ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ບໍ່​ພໍ​ໃຈ​ ກັບ ຂໍ້​ຕົກ​ລົງ ​ສ້າງສິ່ງ​ກີດ​ກັ້ນ​ ຢູ່​ເຂ​ດ​ຊາຍ​ແດນ ໂດຍ​ສະ​ມາ​ຊິກ​ສະ​ພາ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ເຫັນ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີ ທີ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 12 ກຸ​ມ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ເຫັນ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີ ທີ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 12 ກຸ​ມ​ພາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານ
ຮູ້ສຶກບໍ່ພໍໃຈປານໃດກັບຂໍ້ຕົກລົງທີ່ບັນດາສະມາຊິກສະພາໄດ້ບັນລຸສຳລັບການກໍ່ສ້າງ
ສິ່ງກີດກັ້ນໃໝ່ຢ່າງຈຳກັດຢູ່ຕາມເຂດຊາຍແດນ ສະຫະລັດ-ເມັກຊິໂກ, ແຕ່ທ່ານບໍ່
ຄາດວ່າ ຈະມີການປິດລັດຖະບານບາງສ່ວນອີກຄັ້ງນຶ່ງ ຍ້ອນ ຄວາມຂັດແຍ້ງດັ່ງກ່າວ.

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີ​ຢູ່​ທຳ​ນຽບ​ຂາວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​
ສາມາດເວົ້າໄດ້ວ່າຂ້າພະເຈົ້າດີໃຈ. ຂ້າບໍ່ສາມາດເວົ້າໄດ້ວ່າຂ້າພະເຈົ້າຕື່ນເຕັ້ນ. ມັນບໍ່
ແມ່ນສິ່ງທີ່ຂ້າພະເຈົ້າຕ້ອງການແທ້.”

ແຕ່​ຜູ້​ນຳ​ສະ​ຫະ​ລັດ ໄດ້​ສະ​ເໜີ​ວ່າ​ທ່ານ​ອາດຈະເຊັນຮ່າງ​ກົດ​ໝາຍ ທີ່​ລວມ​ມີ​ເງິນ ນຶ່ງ​ພັນ
ສາມຮ້ອຍເຈັດສິບຫ້າລ້ານໂດລາ ເພື່ອສ້າງຮົ້ວໃໝ່ຍາວ 88 ກິໂລແມັດຢູ່ເຂດຊາຍ
ແດນ, ເຊິ່ງແມ່ນເງິນນຶ່ງສ່ວນສີ່ຂອງ ຫ້າພັນເຈັດຮ້ອຍລ້ານໂດລາ ທີ່ທ່ານຕ້ອງການ ສຳ
ລັບສ້າງກຳແພງ. ການເຄື່ອນໄຫວດັ່ງກ່າວ ຈະຫຼີກລ່ຽງການປິດລັດຖະບານບາງສ່ວນ
ອີກຄັ້ງນຶ່ງ ສາມອາທິດຫຼັງຈາກການປິດລັດຖະບານທີ່ດົນເປັນປະຫວັດການ 35 ວັນ
ເຊິ່ງໄດ້ສິ້ນສຸດລົງໃນເດືອນແລ້ວນີ້. ເງິນທຶນສຳລັບປະມານນຶ່ງສ່ວນສີ່ ຂອງການປະຕິ
ບັດງານຂອງລັດຖະບານ ຈະໝົດອີກຄັ້ງນຶ່ງໃນທ່ຽງຄືນວັນສຸກທີ່ຈະມາເຖິງນີ້, ລວມທັງ
ສຳລັບອົງການ ຂອງກະຊວງຮັກສາຄວາມປອດໄພພາຍໃນ ທີ່ລາດຕະເວນຕາມເຂດ
ຊາຍແດນ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ເຈົ້າ​ຄົງ​ຈະ​ບໍ່​ໄດ້​ເຫັນ​ການ​ປິດ​ລັດ​ຖະ​ບານ.
ຂ້າພະເຈົ້າບໍ່ຄິດວ່າມັນຈະເກີດຂຶ້ນອີກ. ພວກເຮົາບໍ່ຢາກເຫັນການປິດລັດຖະບານ.”

ທ່ານ​ໄດ້​ໃຫ້​ສັນ​ຍານ​ວ່າ ທ່ານ​ຫວັງ​ຢາກ​ໃຫ້​ທຶນ​ລັດ​ຖະ​ບານ​ອື່ນໆ ຂະ​ຫຍາຍ​ການ​ກໍ່​ສ້າງ
ກຳແພງໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະສະພາ, ເປັນກົນລະຍຸດທີ່ຈະກໍ່ໃຫ້ມີການ
ຄັດຄ້ານທາງກົດໝາຍ ຈາກພັກຝ່າຍຄ້ານ ເດໂມແຄຣັດ.

ທ່ານ​ໄດ້​ກ່າວ​ໂດຍ​ອີງ​ໃສ່​ສິ່ງ​ກີດ​ກັ້ນ​ທີ່​ກຳ​ລັງ​ຖືກ​ສ້ອມ​ແປງ ຫຼື ກຳ​ລັງ​ຖືກ​ສ້າງຂຶ້ນ​ນັ້ນ​ວ່າ
“ພວກເຮົາກຳລັງສ້າງກຳແພງ ຢ່າງຫຼວງຫຼາຍໃນເວລານີ້.” ທ່ານ ທຣຳ ໄດ້ກ່າວວ່າ
ທ່ານກຳລັງທົບທວນຂໍ້ຕົກລົງທີ່ບັນດາຄະນະກຳມະການສະມາຊິກສະພາຈາກສອງ
ພັກການເມືອງ ໄດ້ຕົກລົງກັນ ໃນຕອນແລງວັນຈັນທີ່ຜ່ານມາ ກ່ອນທຳການດຳເນີນ
ການຕໍ່ໄປ.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ໃນ​ທວິດ​ເຕີ​ເມື່ອ​ຕອນ​ແລງວັນ​ອັງ​ຄານ​ວານນີ້, ທ່ານ​ໄດ້​ກ່າວ​ຂອບ​ໃຈ
“ສະມາຊິກພັກຣີພັບບລີກັນທຸກຄົນ ສຳລັບວຽກງານທີ່ເຂົາເຈົ້າໄດ້ເຮັດໃນການຮັບມືກັບ
ພວກນິຍົມຊ້າຍຫົວຮຸນແຮງ ກ່ຽວກັບ ການຮັກສາຄວາມປອດໄພເຂດຊາຍແດນ.”

ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ ແມ່ນ​ຍັງ​ບໍ່​ໄດ້​ລົງ​ຄະ​ແນນ​ສຽງ​ເທື່ອ ກ່ຽວ​ກັບ ຮ່າງ​ກົດ​ໝາຍ
ທີ່ຈະອະນຸຍາດໃຫ້ສ້າງສິ່ງກີດກັ້ນໃໝ່ໃນຮ່ອມພູ ຣີໂອ ກຣານເດ (Rio Grande)
ທາງພາກໃຕ້ຂອງລັດເທັກຊັສ ພ້ອມກັບເພີ່ມເທັກໂນໂລຈີ ທີ່ໄດ້ຮັບການຍົກລະດັບ
ສຳລັບການກວດກາຢູ່ດ່ານເຂົ້າປະເທດໃນເຂດຊາຍແດນ, ເພີ່ມເຈົ້າໜ້າທີ່ພາສີຫຼາຍ
ຂຶ້ນ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG