ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ກົດດັນ ສະມາຊິກ ສະພາສູງ ພັກຣີພັບບລີກັນ ກ່ຽວກັບ ປະກັນສຸຂະພາບ


ນັ່ງຢູ່ລະຫວ່າງສະມາຊິກສະພາສູງຈາກລັດ ເນວາດາ ທ່ານ Dean Heller, ຊ້າຍ, ທ່ານ Tim Scott ຈາກລັດ South Carolina, ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ສະມາຊິກສະພາສູງພັກຣີພັບບລີກັນ ເພື່ອປຶກສາຫາລື ກ່ຽວກັບ ຮ່າງກົດໝາຍປະກັນສຸຂະພາບ ທີ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 19 ກໍລະກົດ, 2017.
ນັ່ງຢູ່ລະຫວ່າງສະມາຊິກສະພາສູງຈາກລັດ ເນວາດາ ທ່ານ Dean Heller, ຊ້າຍ, ທ່ານ Tim Scott ຈາກລັດ South Carolina, ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ສະມາຊິກສະພາສູງພັກຣີພັບບລີກັນ ເພື່ອປຶກສາຫາລື ກ່ຽວກັບ ຮ່າງກົດໝາຍປະກັນສຸຂະພາບ ທີ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 19 ກໍລະກົດ, 2017.

ບັນດາສະມາຊິກສະພາພັກຣີພັບບລີກັນ ໄດ້ສະແດງຄວາມໝັ້ນໃຈອີກຄັ້ງໜຶ່ງວ່າ ພວກ
ເຂົາເຈົ້າຈະສາມາດປັບປຸງ ລະບົບປະກັນສຸຂະພາບຂອງ ອາເມຣິກາ ຫຼັງຈາກການປະ
ຊຸມກັບປະທານາທິບໍດີ ດໍໂນລ ທຣຳ ໃນວັນພຸດວານນີ້.

ທ່ານ ທຣຳ ໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າຍົກເລີກການ​ໄປພັກຜ່ອນໃນເດືອນສິງຫານີ້
ເວັ້ນແຕ່ກົດໝາຍປະກັນສຸຂະພາບ ຂອງອະດີດປະທາ ນາທິບໍດີ ບາຣັກ ໂອບາມາ ໄດ້
ຖືກທຳລາຍ.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດາສະມາຊິກພັກຣີພັບບລີກັນ ໃນງານລ້ຽງອາຫານທ່ຽງທີ່ທຳ
ນຽບຂາວໃນວັນພຸດວານນີ້, ສອງມື້ຫຼັງຈາກຮ່າງກົດໝາຍປະກັນສຸຂະພາບສະບັບທີ
ສອງ ບໍ່ໄດ້ມີການລົງຄະແນນສຽງກັນຖ້າມກາງການຕົກລົງກັນບໍ່ໄດ້ ລະຫວ່າງ ພວກ
ອະນຸລັກນິຍົມໃນດ້ານງົບປະມານ ແລະ ສະມາຊິກພັກທີ່ນິຍົມແນວທາງປານກາງ.

ສະມາຊິກສະພາສູງ John Cornyn ຈາກລັດ ເທັກຊັສ ໄດ້ກ່າວຫຼັງຈາກໄດ້ກັບຄືນມາ ລັດຖະສະພາວ່າ “ຄວາມແຕກຕ່າງ ແມ່ນໄດ້ແຄບເຂົ້າ. ມັນມີແງ່ບວກ ຫຼາຍກວ່າທີ່
ພວກເຮົາສາມາດລົງຄະແນນສຽງ ກ່ຽວກັບ ການລົບລ້າງ ແລະສັບປ່ຽນກົດໝາຍ
ແທນທີ່ຈະແມ່ນແຕ່ຍົກເລີກເທົ່ານັ້ນ.”

ທ່ານ ທຣຳ ໄດ້ກ່າວຕໍ່ບັນດາສະມາຊິກສະພາສູງພັກຣີພັບບລີກັນຢ່າງເດັດຂາດວ່າ
ພວກເຂົາເຈົ້າຕ້ອງຮັກສາຄຳສັນຍາ 7 ປີຂອງພວກເຂົາ ເຈົ້າຕໍ່ບັນດາຜູ້ລົງຄະແນນສຽງ
ເພື່ອຍົກເລີກ ແລະ ສັບປ່ຽນກົດໝາຍປະກັນສຸຂະພາບລາຄາຖືກ, ຮູ້ໃນອີກຊື່ໜຶ່ງວ່າ Obamacare. ຜູ້ເຂົ້າຮ່ວມປະຊຸມເວົ້າວ່າ ຂໍ້ຄວາມດັ່ງກ່າວໄດ້ປະເຊີນກັບບັນຫາຫຍຸ້ງ
ຍາກ.

ສະມາຊິກສະພາສູງຈາກລັດ Tennessee ທ່ານ Bob Corker ໄດ້ກ່າວວ່າ “ມັນບໍ່ມີ
ຄວາມສົງໄສວ່າ ກອງປະຊຸມຂອງປະທານາທິບໍດີ ໄດ້ເພີ່ມກຳລັງໃຈຢ່າງຫຼວງຫຼາຍ ຕໍ່
ການທີ່ຈະໄດ້ຮັບຜົນທີ່ອອກມາ. ທ່ານຮັບມືກັບມັນໄດ້ດີຫຼາຍ.”

ການໂຕ້ຖຽງ ກ່ຽວກັບ ປະກັນສຸຂະພາບ ໄດ້ສ້າງ​ຄວາມ​ແຕກແຍກໃນພັກຣີພັບບລີກັນ.
ບັນດານັກອະນຸລັກນິຍົມຫຼາຍຄົນ ໄດ້ກ່າວວ່າ ຂໍ້ສະເໜີຂອງພັກທີ່ຈະຍົກເລີກ
Obamacare ບໍ່ໄດ້ໄປໄກພໍ ທີ່ຈະຕັດບົດ ບາດຂອງລັດຖະບານກາງໃນປະກັນສຸຂະ
ພາບ, ໃນຂະທີ່ຜູ້ທີ່ນິຍົມແນວ ທາງປານກາງໄດ້ກ່າວວ່າ ມັນໄປໄກໂພດ ແລະຈະເປັນ
ອັນຕະລາຍຕໍ່ປະກັນໄພ ສຳລັບປະຊາຊົນ ອາເມຣິກັນ ທີ່ມີຄວາມທຸກຍາກຫຼາຍລ້ານ
ຄົນ.

ຫຼັງຈາກການຮັບປະທານອາຫານທ່ຽງໃນ ທຳນຽບຂາວ, ຜູ້ນຳສຽງສ່ວນຫຼາຍທ່ານ Mitch McConnell ໄດ້ກ່າວຕໍ່ບັນດານັກຂ່າວວ່າ ສະພາສູງຈະລົງຄະແນນສຽງໃນສັບປະດາ
ໜ້າ ກ່ຽວກັບວ່າ ຈະເລີ່ມການໂຕ້ຖຽງ ຈະລົບລ້າງກົດໝາຍໃນທັນທີ ໂດຍປະສະຈາກ
ການສັບປ່ຽນຫຼືບໍ່, ແຕ່ກໍສາມາດລົງຄະແນນສຽງ ກ່ຽວກັບມາດຕະການລົບລ້າງ ແລະສັບ
ປ່ຽນໄດ້ເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG