ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທຣຳ ຊຸກຍູ້ ອີຣ່ານ ບໍ່ໃຫ້ປະຫານຊີວິດ ນັກມວຍປ້ຳ ຊາວອີຣ່ານ ຜູ້ທີ່ໄດ້ສາລະພາບຜິດ ຕໍ່ການຄາດຕະກຳ ຍ້ອນຖືກທໍລະມານ


ທ້າວ ນາວິດ ອັຟກາຣີ ແຊນກາຣີ ນັກມວຍປ້ຳຊາວອີຣ່ານ ຖືກສານຕັດສິນລົງໂທດໃຫ້ປະຫານຊີວິດ ໃນຂໍ້ຫາຄາດຕະກຳ.
ທ້າວ ນາວິດ ອັຟກາຣີ ແຊນກາຣີ ນັກມວຍປ້ຳຊາວອີຣ່ານ ຖືກສານຕັດສິນລົງໂທດໃຫ້ປະຫານຊີວິດ ໃນຂໍ້ຫາຄາດຕະກຳ.

ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ຊຸກຍູ້ອີຣ່ານ ບໍ່ໃຫ້ສັງຫານ ນັກມວຍປ້ຳຜູ້ທີ່ໄດ້ຖືກສານຕັດສິນລົງໂທດປະຫານຊີວິດ ສຳລັບການຄາດຕະກຳທີ່ກ່ຽວພັນກັບການປະທ້ວງຕໍ່ຕ້ານລັດຖະບານໃນປີ 2018 ພາຍຫຼັງຈາກສານສູງສຸດຂອງອີຣ່ານ ໄດ້ຢືນຢັນຕາມຄຳຕັດສິນລົງໂທດຂອງຜູ້ກ່ຽວ ເຖິງແມ່ນວ່າ ລາວໄດ້ຖອນຄຳສາລະພາບຂອງຕົນ ທີ່ລາວໄດ້ກ່າວວ່າ ກະທຳລົງໄປຍ້ອນຖືກທໍລະມານ.

ໃນຂໍ້ຄວາມທີ່ຂຽນລົງທວີດເຕີ້ ເມື່ອວັນພະຫັດວານນີ້ ທ່ານທຣຳ ໄດ້ກ່າວວ່າ ທ່ານໄດ້ຍິນວ່າ ເຕຫະຣານ ມີຈຸດປະສົງທີ່ຈະສັງຫານນັກມວຍປ້ຳຊາວອີຣ່ານ ທ້າວ ນາວິດ ອັຟກາຣີ ແຊນກາຣີ ສຳລັບການກະທຳທີ່ພຽງແຕ່ເຂົ້າຮ່ວມການປະທ້ວງຕໍ່ຕ້ານລັດຖະບານຢູ່ໃນຖະໜົນ.

ທ່ານທຣຳ ໄດ້ຂຽນວ່າ “ເຖິງບັນດາຜູ້ນຳທັງຫຼາຍຂອງອີຣ່ານ ຂ້າພະເຈົ້າຂໍຂອບໃຈເປັນຢ່າງຍິ່ງ ຖ້າພວກທ່ານຈະໄວ້ຊີວິດຂອງຊາຍໜຸ່ມຄົນນີ້ ແລະບໍ່ປະຫານຊີວິດລາວ. ຂອບໃຈ!.”

ການໃຫ້ສຳພາດຂອງແຫລ່ງຂ່າວທີ່ໃກ້ຊິດກັບຄອບຄົວຂອງທ້າວອັຟກາຣີ ຕໍ່ວີໂອເອພະແນກເປີເຊຍ ໃນວັນຈັນຜ່ານມາ ໄດ້ກ່າວວ່າ ສານສູງສຸດຂອງອີຣ່ານ ໄດ້ຢືນຢັນຕາມຄຳຕັດສິນລົງໂທດປະຫານຊີວິດຂອງນັກມວຍປ້ຳ ເມື່ອວັນທີ 15 ສິງຫາ ໂດຍເປັນບາດກ້າວທີ່ການປະຫານຊີວິດນັ້ນຈະໃກ້ເຂົ້າຄວາມເປັນຈິງຫຼາຍຂຶ້ນ. ອົງການຂ່າວ Mizan ດ້ານຕຸລາການຂອງອີຣ່ານ ໄດ້ຢັ້ງຢືນຄໍາຕັດສິນຂອງສານສູງສຸດ ໃນຂໍ້ຄວາມທີ່ຂຽນລົງທວີເຕີ້ເມື່ອວັນຈັນຜ່ານມາ ໂດຍບໍ່ໄດ້ໃຫ້ລາຍລະອຽດເຈາະຈົງເຖິງວັນຂອງການຕັດສິນນັ້ນ.

ທ້າວອັຟກາຣີ ອາຍຸ 27 ປີ ເປັນນັກມວຍປ້ຳແບບອິດສະລະ ແລະທີ່ຮູ້ຈັກກັນຄື ມວຍປ້ຳແບບ Greco-Roman ທີ່ມາຈາກພາກໃຕ້ຕອນກາງຂອງເມືອງຊີຣາຊ (Shiraz) ຜູ້ທີ່ໄດ້ຮັບຫຼຽນຊະນະເລີດຫຼາຍອັນ ໃນການແຂ່ງຂັນທັງຢູ່ພາຍໃນປະເທດ ແລະຕ່າງປະເທດ.

ສານອາຍາໃນແຂວງຟາຣສ໌ ຊຶ່ງຊີຣາຊເປັນເມືອງເອກຂອງແຂວງ ໄດ້ລົງຄວາມເຫັນລົງໂທດໃຫ້ປະຫານຊີວິດ ທ້າວອັຟກາຣີ ສຳລັບການຄາດຕະກຳ ໃນການຂ້າຍາມຮັກສາຄວາມປອດໄພຢູ່ສະຖານທີ່ນ້ຳປະປາຂອງລັດຖະບານ ໃນວັນທີ 2 ສິງຫາ 2018. ການຂ້າ ທ້າວຮາດຊານ ຕໍຄາມານ ໄດ້ເກີດຂຶ້ນຢູ່ຂ້າງນອກການປະທ້ວງຕໍ່ຕ້ານລັດຖະບານໃນເມືອງ ແລະເມືອງອື່ນໆ ຍ້ອນສະພາບເສດຖະກິດທີ່ຊຸດໂຊມລົງຢ່າງໜັກຂອງອີຣ່ານ ລວມທັງການສູຍເສຍລາຄາ ສະກຸນເງິນຂອງປະເທດ.

ທາງການຂອງເມືອງຊີຣາຊ ໄດ້ຈັບກຸມທ້າວອັຟກາຣີ ແລະນ້ອງຊາຍຂອງລາວ ທ້າວວາຮີດ ໃນການມີສ່ວນກ່ຽວຂ້ອງກັບການຂ້າຄົນໃນວັນທີ 17 ກັນຍາ 2018 ແລະ ໄດ້ຄວບຄຸມນ້ອງຊາຍຄົນທີສາມ ທ້າວຮາບີບ ໃນທ້າຍປີດຽວກັນນັ້ນ. ພວກເຂົາທັງໝົດສາມຄົນ ໄດ້ຖືກຄຸມຂັງຢູ່ ແລະໄດ້ຖືກແຍກໂຕຢູ່ຕ່າງຫາກ ໃນຄຸກອາແດລ ອາບາດຂອງເມືອງຊີຣາຊ.

ສານອາຍາ ຟາຣສ໌ ທີ່ໄດ້ຕັດສິນລົງໂທດ ທ້າວນາວິດ ໃຫ້ປະຫານຊີວິດ ຍັງໄດ້ຕັດສິນໃຫ້ທ້າວວາຮີດ ຈຳຄຸກ 27 ປີ ສຳລັບຂໍ້ຫາເປັນຜູ້ມີສ່ວນຮ່ວມໃນການຄາດຕະກຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG