​ນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG