ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ​ຮຽກ​ຮ້ອງ​ໃຫ້ສັກ​ຢາປ້ອງ​ກັນ ​ໂຣກໄຂ້​ອອກ​ຕຸ່ມ ຫຼື measles ທ່າມ​ກາງການ​ແຜ່​ລະ​ບາດ ​ຂອງ​ໂຣກ​ດັ່ງ​ກ່າວ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ຈະ​ອອກ​ເດີນ​ທາງ​ໄປ​ຍັງກອງ​ປະ​ຊຸມ NRA, ວໍ​ຊີງ​ຕັນ, 26 ເມ​ສາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ຈະ​ອອກ​ເດີນ​ທາງ​ໄປ​ຍັງກອງ​ປະ​ຊຸມ NRA, ວໍ​ຊີງ​ຕັນ, 26 ເມ​ສາ 2019.

ໃນ​ວັນ​ສຸກວານ​ນີ້ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຮຽກ​ຮ້ອງ​ໃຫ້
​ຊາວ​ອາ​ເມ​ຮິ​ກັນ ພາ​ກັນ​ສັກ​ຢາປ້ອງ​ກັນ ​ໂຣກໄຂ້​ອອກ​ຕຸ່ມ ຫຼື measlesທ່າມ​ກາງ
ການ​ຕໍ່​ສູ້​ຕ້ານ​ໂຣກ​ດັ່ງ​ກ່າວ ທີ່​ກັບ​ລັງ​ແຜ່​ລະ​ບາດ ໃນ​ສະ​ຫະ​ລັດທີ່ໄດ້​ບັງ​ຄັບ​ໃຫ້​ມະ​ຫາ
ວິ​ທະ​ຍາ​ໄລ 2 ແຫ່ງ ໃນ​ສະ​ຫະ​ລັດ ກັກ​ຕົວ​ພວກ​ນັກ​ສຶກ​ສາ, ພວກ​ຄູ​ບາ​ອາ​ຈານ
ແລະ​ພວກ​ພະ​ນັກ​ງານ​ອື່​ນໆ ​ຫຼາຍ​ຮ້ອຍ​ຄົນໄວ້​ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​
ເຊື້ອ​ໂຣກ.

ທ່ານ​ທ​ຣຳ ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ທີ່​ທຳ​ນຽບ​ຂາວ ຜູ້​ຄົນ​ແມ່ນ “ຕ້ອງ​ໄດ້ສັກ​ຢາ
​ປ້ອງກັນ”
ພວກ​ເຂົາ​ເຈົ້າ​ຈາກ​ໂ​ຣກ​ລະ​ບາດ​ດັ່ງ​ກ່າວ ທີ່​ເຊື່ອ​ວ່າ ໄດ້​ຖືກ​ລົບ​ລ້າງ​ໄປ​
ຈາກ​ສະ​ຫະ​ລັດ ເມື່ອເກືອບ 20 ປີ ມາ​ແລ້ວ​ນັ້ນ.

ປ້າຍໂຄສະນາໃຫ້ບໍລິການຟຣີ ສັກຢາໂຣກໄຂ້ອອກຕຸ່ມ ແລະການໃຫ້ຂໍ້ມູນກ່ຽວກັບໂຣກດັ່ງກ່າວ ທີ່ເຫັນໃນຫ້ອງການສາທາລະນະສຸກຂອງເມືອງພົມໂມນາ, ນິວຢອກ, 27 ມີນາ 2019.
ປ້າຍໂຄສະນາໃຫ້ບໍລິການຟຣີ ສັກຢາໂຣກໄຂ້ອອກຕຸ່ມ ແລະການໃຫ້ຂໍ້ມູນກ່ຽວກັບໂຣກດັ່ງກ່າວ ທີ່ເຫັນໃນຫ້ອງການສາທາລະນະສຸກຂອງເມືອງພົມໂມນາ, ນິວຢອກ, 27 ມີນາ 2019.

ມີເກືອບ 700 ກໍ​ລະ​ນີ ໃນ 22 ລັດ ທີ່​ທາງ​ສູນ​ກາງ​ຄວບ​ຄຸມ​ພະ​ຍາດ ຫຼື (CDC)
ໄດ້​ລາຍ​ງານ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ ມັນ​ແມ່ນ​ການ​ລະ​ບາດ​ໃນ​ລະ​ດັບສູງ​ທີ່​ສຸດ
ໃນ​ຮອບ 25 ປີ. ສູນ​ກາງ (CDC) ແມ່ນ​ມີ​ສ່ວນໃນ​ການ​ໃຫ້​ຂໍ້​ມູນ​ທີ່​ຜິດໆ ກ່ຽວ​ກັບ​
ຄວາມ​ປອດ​ໄພ​ຂອງ​ການ​ສັກ​ຢາ​ປ້ອງ​ກັນ​ໂຣກ​ດັ່ງ​ກ່າວ.

ເລີ້ມ​ຕົ້ນ ກໍ​ແມ່ນ​ວ່າ ການ​ລະ​ບາດ​ຂອງ​ໂຣກ​ນີ້ ແມ່ນ​ໄດ້​ຕາມ​ຮອຍ​ໄປ​ຍັງຊາວຢິວ
Orthodox ຜູ້​ທີ່ໄດ້​ຕິດ​ໂຣກ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ລາວ​ເດີນ​ທາ​ງ​ອອກນອກ​ປະ​ເທດ.
​ໃນ​ຫຼາຍໆກໍ​ລະ​ນີ​ພວກນີ້ ແມ່ນ​ເກີດ​ຂຶ້ນ​ຢູ່ໃນ​ບໍ່​ເທົ່າ​ໃດລັດ ທີ່​ຮວມ​ທັງລັດ ນິວຢອກ,
ນິວເຈີ​ຊີ ມິ​ຊິ​ກັນ ແລະ​ວໍ​ຊີງ​ຕັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG