ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Donald Trump ຮຽກຮ້ອງໃຫ້ ສະມາຊິກ ພັກຣີພັບ ບລີກັນ ຫົວອະນຸລັກນິຍົມ ປານກາງ ໜູນຫຼັງທ່ານ


Trump Urges Reluctant Republican Establishment to Rally Behind Him
please wait

No media source currently available

0:00 0:02:33 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ຜູ້ນຳໜ້າໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ Donald Trump ແລະ ຂູ່ແຂ່ງ ທ່ານ Ted Cruz ຕ່າງ​ກໍໄດ້ຮັບໄຊຊະນະ ໃນການປ່ອນ​ບັດ​ເລືອກ​ຕັ້ງ ໃນວັນອັງຄານທີ່ຜ່ານມາ. ທ່ານ Trump ໄດ້ຮັບໄຊຊະນະໃນການ ເລືອກຕັ້ງຂັ້ນຕົ້ນທີ່ລັດ Arizona ຢ່າງງ່າຍດາຍ ໃນຂະທີ່ທີ່ Cruz ໄດ້ຮັບໄຊຊະນະແບບຂາດ​ຮອຍທີ່ການປະຊຸມປ່ອນ​ບັດໃນລັດ Utah. ແຕ່ເຖິງແມ່ນວ່າທ່ານ Trump ຈະຫຍັບໃກ້ເຂົ້າໃນການ ຖືກສະເໜີຊື່ໂດຍ ພັກຣີພັບບລີກັນກໍຕາມ, ບັນດາສະມາຊິກພັກ ຣີພັບບລີກັນ ຫົວອະນຸລັກນິຍົມປານກາງ ຍັງຄົງລັງເລໃຈທີ່ຈະປະ ຕິບັດຕາມການຮຽກຮ້ອງຂອງທ່ານໃນການລວມຕົວກັນເພື່ອໜູນ ຫຼັງທ່ານ ດັ່ງກັບຜູ້ທີ່ຖືກຄາດຫວັງໃຫ້ຮັບການສະເໜີຊື່. ນັກຂ່າວ ແຫ່ງຊາດຂອງວີໂອເອ Jim Malone ມີລາຍງານເພີ່ມເຕີມຈາກນະຄອນຫຼວງ ວໍຊິງຕັນ. ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ດ້ວຍໄຊຊະນະຄັ້ງຫຼ້າສຸດຂອງທ່ານ ໃນລັດ Arizona, ທ່ານ Donald Trump ໄດ້ເຮັດອີກ ບາດກ້າວໜຶ່ງ ໄປ​ສູ່​ການ​ຖືກສະເໜີຊື່ຈາກພັກຣີພັບບລີກັນ.

ທ່ານ Trump ກ່າວວ່າ ທ່ານແມ່ນຢູ່ໃນຫົນທາງທີ່ຈະຊະນະບັນດາຜູ້ແທນຫຼາຍພຽງພໍກ່ອນ ກອງປະຊຸມໃຫຍ່​ເພື່ອ​ໃຫ້​ໄດ້​ຮັບ​ການສະເໜີຊື່ ຂອງພັກ ຊຶ່ງຈະໄຂຂຶ້ນໃນເດືອນກໍລະກົດນີ້, ແລະ ທ່ານກ່າວວ່າ ມັນເຖິງເວລາແລ້ວທີ່ບຸກຄົນສຳຄັນຂອງພັກຣີພັບບລີກັນ ຫົວອະນຸລັກນິ ຍົມປານກາງ ທີ່ຄັດຄ້ານທ່ານ ຄວນຈະມາລວມຕົວກັນເພື່ອໜູນຫຼັງທ່ານ.

ທ່ານ Donald Trump ກ່າວວ່າ “ຖ້າປະຊາຊົນຢາກຈະເປັນຄົນສະ ຫຼາດ, ພວກເຂົາ ເຈົ້າຄວນມາລວມເຂົ້າກັນ ໃນເວລານີ້. ຖ້າພວກເຂົາ ເຈົ້າບໍ່ຢາກເປັນຄົນສະຫຼາດ, ພວກເຂົາເຈົ້າຄວນເຮັດໃນສິ່ງທີ່ພວກເຂົາ ເຈົ້າກຳລັງເຮັດໃນຕອນນີ້ ແລະ ບັນດາ ສະມາຊິກພັກຣີພັບບລີກັນ ກໍຈະຕົກຕ່ຳໃນການສູນເສຍຄັ້ງໃຫຍ່.”

ແຕ່ຖ້າທ່ານ Trump ຫາກບໍ່ສາມາດໄດ້ຮັບບັນດາຜູ້ແທນຫຼາຍພຽງພໍ ກ່ອນກອງປະຊຸມໃຫຍ່ ເພື່ອຮັບການຖືກສະເໜີຊື່ແລ້ວ, ກອງປະຊຸມທີ່ເປີດໃຫ້ມີການລົງຄະແນນສຽງເລືອກຕັ້ງຫຼາຍ ຝ່າຍນັ້ນກໍອາດຈະຕາມມາ ເຊິ່ງມັນຈະບໍ່ສາມາດຄາດເດົາໄດ້.

ປະທານສະພາຕ່ຳ ທ່ານ Paul Ryan ໄດ້ຖືກກ່າວເຖິງໂດຍບາງຄົນວ່າ ທ່ານມີຄວາມເປັນ ໄປໄດ້ທີ່ຈະເປັນຜູ້ລົງແຂ່ງຂັນ ມ້າມືດ ​ເພື່ອ​ເປັນ ການ​ປະນີປະນອມ​ກັນ ຖ້າກອງປະຊຸມຫາກ​ພົບທາງຕັນ.

ປະທານສະພາຕ່ຳທ່ານ Paul Ryan ກ່າວວ່າ “ນີ້ມັນເບິ່ງຄືວ່າ ຈະກາຍເປັນກອງປະ ຊຸມທີ່ເປີດຫຼາຍກວ່າທີ່ພວກເຮົາໄດ້ຄິດເອົາໄວ້ແຕ່ກ່ອນ. ດັ່ງນັ້ນພວກເຮົາກຳລັງ ເອົາແນວຄິດຂອງພວກເຮົາມາກ່ຽວຂ້ອງກັບແນວຄິດທີ່ວ່າ ນີ້ອາດອາດຈະກາຍ ເປັນຄວາມຈິງແທ້ໆ ແລະ ດັ່ງ ນັ້ນຄົນຂອງພວກເຮົາຜູ້ທີ່ໄດ້ມີສ່ວນຮ່ວມໃນກອງ ປະຊຸມຕ້ອງໃຫ້ຄວາມເຄົາລົບຕໍ່ມັນ."

ພວກອະນຸລັກນິຍົມບາງຄົນ, ນຳໜ້າໂດຍຂູູ່ແຂ່ງທ່ານ Ted Cruz, ໄດ້ສືບຕໍ່ຕ້ານຢັນການ ຂະຫຍາຍຕົວຂອງທ່ານ Trump ໃນການຖືກສະເໜີຊື່. ພວກເຂົາເຈົ້າກ່າວວ່າ ເສດຖີພັນ ລ້ານຂອງນະຄອນ ນິວຢອກ ບໍ່ແມ່ນນັກອະນຸລັກນິຍົມທີ່ແທ້ຈິງ.

ນັກຂຽນວາລະສານອະນຸລັກນິຍົມ ທ່ານ Fred Barnes ກ່າວວ່າ ບາງຄົນແມ່ນໄດ້ໝົດ ຄວາມສົນໃຈແລ້ວ ພວກເຂົາເຈົ້າກຳລັງຊອກຫານັກອະນຸລັກນິຍົມຄົນ​ໃດຄົນໜຶ່ງ ເພື່ອຕັ້ງພັກ ທີສາມ ເຂົ້າແຂ່ງໃນການເລືອກຕັ້ງທົ່ວໄປ.

ທ່ານ Fred Barnes ຈາກວາລະສານ Weekly Standard ກ່າວວ່າ “ຂ້າພະເຈົ້າຮູ້ຈັກ ພວກເຂົາເຈົ້າຫຼາຍຄົນຢູ່ນະຄອນຫຼວງ ວໍຊິງຕັນ ນີ້ ຜູ້ທີ່ກ່າວວ່າ ພວກເຂົາເຈົ້າຈະ ບໍ່ເລືອກເອົາທ່ານ Trump ແລະ ກໍຄົນອື່ນທີ່ກຳລັງເລີ່ມຈະຕັ້ງຄືກັນ. ແລະ ຂ້າພະ ເຈົ້າຄິດວ່າພວກເຂົາເຈົ້າຈະປະສົບຄວາມສຳເລັດ ໃນການແຂ່ງຂັນຂອງກຸ່ມນັກ ອະນຸລັກນິຍົມ ຣີພັບບລີກັນ ພັກທີ 3 ​ເພື່ອລົງ​ແຂ່ງກັບທ່ານ Trump.”

ນັກວິເຄາະ ທ່ານ Tom DeFrank ກ່າວວ່າ ແຕ່ໃນຄວາມພະຍາ ຍາມໃດໆກໍ​ຕາມເພື່ອປະຕິ ເສດຕໍ່ການສະເໜີຊື່ທ່ານ Trump ອາດຈະເຮັດໃຫ້ພັກແຕກຫັກອອກຈາກກັນໄດ້.

ທ່ານ Tom DeFrank ຈາກວາ​ລະ​ສານ National Journal ກ່າວວ່າ “ທ່ານຈະນຳເອົາ ຜູ້ລົງຄະແນນສຽງທີ່ບໍ່ມັກທ່ານ Trump ຫຼາຍລ້ານຄົນ ຜູ້ທີ່ບໍ່ພໍໃຈກັບພຽງແຕ່ປະ ທານາທິບໍດີ ໂອບາມາ ແລະ ທ່ານນາງ Clinton ເທົ່ານັ້ນ, ແຕ່ຍັງແມ່ນຜູ້ທີ່ເບື່ອ ໜ່າຍ ແລະ ເມື່ອຍກັບການນຳພາຂອງພັກຣີພັບບລີກັນໃນນະຄອນຫຼວງ ວໍຊິງຕັນ. ທ່ານຈະເອົາພວກເຂົາເຈົ້າກັບຄືນມາໃນພັກໄດ້ແນວໃດ?”

ແລະ ຜົນທີ່ຕາມມາຈາກການໂຈມຕີກໍ່ການຮ້າຍໃນນະຄອນຫຼວງ Brussels, ນະໂຍບາຍ ການຕ່າງປະເທດອີກຄັ້ງໜຶ່ງ ໄດ້ກາຍເປັນບັນຫາທີ່ສຳຄັນໃນການໂຄສະນາຫາສຽງ.

ການໂຈມຕີດັ່ງກ່າວ ໄດ້ກໍ່ໃຫ້ມີການຮື້ຟື້ນຄຳຖາມຕ່າງໆ ໂດຍຄູ່​ແຂ່ງທ່ານ Trump ຄືທ່ານ Cruz ແລະ ທ່ານ John Kasich ວ່າທ່ານ Trump ມີນິໄສອັນເໝາະສົມ ທີ່ຈະເປັນຜູ້ບັນຊາ ການສູງ​ສຸດຫຼືບໍ່. ທັງສອງທ່ານໄດ້ປະຕິຍານວ່າ ຈະຕໍ່ສູ້ກັບທ່ານ Trump ໄປຈົນຮອດກອງ ປະຊຸມໃຫຍ່.

XS
SM
MD
LG