ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ບູລິມະສິດ ຂອງ ປ. ທຣໍາ ທີ່ ສປຊ ຄື ໂດດດ່ຽວ ເກົາຫລີເໜືອ ທາງການທູດ


ປະທານາທິບໍດີ ດໍໂນລ ທຣໍາ ກ່າວຢູ່ຫ້ອງຕາເວັນອອກ ຂອງ ທຳນຽບຂາວ ໃນວັນທີ 28 ສິງຫາ 2017.

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ຈະ​ຊຸກຍູ້​ໃຫ້​ມີ​ການ​ຈຳກັດ​ຮັດ​ແຄບທາງ​ດ້ານ​ເສດຖະກິດ
ເພື່ອໂດ​ດດ່ຽວເກົາຫລີ​ເໜືອຢູ່ທີ່ກອງ​ປະຊຸມ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ ຊາດ​ໃນ​ອາ
ທິດ​ໜ້າ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ສອງ​ທ່ານ ​ທີ່​ກ່າວ​ວ່າ ທ່ານ​ຈະ​ໂຕ້ ຖຽງ​ວ່າ ຄວາມ​ລົ້ມ
ແຫລວ​ທາງ​ດ້ານການ​ທູດ ອາດ​ຈະ​ເຮັດ​ໃຫ້​ມີ​ໂອກາດເພີ້​ມ​ຂຶ້ນ ​ໃນ​ການ​ທີ່​ຈະເກີດ​ສົງຄາມ.

ຢູ່​ໃນ​ການ​ລາຍ​ງານ​ທີ່​ທຳນຽບຂາວ ​ໃນ​ວັນ​ສຸກ​ວານ​ນີ້ ​ເອກ​ອັກຄະ​ລັດ​ຖະທູດສະຫະລັດ
ປະຈຳ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikke Haley ​ແລະທີ່​ປຶກສາ​ດ້ານ ຄວາມ​ໝັ້ນຄົງ​
ແຫ່ງ​ຊາດ ທ່ານ H.R. McMaster ​ໄດ້​ສະ​ແດງ​ຄວາມຍິນ​ດີກ່ຽວ ກັບກາ​ນ​ເຄື່ອນ​ໄຫວ
​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ໃນ​ເດືອນ​ນີ້ທີ່​ຈະ​ທຳການ​ລົງ​ໂທດ​ເພີ້​ມຕື່ມຕໍ່​ເກົາຫລີ​ເໜືອ
​ແຕ່ກໍ​ກ່າວ​ວ່າ ການ​ກະທຳ​ແບບ​ຮຸກ​ຮານ ຂອງ​ພຽງ​ຢາງແມ່ນຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ທ່ານ​ນາງ Haley ກ່າວ​ວ່າ “ສິ່ງທີ່​ພວກ​ເຮົາ​ກຳລັງ​ເຫັນ ​ກໍ​ຄື​ພວກ​ເຂົາ​ຍັງ​ສືບ​ຕໍ່​ທ້າ​ທາຍ
​ເກາະ​ຜິດ ​ສືບ​ຕໍ່​ການ​ກະທຳ​ແບບ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ. ບໍ່​ມີ​ຫຍັງ​ຫຼາຍ​ທີ່​ສະພາ​ຄວາມ
​ໝັ້ນຄົງ ​ຈະ​ສາມາດເຮັດ​ໄດ້ນັບຈາກ​ນີ້​ໄປ​ເວລາ​ເຈົ້າຕັດ 90 ​ເປີ​ເຊັນ​ຂອງ​ການ​ຄ້າ​ ແລະ
30 ​ເປີ​ເຊັນ​ຂອງ​ນໍ້າມັນ​ໄປ​ແລ້ວ. ​ໂດຍ​ການ​ກ່າວ​ດັ່ງ​ນັ້ນ ຂ້າພະ​ເຈົ້າ​ບໍ່​ມີ​ບັນຫາໃນ​ການ
​ທີ່​ຈະ​ມອບ​ຄວາມ​ຮັບຜິດຊອບ​ໃຫ້ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ນາຍ​ພົນ James
Mattis ​ເພາະຂ້າພະ​ເຈົ້າ​ຄິດ​ວ່າ ທ່ານຍັງ​ມີ​ທາງ​ເລືອກ​ຢ່າງ​ຫລວງ​ຫລາຍຢູ່.”

ສ່ວນທ່ານ McMaster ກ່າວ​ວ່າ ການ​ສະໜັບສະໜູນ​ຂອງໂລກຕໍ່​ການ​ດຳ​ເນີນ ຄວາມ​ພະຍາຍາມ​ທາງການ​ທູດ ທີ່​ໄດ້​ຮັບ​ການໝູນ​ຫລັງ​ໂດຍ ການຈັດຕັ້ງປະຕິບັດ​ການ​ລົງ​
ໂທດ​ຢ່າງ​ເຂັ້ມງວດນັ້ນ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ ​ເພື່ອ​ຫລີ​ກລ່ຽງຕໍ່ອັນ​ທີ່​ທ່ານ​ຮ້ອງ​ວ່າ “ທາງ​
ເລື​ອກດ້ານ​ທະຫານ.”

ທ່ານ McMaster ກ່າວ​ຕໍ່​ບັ​ນດາ​ນັກ​ຂ່າວ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ເຮັດກໍ​ຄືຮຽກ​ຮ້ອງ​ໃຫ້
ທຸກ​ປະ​ເທດ​ ຮຽກຮ້ອງ​ໃຫ້​ທຸກຄົນ​ເຮັດ​ທຸກ​ສິ່ງ​ທຸ​ກຢ່າງ ທີ່​ພວກ​ເຮົາສາ ມາດ ​ເພື່ອ​ແກ້​ໄຂ​
ບັນຫາ​ຂອງໂລກ​ດັ່ງກ່າວນີ້ ​ບໍ່​ເຖິງ​ຂັ້ນກັບ​ເຮັດ​ສົງຄາມ.”

​ເກົາຫລີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ລູກ​ນຶ່ງໃນ​ວັນ​ສຸກ​ວານ​ນີ້ຂ້າມປະ​ເທດ​ຍີ່ປຸ່ນ ​ຊຶ່ງເປັນ​ການ
​ຍິງ​ເທື່ອ​ທີ​ສອງ​ຂ້າມ​ປະ​ເທດດັ່ງກ່າວ ນັບ​ແຕ່​ປະທານາທິບໍດີ​ທຣໍາ​ ໄດ້​ຂົ່ມຂູ່​ໃນ​ເດືອນສິງ
ຫາ ທີ່​ຈະ​ປ່ອຍ “​ໄຟແລະ​ຄວາ​ມ​ໂກດ​ແຄ້ນ” ຕໍ່ພຽງ​ຢາງ ຖ້າ​ຫາກ​ການ​ກະທຳ​ແບບ​ຮຸກ​
ຮານ​ຍັງດຳ​ເນີນ​ຕໍ່​ໄປ. ການ​ຍິງ​ເທື່ອ​ຫລ້າ​ສຸດໄດ້​ພາ​ໃຫ້ເກີດຄວາມຕື່ນ​ຕົກ​ໃຈຢູ່​ໃນ​ທົ່ວ​
ໂລກກ່ຽວ​ກັບ​ໂຄງການ​ພັດ​ທະນາ​ອາວຸດນິວ​ເຄລຍ ​ແລະ​ລູກ​ສອນ​ໄຟຂອງເກົາຫລີ​ເໜືອ.

ການ​ເດີນທາງ​ໄປ​ສະຫະ​ປະຊາ​ຊາດ ຂອງ​ປະທານາທິບໍດີ​ທຣໍາ ​ເທື່ອ​ທຳ​ອິດ​ໃນຖານະ
ຜູ້ນຳຂອງ​ພວກ​ເຈົ້າໜ້​າທີ່ລະດັບ​ສູງ ​ຮວມທັງ​ຮອງ​ປະທານາທິບໍດີ Mike Pence ລັດ
ຖະມົນຕີ​ຕ່າງປະ​ເທດ Rex Tillerson ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຄົນ​ອື່ນໆອີກ​ດ້ວຍ.

ລາຍການ​ສີ່​ມື້​ຈະ​ເລີ້ມ​ໃນ​ວັນ​ຈັນ ​ເວລາ​ທ່ານ​ເປັນ​ເຈົ້າ​ພາບ​ກອງປະຊຸມ ກ່ຽວ​ກັບ​ການ​
ປະຕິ​ຮູບ​ສະຫະ​ປະຊາ​ຊາດ ຊຶ່ງ​ເປັນ​ສິ່ງ​ທີ່​ໃກ້​ກັບ​ ຫົວ​ໃຈ​ຂອງ​ທ່ານ. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​
ວ່າ 120 ປະ​ເທດ ຂອງສະມາຊິກ​ທັງ​ໝົດ​ເກືອບ 200 ປະ​ເທດ ຂອງ​ສະຫປະຊາ​ຊາດ
​ຈະ​ເຂົ້າ​ຮ່ວມກອງ​ປະຊຸມ​ດັ່ງກ່າວ.

ຮູບພາບເຜີຍແຜ່ໂດຍ ກະຊວງປ້ອງກັນປະເທດເກົາຫລີໃຕ້ ສະແດງໃຫ້ເຫັນການຍິງຊ້ອມລົບ ລູກສອນໄຟຂີປະນາວຸດ Hyunmoo II.
ຮູບພາບເຜີຍແຜ່ໂດຍ ກະຊວງປ້ອງກັນປະເທດເກົາຫລີໃຕ້ ສະແດງໃຫ້ເຫັນການຍິງຊ້ອມລົບ ລູກສອນໄຟຂີປະນາວຸດ Hyunmoo II.

ເອກ​ອັກຄະ​ລັດຖະທູດສະຫະລັດ ທ່ານ​ນາງ Haley ກ່າວ​ວ່າ ຄຳ​ປາ​ໄສ​ຂອງ​ທ່ານຕໍ່
ກອງ​ປະຊຸມສະມັດຊາ​ໃຫຍ່​ ​ໃນ​ວັນ​ອັງຄານ​ ຈະ​ກວມ​ເອົາ​ເລື້ອງ​ຕ່າງໆ​ທີ່ເປັນ​ບັນຫາ​
ທ້າ​ທາຍ ກຳລັງ​ປະ​ເຊີນ​ໜ້າ​ກັບ​ປະຊາ​ຄົມ​ໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG