ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແມ່ນ“ມີສຸຂະພາບດີຫຼາຍ” ອີງຕາມ ທ່ານ
ໝໍຂອງທ່ານ ຫຼັງຈາກການກວດສຸຂະພາບ ໃນວັນສຸກວານນີ້ ຢູ່ທີ່ສູນກາງການແພດ ຂອງ
ທະຫານແຫ່ງຊາດ Walter Reed.
“ຕະຫຼອດໄລຍະ ປະມານ 4 ຊົ່ວໂມງ ຂ້າພະເຈົ້າ ໄດ້ປະຕິບັດ ແລະກຳກັບນຳ ການ
ປະເມີນຜົນ ພ້ອມກັນກັບ ຄະນະຜູ້ຊ່ຽວຊານຫຼາຍຂະແໜງ 11 ທ່ານ ທີ່ໄດ້ຮັບໃບຮັບ
ຮອງ” ທ່ານໝໍ ຊອນ ຄອນລີ ໄດ້ກ່າວ ໃນບັນທຶກສະບັບນຶ່ງ ທີ່ມອບໃຫ້ແກ່ໂຄສົກຂອງ
ທຳນຽບຂາວ ທ່ານນາງ ແຊຣາ ແຊນເດີສ໌.
ທ່ານ ທຣຳ ອາຍຸ 72 ປີ “ບໍ່ໄດ້ຮັບຜ່ານ ຂັ້ນຕອນການກວດສຸຂະພາບໃດໆ ທີ່ຕ້ອງໄດ້
ວາງຢາລະງັບປະສາດ ຫຼື ຢາສະຫລົບ” ທ່ານໝໍ່ ຄອນລີ ໄດ້ກ່າວໄປ ຜູ້ທີ່ເປັນໝໍ່ປະຈຳ
ຕົວຂອງທ່ານປະທານາທິບໍດີ ແລະມີຕຳແໜ່ງເປັນຜູ້ບັນຊາການ ໃນກອງທັບເຮືອ
ສະຫະລັດ.
ບົດລາຍງານທາງການແພດທີ່ຄົບຖ້ວນ ແລະ ການແນະນຳຕ່າງໆ ແມ່ນຍັງບໍ່ທັນໄດ້ສະ
ລຸບເທື່ອ ອີງຕາມ ບັນທຶກຂອງທ່ານໝໍ ຄອນລີ ຊຶ່ງທ່ານໄດ້ກ່າວຕື່ມວ່າ ທ່ານ ທຣຳ ແມ່ນ
“ມີສຸຂະພາບດີຫຼາຍ ແລະ ຂ້າພະເຈົ້າ ຄາດການວ່າ ທ່ານ ຈະຍັງຄົງເປັນເຊັ່ນນັ້ນຢູ່
ສຳລັບ ໄລຍະເວລາ ທີ່ທ່ານເປັນປະທານາທິບໍດີ ແລະ ເລີຍໄປຕື່ມອີກ.”
ທ່ານປະທານາທິບໍດີ ບໍ່ໄດ້ໃຫ້ຄຳເຫັນ ຕໍ່ບັນດານັກຂ່າວ ໃນຂະນະທີ່ ອອກມາຈາກ
ໂຮງໝໍ ຫຼື ໃນຂະນະກັບຄືນໄປຍັງທຳນຽບຂາວ. ໃນຂະນະທີ່ ທ່ານຂີ່ລົດ ໃນໄລຍະຫຼາຍ
ຮ້ອຍແມັດ ໃນພື້ນທີ່ 98 ເຮັກຕາ ຂອງທຳນຽບຂາວ ມຸ້ງໜ້າໄປຍັງເດີ່ນຈອດເຮລິຄອບເຕີ
ຢູ່ນັ້ນ ທ່ານທຣຳ ໄດ້ໂບກມື ໃຫ້ແກ່ພວກນັກຂ່າວ ແລະບໍ່ເທົ່າໃດນາທີ ຫຼັງຈາກນັ້ນ ກໍກັບ ຄືນມາເຖິງເດີ່ນທາງກ້ຳໃຕ້ຂອງທຳນຽບຂາວ ຊຶ່ງທ່ານ ໄດ້ສົ່ງສັນຍານ ດ້ວຍການຍົກນິ້ວ
ໂປ້ຂຶ້ນ ແຕ່ໄດ້ປະຕິເສດ ທີ່ຈະຕອບຄຳຖາມທີ່ກະນຳເຂົ້າມາ.
ອັນນີ້ ເປັນການກວດສຸຂະພາບຄັ້ງທີສອງ ໃນການເປັນປະທານາທິບໍດີຂອງທ່ານ.
ມີຫຼາຍຄຳຖາມ ໄດ້ຖືກຍົກຂຶ້ນມາ ກ່ຽວກັບວ່າ ສຸຂະພາບທີ່ແທ້ຈິງ ຂອງທ່ານປະທານາ
ທິບໍດີ ຫຼັງຈາກການກວດໃນຄັ້ງທີ່ນຶ່ງ ເປັນແນວໃດ.
ທ່ານໝໍປະຈຳ ທຳນຽບຂາວ ໃນເວລານັ້ນ ແມ່ນພົນຕີກອງທັບເຮືອ ຣອນນີ ແຈັກສັນ ໄດ້ປະກາດວ່າ ທ່ານ ທຣຳ ມີ “ສຸຂະພາບດີເລີດ” ເນື່ອງມາຈາກ “ພັນທະກຳດີ ທີ່ບໍ່
ໜ້າເຊື່ອເລີຍ.”