ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ Donald Trump ແລະ ທ່ານ ນາງ Hillary Clinton ມີຄວາມແຕກຕ່າງກັນຢ່າງຈະແຈ້ງ ເມື່ອເວົ້າເຖິງຂໍ້ສະເໜີນະໂຍ ບາຍຕ່າງໆ, ແຕ່ໃນຕອນຈົບຂອງຂັ້ນຕອນການເລືອກຕັ້ງທີ່ຍາວນານ ເຊິ່ງຫຍັບເຂົ້າໃກ້ ມານັ້ນ ຊ່ອງຫວ່າງໃນດ້ານການເງິນ ສຳລັບການໂຄສະນາຫາສຽງ ຂອງພວກເພິ່ນແມ່ນ ຍັງມີຢູ່ຕໍ່ມາຢ່າງກວ້າງຂວາງ.
ເອກະສານທີ່ໄດ້ຍື່ນໃນວັນອັງຄານວານນີ້ ຕໍ່ຄະນະກຳມະທິການເລືອກຕັ້ງລັດຖະບານ ກາງ ໄດ້ສະແດງໃຫ້ເຫັນວ່າ ທ່ານນາງ Clinton ຫາເງິນໄດ້ 60 ລ້ານໂດລາໃນເດືອນສິງ ຫາ ທີ່ຜ່ານມາ ທຽບໃສ່ 42 ລ້ານໂດລາສຳລັບທ່ານ Trump. ການໂຄສະນາຫາສຽງຂອງ ທ່ານນາງ Clinton ກໍຍັງໄດ້ໃຊ້ເງິນຫຼາຍກວ່າທ່ານ Trump ເຖິງ 20 ລ້ານໂດລາ.
ເມື່ອໄລ່ລວມທັງໝົດລາຍງານການໃຊ້ຈ່າຍໃນແຕ່ລະເດືອນ ທີ່ໄດ້ຍື່ນຕໍ່ ຄະນະກຳມາທິ ການ ນັບຕັ້ງແຕ່ພວກທ່ານ ໄດ້ກາຍເປັນຜູ້ຖືກສະເໜີຊື່ຂອງພັກ ໃນການແຂ່ງຂັນເພື່ອ ເຂົ້າແທນຕຳແໜ່ງປະທານາທິບໍດີ ບາຣັກ ໂອບາມາ ເມື່ອວາລະການດຳລົງຕຳແໜ່ງຂອງ ທ່ານຈະສິ້ນສຸດໃນເດືອນມັງກອນປີໜ້າ ແລະມາຮອດທ້າຍເດືອນສິງຫາທີ່ຜ່ານມາ ທ່ານ ນາງ Clinton ໄດ້ໃຊ້ເງິນຫຼາຍກວ່າງທ່ານ Trump ໂດຍປະມານ 200 ລ້ານໂດລາ.
ຄວາມແຕກຕ່າງໃນການລະດົມທຶນທັງໝົດ ແມ່ນຍັງຫຼາຍກວ່ານັ້ນອີກ, ໂດຍທີ່ທ່ານນາງ Clinton ຫາເງິນໄດ້ 386 ລ້ານໂດລາ ຕໍ່ 170 ລ້ານ ສຳລັບທ່ານ Trump.
ການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີໃນ ສະຫະລັດ ແມ່ນແພງຫຼາຍ, ການໂຄສະນາ ຫາສຽງຕ້ອງໄດ້ຊື້ເວລາໃນການໂຄສະນາທາງໂທລະພາບ ແລະ ຈ້າງພະນັກງານເຮັດ ວຽກໃນຫ້ອງການທົ່ວປະເທດ. ຄະນະກຳມະການໂຄສະນາຫາສຽງຂອງທ່ານ ໂອບາມາ ໄດ້ ໃຊ້ເງິນ 775 ລ້ານໂດລາ ເພື່ອເຮັດໃຫ້ທ່ານໄດ້ຖືກເລືອກເຂົ້ມກຳຕຳແໜ່ງຕື່ມອີກໃນປີ 2012, ໃນຂະນະທີ່ຜູ້ທ້າຊິງຂອງທ່ານຈາກພັກຣີພັບບລີກັນທ່ານ Mitt Romney ໄດ້ໃຊ້ ເງິນ 460 ລ້ານໂດລາ.
ທ່ານນາງ Clinton ແລະ ທ່ານ Trump ໄດ້ກ່າວໂຈມຕີກັນ ແລະ ກັນໃນວັນອັງຄານວານ ນີ້ວ່າ ບໍ່ເໝາະສົມທີ່ຈະນຳພາ ສະຫະລັດ ຕໍ່ສູ້ກັບກຸ່ມລັດອິສລາມ.
ທ່ານ Trump ໄດ້ກ່າວວ່າ ທ່ານນາງ Clinton “ສະແດງໃຫ້ເຫັນເຖິງລະດັບຂອງການ ຂາດຄວາມຮູ້ ກ່ຽວກັບ ໄພຂົ່ມຂູ່ຂອງພວກກໍ່ການຮ້າຍ.. ນັ້ນແມ່ນການຂາດຄຸນນະສົມ ບັດສຳລັບບຸກຄົນໃດບຸກຄົນໜຶ່ງທີ່ຢາກເປັນປະທານາທິບໍດີ."