ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມັງກອນ ໒໐໒໕

ປ. ທຣໍາ ຈະ​ຕໍາໜິ​ເກົາຫລີ​ເໜືອ, ອີຣ່ານ, ​ແລະ​ເວ​ເນ​ຊູ​ເອລາ ຢູ່ກອງປະຊຸມ ​ສ​ປ​ຊ


President Trump Criticizes Rogue Nations
please wait

No media source currently available

0:00 0:01:10 0:00

ໃນວັນອັງຄານທີ 19 ກັນຍາ, 2019 ນີ້ ທ່ານ​ດໍ​​ໂນ​ລ ທຣໍາ ປະ​ທາ​ນາ​ທິບໍດີ​ສະຫະລັດ ກ່າວຄໍາປາໄສເປັນຄັ້ງທໍາ​ອິດ​ ຢູ່ກອງ​ປະຊຸມສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ນັບແຕ່ທ່ານໄດ້ເຂົ້າຮັບຕໍາແໜ່ງເປັນຕົ້ນມາ.

ຢູ່​ໃນ​ການ​ກ່າວ​ຄໍາ​ປາ​ໄສ​ ທີ່ກອງ​ປະຊຸມສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຄັ້ງທໍາ​ອິດ​ຂອງ​ທ່ານ​ນັ້ນ ທ່ານ​ດໍໂນ​ລ ທຣໍາ ປະ​ທາ​ນາ​ທິບໍດີ​ສະຫະລັດ ຈະ​ຕໍາໜິ​ເກົາຫລີ​ເໜືອ, ອີຣ່ານ, ​ແລະ​ເວ​ເນ​ຊູ​ເອລາ ຢ່າງໜັກ.

ອີງ​ຕາມ​ເຈົ້າໜ້າທີ່​ທໍາ​ນຽບຂາວ ທີ່​ເອົາ​ແນວ​ຄວາມ​ຄິດແບບຄ່າວໆກ່ຽວກັບ​ຄໍາ​ປາ​ໄສ​ດັ່ງກ່າວ​ໃຫ້​ແກ່ພວກ​ນັກ​ຂ່າວຮູ້ ​ເວົ້າວ່າ "ທ່ານ​ຈະ​ເວົ້າໂດຍ​ໃຊ້​ຄວາມ​ເວົ້າ​ແບບ​ເຂັ້ມ​ແຂງ​ສຸດ​ຂີດ​ກ່ຽວກັບໄພອັນ​ຕະລາຍຂອງເກົາຫລີ​ເໜືອ​ແລະ​ການນາບ​ຂູ່ຂອງ​ປະ​ເທດ​ດັ່ງກ່າວຕໍ່ຄວາມໝັ້ນຄົງ​ຂອງ​ພວກ​ເຮົາ ​ແລະ ຕໍ່ຄວາມໝັ້ນຄົງ​ຂອງ​ທຸກ​ຊາດ​ທີ່​ມີ​ຜູ້​ຕ່າງໜ້ານັ່ງ​ຢູ່​ໃນ​ຫ້ອງນັ້ນ. ​ແລະ​ ພ້ອມ​ກັນນັ້ນ ທ່ານກໍ​ຈະ​ເວົ້າກ່ຽວກັບສິ່ງ​ທີ່​ສົມຄວນ​ໄດ້​ຮັບ​ຂອງ​ລະບອບປົກຄອງເກົາຫລີເໜືອ."

​ໃນ​ວັນ​ອັງ​ຄານ​ມື້ນີ້ ທ່ານ​ທຣໍາ ຈະ​ຮຽກຮ້ອງ​ໃຫ້​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ ຕໍາໜິພຽງຢາ​ງກ່ຽວກັບໂຄງການອາວຸດ​ນີວ​ເຄລຍ ​ແລະລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂ້າມ​ທະວີບ ​ແລະ​ໃຫ້​ຢຸດຕິໂຄງການ​ດັ່ງກ່າວ ​ກ່ອນ​ທີ່​ກອງ​ທັບເກົາຫລີ​ເໜືອຍາກ​ທີ່​ຈະ​ຢຸດ​ຢັ້ງ​ໄດ້. ໂດຍ​ທີ່​ບໍ່​ໄດ້​ອ້າງ ​ເຖິງ​ອັນ​ໃດເປັນ​ການສະ​ເພາະ​ເຈາະ​ຈົງເຈົ້າໜ້າທີ່​ທ່ານ​ນັ້ນຍັງ​ເວົ້າອີກ​ວ່າ ທ່ານປະທານາທິບໍດີ ຈະ​ກ່າວ​ກ່ຽວກັບ​ອີ​ຣ່ານ ​ແລະ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງທິດ​ທາງ​ແລະ​ນະ​ໂຍບາຍ​ຂອງ​ລັດຖະບານດັ່ງກ່າວ ກັບ​ຄວາມ​ມຸ້ງ​ມາດ​ປາຖະໜາຂອງ​ປະຊາຊົນ​ໃນ​ປະ​ເທດ​ນັ້ນ.

ທ່ານ​ທຣໍາກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ສະຫະລັດຈະ​ບໍ່ປະຕິບັດ​ຕາມ ຂໍ້​ຕົກລົງ​ນີວ​ເຄລຍ ກັບ​ອີຣ່ານ ທີ່​ສະຫະລັດ​ໄດ້​ເຊັນ​ໃນ​ປີ 2015 ພ້ອມ​ກັບ​ຫ້າ​ປະ​ເທດ​ອື່ນໆ​ອີກ ຖ້າ​ວໍ​ຊິງ​ຕັນຫາ​ກ ​ເຫັນ​ວ່າ ອົງກາ​ນ​ພະລັງງານ​ປະລະມານູ​ສາກົນ​ຂອງ​ສະຫະ​ປະຊາ​ຊາດບໍ່​ໄດ້​ເຂັ້ມງວດກວດ​ຂັນ​ຢ່າງ​ພຽງພໍ ​ໃນ​ການ​ຕິດຕາມ​ກວດກາ​ໂຄງການ​ດັ່ງກ່າວ.”

ເຈົ້າໜ້າທີ່​ຂັ້ນສູງ​ທ່ານ​ນຶ່ງ ທີ່​ບໍ່ປະສົງ​ຈະ​ບອກ​ຊື່ ​ໄດ້​ໃຫ້​ຂໍ້​ມູນ​ໂດຍ​ລວມ​ແກ່​ພວກ​ນັກ​ຂ່າວໂດຍຜ່ານ​ທາງ​ໂທລະ​ສັບ​ ໃນ​ວັນ​ຈັນ​ວານນີ້ ກ່ຽວກັບຄໍາ​ປາ​ໄສຂອງ​ທ່ານ​ທຣໍາ​ທີ່​ໄດ້​ກະກຽມ​ໄປຊຶ່ງ​ຄາດ​ວ່າ ຈະ​ເປັນຄໍາປາ​ໄສ​ທີ່ມີ​ຄົນ​ເບິ່ງ​ກັນ​ຢ່າງ​ກວ້າງຂວາງ​ທີ່​ສຸດນັບ​ແຕ່​ທ່ານ​ໄດ້ເຂົ້າຮັບ​ຕໍາ​ແໜ່ງ​ໃນທໍາ​ນຽບຂາວເມື່ອ 8 ​ເດືອນ​ກ່ອນ​ເປັນຕົ້ນມາ.

ທ່ານ​ທຣໍາຈະ​ເວົ້າກ່ຽວກັບ​ສະຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ​ເສດຖະກິດ​ໃນ​ເວ​ເນ​ຊູ​ເອລາ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ຫລັງ​ຈາກ​ທ່ານ​ຮັບ​ປະທານ​ອາຫານ​ຄໍ່າກັບ​ປະທານາທິບໍດີ​ຂອງ​ປະ​ເທດ​ຕ່າງໆ​ໃນ​ຂົງ​ເຂດ​ອາ​ເມຣິກາ​ລາ​ຕິນ.

ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ຄະນະ​ລັດຖະບານທ່ານ​ນຶ່ງ​ເວົ້າວ່າ ການກໍ່ການ​ຮ້າຍ​ກໍ​ຈະ​ເປັນ​ຈຸດ​ເພັ່ງ​ເລັງ​ໃຫຍ່​ອັນ​ນຶ່ງ​ ຂອງ​ຄໍາ​ປາ​ໄສ​ຂອງທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG