ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ ທຣຳ ຊຸກຍູ້​ໃຫ້​ມີຂໍ້ແກ້ໄຂໂດຍໄວ ການ​ຄ້າ​ເສລີ ຫຼື ນາຟຕາ ຢູ່ໃນການໂອ້ລົມ ທາງ​ໂທລະສັບ ​ ກັບ​ທ່ານ​ ທຣູ​ໂດ


Trade NAFTA
please wait
Embed

No media source currently available

0:00 0:00:52 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ຮຽກຮ້ອງ​ໃຫ້​ມີການ​ສະຫຼຸບ​ໂດຍໄວກ່ຽວ
ກັບຂໍ້​ຕົກລົງ​ການ​ຄ້າ​ເສລີ ​ໃນ​ອາ​ເມຣິກາ​ເໜືອ ຫຼື NAFTA ໃນລະຫວ່າງການໂອ້ລົມ
ທາງ​ໂທລະສັບ ​ໃນວັນຈັນວານນີ້ ກັບ​ນາຍົກລັດຖະມົນຕີການາດາ ​ທ່ານ​ຈອສຕັນ ທຣູ​ໂດ.

ທຳນຽບຂາວໄດ້​ກ່າວວ່າ ທ່ານ​ທຣຳ ​ບໍ່​ໃຫ້ “​ໄດ້ກ່າວຢ້ຳເຖິງ​ຄວາມ​ສຳຄັນ” ໃນການ
ບັນລຸຂໍ້​ຕົກລົງໂດຍໄວ, ​ໃນ​ຂະນະ​ທີ່​ຫ້ອງການ​ຂອງທ່ານທຣູ​ໂດ​ໄດ້​ກ່າວ​ວ່າ ທັງ​ສອງ​ທ່ານ
​ໄດ້​ໂອ້​ລົມ​ເຖິງ​ຄວາມ “​ເປັນ​ໄປ​ໄດ້ ຂອງ​ການ​ທີ່​ຈະບັນລຸ​ຜົນ​ສະຫຼຸບ​ໃນການ​ເຈ ລະຈາດັ່ງງກ່າວ.”

ການ​ເຈລະຈາ​ແມ່ນ​ໄດ້​ຮັບ​ຄວາມ​ກົດ​ດັນເພິ້ີ້ມຂຶ້ນ ຢ່າງ​ໄວວາເພື່ອໃຫ້ບັນລຸຂໍ້​ຕົກລົງຫຼັງ
ຈາກ​ທີ່​ປະ​ທານສະພາ​ຕ່ຳສະຫະລັດ ທ່ານ ພອລ ​ໄຣ​ເອັນ (Paul Ryan) ​ໄດ້​ກ່າວ​
ໃນ​ສັບປະດາ​ນີ້​ວ່າ ທ່ານຢາກໄດ້ຮັບການແຈ້ງກ່ຽວກັບ​ຂໍ້​ຕົກລົງ​ອັນ​ໃໝ່ ພາຍ​ໃນ
ວັນ​ທີ 17 ພຶດສະພາ ທີ່​ຈະ​ມາ​ເຖິງ​ນີ້ ​ເພື່ອ​ວວ່າ​ລັດຖະສະພາ ຈະໄດ້ມີ​ໂອກາດ​ທີ່​ຈະ​ຮັບ
​ຜ່ານໃນ​ປີ​ນີ້.

ກາ​ນາ​ດາ, ສະຫະລັດ ​ແລະ​ເມັກ​ຊິ​ໂກ ​ແມ່ນ​ໄດ້​ກັບ​ຄືນມາ​ເຈລະຈາ​ກັນ​ໃໝ່ ກ່ຽວກັບ
ຂໍ້​ຕົກລົງການ​ຄ້າ​ເສລີຫຼື NAFTA ທີ່​ມີ​ອາຍຸ 24 ປີ ມາ​ແລ້ວ​ນັ້ນ ຢູ່​ຂັ້ນ​ຕອນທີ່​ໄດ້ກະ​ຕຸ້ນ​ໂດຍລັດຖະບານ​ຂອງ​ທ່ານ​ທຣຳ. ທ່ານ​ທຣຳ ​ແມ່ນ​ໄດ້​ຕຳ​ໜິຕິຕຽນ ຂໍ້​ຕົກລົງ ປີ 1994 ນີ້
​ເຖິງ​ການ​ສູນ​ເສຍໜ້າ​ວຽກ​ຈຳນວນ​ຫຼາຍລ້ານໜ້າ​ວຽກ​ອຸດສາຫະກຳໄປ ທີ່ໄດ້ທຳລາຍ​
ເສດຖະກິດ​ສະຫະລັດ​ນັ້ນ.

ທ່ານ​ໄດ້​ຂົ່ມຂູ່ ຊ້ຳ​ແລ້ວ​ຊ້ຳ​ອີກ ທີ່​ຈະຖອນຕົວ​ອອກ​ຈາກ​ຂໍ້​ຕົກລົງນີ້ ຖ້າ​ຫາກ​ວ່າ​ຂໍ້ຕົກລົງ
​ດັ່ງກ່າວ​ບໍ່​ໄດ້ຮັບການປັບປຸງ​ຕາມ​ທີ່​ທ່ານ​ຕ້ອງການ​ນັ້ນ.

ລັດຖະມົນຕີ​ກະຊວງ​ການ​ຄ້າ​ສະຫະລັດ ທ່ານ ວຽລ​ເບີ ຣອສ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້
ວ່າ ບັນຫາ​ທີ່​ຍັງ​ຄ້າງ​ຄາ​ມາ​ດົນ​ນານ​ຂອງ​ຂໍ້​ຕົກລົງ​ສາມ​ປະ​ເທດ ທີ່​ແກ່​ມາຍາ​ວນານ​ນັ້ນ
ຍັງ​ບໍ່​ທັນ​ໄດ້ແກ້​ໄຂ​ເທື່ອ. ທ່ານຣອສ ຜູ້​ຊຶ່ງ​ບໍ່​ໄດ້​ພົວພັນ​ໂດຍ​ກົງ ​ກັບການ​ເຈລະຈາ​ຂໍ້​ຕົກ
ລົງການ​ຄ້າ​ເສລີໃນອາເມຣິກາເໜືອ ຫຼືNAFTA ນີ້ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວທີ່​ວໍ​ຊີງ​ຕັນ
​ໃນ​ວັນ​ຈັນ ວານ​ນີ້ວ່າ ບັນຫາ​ໃຫຍ່ໆນັ້ນ ​ແມ່ນ​ຍັງ​ຢູ່​ໃນ “ຂັ້ນ​ຕອນ​ການ​ດຳ​ເນີນ​ງານ​ຢູ່.”

​ໃນ​ສັບປະດາ​ແລ້ວ​ນີ້ ການ​ໂອ້​ລົມ​ກ່ຽວກັບຂໍ້​ຕົກລົງການ​ຄ້າ​ເສລີ NAFTA ທີ່​ສິ້ນ​ສຸດ​ລົງ
ຢູ່​ວໍ​ຊີງ​ຕັນ ບໍ່​ໄດ້​ຮັບ​ຄວາມກ້າວໜ້າທີ່ສຳຄັນໃດໆ. ພວກ​ທີ່​ເຂົ້າ​ຮ່ວມສົນທະນາ ​
ແມ່ນ​ພວກທຳ​ອິດ​ທີ່​ພົວພັນ​ທັງເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຂອງ 3 ປະເທດ ​ໃນ​ການ​ເຈລະຈາ - ຄືຜູ້ຕາງໜ້າທາງດ້ານການຄ້າ​ຂອງ​ສະຫະລັດ ທ່ານ ​ໂຣ​ເບີຣ໌ດ​ ໄລໄທ​ເຊີ (Robert
Lighthizer), ລັດຖະມົນການ​ຕ່າງປະ​ເທດ​ກາ​ນາ​ດາ ທ່ານ​ນາງຄຣິດ​ເຕຍ ຟຣີ​ແລນ
(Chrystia Freeland) ​ແລະ​ລັດຖະມົນການ​ກະຊວງເສດຖະກິດຂອງ​ປະ​ເທດ​ເມັກ​ຊິ​ໂກ ທ່ານອິນ​ເດີຟອນ​ໂຊ ກົວ​ຮາ​ໂດ (Ildefonso Guajardo).

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG