ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຮຽກຮ້ອງ ໃຫ້ສານສູງສຸດ ຕັດສິນ ຟື້ນຟູ ດຳລັດຫ້າມເດີນທາງ ຢ່າງໄວ


ປະທານາທິບໍດີ ດໍໂນລ ທຣໍາ ກ່າວເຖິງການປະຕິຮູບ ລະບົບຄວບຄຸມການບິນ ທີ່ທຳນຽບຂາວ.
ປະທານາທິບໍດີ ດໍໂນລ ທຣໍາ ກ່າວເຖິງການປະຕິຮູບ ລະບົບຄວບຄຸມການບິນ ທີ່ທຳນຽບຂາວ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ຂຽນ​ຂໍ້ຄວາມ​ລົງ​ໃນ Twitter ​ອີກ​ຄັ້ງ
ນຶ່ງ ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້​ ຮຽກຮ້ອງຫ້າມ​ການ​ເດີນທາງ​ຈາກ​ອັນ​ທີ່​ທ່ານ​ຮ້ອງ​ວ່າ
“ບັນດາ​ປະ​ເທດ​ທີ່​ເປັນ​ອັນ​ຕະລາຍ” ​ໃນ​ຂະນະ​ທີ່ໄດ້ຕິຕຽນ​ຕໍ່​ອັນ​ທີ່​ທ່ານ​ເຫັນ​ວ່າ​ “ບໍ່​
ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຖືກຕ້ອງ​ທາງ​ການ​ເມືອງ​” ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ
​ເຮັດໃຫ້ດຳລັດ​ສະບັບ​ຕົ້ນຕໍ​ຂອງ​ທ່ານອ່ອນ​ເບົາ​ລົງ ​ເພື່ອ​ ກີ​ດກັ້ນ ການ​ເດີນທາງ​ເຂົ້າ
ປະ​ເທດ​ຂອງ​ຜູ້​ຄົນ​ຈາກ​ກຸ່ມ​ປະ​ເທດ​ທີ່​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມ.

ປະທານາທິບໍດີ​ທຣໍາຂຽນ​ວ່າ “ຖືກຕ້ອງ ພວກ​ເຮົາຕ້ອງການ ການ​ຫ້າມເດີນທາງສຳ
ລັບ​ບາງ​ປະ​ເທດທີ່​ເປັນ​ອັນ​ຕະລາຍ ບໍ່​ແມ່ນ ​ໃນ​ກໍລະນີທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ ຄວາມ​
ຖືກຕ້ອງ​ທາງການ​ເມືອງຊຶ່ງຈະ​ບໍ່ຊ່ວຍ​ໃຫ້​ພວກ​ເຮົາ​ປົກ​ປ້ອງ​ປະຊາຊົນ​ຂອງ​ພວກ​ເຮົາ.”

​ນັ້ນແມ່ນ​ໄດ້​ມີ​ຂຶ້ນຫລັງ​ຈາກການຂຽນຂໍ້ຄວາມລົງ​ໃນ tweet ໃນຕອນ​ເຊົ້າວັນ​ຈັນ​ວານ
​ນີ້ ​ໃນ​ຫົວ​ເລື່ອງ​ດຽວ​ກັນ ​ຕິຕຽນ​ກະຊວງ​ຍຸຕິ​ທຳ​ທີ່​ໄດ້​ເຮັດ​ໃຫ້​ດຳ​ລັດຫ້າມ​ດັ່ງ ກ່າວ
“ຜ່ອນ​ເບົາ​ລົງ” ​ທີ່ທ່ານ​ທຣໍາ​ໄດ້​ເຊັນ ​ຫລັງ​ຈາກ​ດຳ​ລັດ ສະບັບ​ຕົ້ນຕໍ​ຂອງ ທ່ານ​ໄດ້​ຖືກ​
ທ້າ​ທາຍ ​ຢູ່ໃນສານ.

ດຳລັດສະບັບ​ທຳ​ອິດ​ໄດ້ຫ້າມ​ບໍ່​ໃຫ້​ຜູ້ຄົນ​ເຂົ້າ​ມາ​ຈາກ​ປະ​ເທດ​ອີຣັກ ອີຣ່ານ ຊີ​ເຣຍ
ລີ​ເບຍ ​ເຢ​ເມນ ​ໂຊ​ມາ​ເລຍ ​ແລະ​ຊູ​ດານ​ເປັນ​ເວລາ 90 ມື້ ​ແລະ​ຫ້າມບໍ່​ໃຫ້​ອົບ​ພະຍົບ
ຈາກ​ຊີ​ເຣຍ​ເຂົ້າມາ​ໂດຍບໍ່​ມີ​ກຳນົດ ​ໃນ​ຂະນະ​ທີ່​ໃຫ້ການ​ຍົກ​ເວັ້ນ​ແກ່​ບັນດາ​ສາສະໜາ​
ກຸ່ມ​ນ້ອຍ. ດຳ​ລັດ​ສະບັບ​ທີ່​ໄດ້​ຮັບ​ການ​ແກ້​ໄຂ ​ໄດ້​ລຶບ​ຊື່​ອີຣັກອອກຈາກ​ບັນຊີ ປ່ຽ​ນ​ການ
​ຫ້າມ​ອົບ​ພະຍົບຊີເຣຍມາ​ເປັນ 120 ມື້ ​ແລະ​ລຶບ​ການ​ຍົກ​ເວັ້ນ ທາງ​ສາສະໜາອອກ.

ສານ​ລັດຖະບານ​ກາງຫລາຍ​ແຫ່ງ​ໄດ້​ຫ້າມ​ພວກ​ເຈົ້າ​ໜ້າ​ທີ່​ບໍ່​ໃຫ້​ຈັດຕັ້ງປະຕິບັດ​ດຳ
ລັດ​ນີ້ ​ໂດຍ​ກ່າວ​ວ່າ ​ມັນ​ເທົ່າ​ກັບ​ເປັນ​ການ​ຂັດ​ຕໍ່ລັດຖະທຳ​ມະນູນ ​ຊຶ່ງ​ມີ​ການຈຳແນ​ກ
ກີດ​ກັນ​ຕໍ່ຊາວ​ມຸສລິ​ມ ທີ່​ພວກ​ໄອ​ຍະ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ​ ເປັນ​ພາກສ່ວນ​ຂອງເຫດ
ຜົນ ທີ່​ທ່ານ​ທຣໍາ​ໄດ້​ກ່າວໃນເວລາ​ທ່ານ​ເປັນ​ຜູ້​ສະໝັກ​ປະທານາທິບໍດີ ​ແລະ​ກ່ອນ​ໜ້າ​
ທ່ານ​ເຂົ້າກຳ​ຕຳ​ແໜ່​ງ.

ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣໍາ ຄັ້ງ​ນຶ່ງ​ແມ່ນ​ຮ​ວມທັງ​ຮຽກຮ້ອງຫ້​າມບໍ່​ໃຫ້ ຊາວ​
ມຸສລິ​ມທັງ​ໝົດ​ເຂົ້າມາສະ​ຫະລັດ ຊຶ່ງ​ຕໍ່​ມານະ​ໂຍບາຍ​ໄດ້​ປ່ຽນແປງ​ໂດຍ​ສະເນີ​ແນະ
​ໃຫ້ “ກວດ​ກາ​ຢ່າງ​ເຄັ່ງ​ຄັດ” ​ແກ່ຜູ້​ຄົນ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ທີ່​ເຊື່ອມ​ໂຍງ​ກັບ​ການ
​ກໍ່​ການ​ຮ້າຍ.

ລັດຖະບານ​ປະທານາທິບໍ​ດີ​ທຣໍາ ​ໄດ້​ຢືນ​ຢັດ​ດຳ​ລັດນີ້ວ່າ ​ບໍ່​ແມ່ນ​ການ​ຫ້າມ​ຊາວ​ມຸສ
ລິ​ມ ​ແລະ​ປະທານ​າທິບໍດີ​ໄດ້​ໂຕ້​ຖຽງ​ວ່າດຳລັດນີ້​ມີ​ຄວາມ​ຈຳ​ເປັນ​ເພື່ອ​ປົກປ້ອງ ຄວາມ
​ໝັ້ນຄົງ​ຂອງປະ​ເທດ.

ລັດຖະມົນຕີຕ່າງປະເທດ ທ່ານ Rex Tillerson ກ່າວຕໍ່ນາຍົກລັດຖະມົນຕີ ນີວຊີແລນ ທ່ານ Bill English ລະຫວ່າງກອງປະຊຸນັກຂ່າວທີ່ປະເທດນິວຊີແລນ.
ລັດຖະມົນຕີຕ່າງປະເທດ ທ່ານ Rex Tillerson ກ່າວຕໍ່ນາຍົກລັດຖະມົນຕີ ນີວຊີແລນ ທ່ານ Bill English ລະຫວ່າງກອງປະຊຸນັກຂ່າວທີ່ປະເທດນິວຊີແລນ.

ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣໍາ ຄັ້ງ​ນຶ່ງ​ແມ່ນ​ຮ​ວມທັງ​ຮຽກຮ້ອງຫ້​າມບໍ່​ໃຫ້ ຊາວ​
ມຸສລິ​ມທັງ​ໝົດ​ເຂົ້າມາສະ​ຫະລັດ ຊຶ່ງ​ຕໍ່​ມານະ​ໂຍບາຍ​ໄດ້​ປ່ຽນແປງ​ໂດຍ​ສະເນີ​ແນະ
ໃຫ້ “ກວດ​ກາ​ຢ່າງ​ເຄັ່ງ​ຄັດ” ​ແກ່ຜູ້​ຄົນ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ທີ່​ເຊື່ອມ​ໂຍງ​ກັບ​ການ​
ກໍ່​ການ​ຮ້າຍ.

ລັດຖະບານ​ປະທານາທິບໍ​ດີ​ທຣໍາ ​ໄດ້​ຢືນ​ຢັດ​ດຳ​ລັດນີ້ວ່າ ​ບໍ່​ແມ່ນ​ການ​ຫ້າມ​ຊາວ​ມຸສ
ລິ​ມ ​ແລະ​ປະທານ​າທິບໍດີ​ໄດ້​ໂຕ້​ຖຽງ​ວ່າດຳລັດນີ້​ມີ​ຄວາມ​ຈຳ​ເປັນ​ເພື່ອ​ປົກປ້ອງ
ຄວາມ​ໝັ້ນຄົງ​ຂອງປະ​ເທດ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG