ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໕ ຕຸລາ ໒໐໒໓

ປ. ທຣຳ ກ່າວວ່າ ການເອົາບາດກ້າວ ທາງ ທະຫານ ຕໍ່ເກົາຫຼີເໜືອ ບໍ່ແມ່ນທາງເລືອກ ທຳອິດ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຍ່າງຜ່ານເດີ່ນຫຍ້າ South Lawn ທີ່ທຳນຽບຂາວ, 23 ສິງຫາ 2017.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະເຫັນວ່າ
​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​, ​ແນ່ນອນ ມັນ​ກໍ​ບໍ່​ເປັນ​ທາງເລືອກ​ອັນທຳ​ອິດ​ດອກ”
ນັ້ນ​ແມ່ນ
​ຕຳ​ຕອບ ​ທີ່​ທ່ານ​ໄດ້ຕອບ​ໄປ ​ເມື່ອ​ມີ​ການ​ຖາມ​ໃນ​ວັນ​ພຸດວານ​ນີ້ ທີ່​ວ່າ ທ່ານ​ຈະ​ເອົາບາດ
ກ້າວ​ທາງ​ທະຫານ​ຕໍ່ ​ເກົາຫຼີ​ເໜືອ ຫຼື​ບໍ່ນັ້ນ.

ທ່ານ ທຣຳ ​ໄດ້ກ່າວ​ທີ່ທຳນຽບຂາວ ຫລັງ​ຈາກການ​ສົນທະນາໂອ້​ລົມທາງ​ໂທລະສັບ​ກັບ​
ປະທານປະ​ເທດຈີນ ທ່ານ Xi Jinping.

​ເມື່ອ​ນັກ​ຂ່າວ VOA ຖາມ​ວ່າ ທ່ານໄດ້ຫາລື ກັບ​ຜູ້ນຳ​ຈີນ ກ່ຽວ​ກັບ​ເລື່ອງ​ເກົາຫຼີ​ເໜືອ,
ທ່ານ ທຣຳ ​ໄດ້​ຕອບວ່າ “ປະທາ​ນປະ​ເທດ Xi ຢາກ​ທີ່​ຈະ​ເຮັດ​ບາງ​ຢ່າງ ຕໍ່​ເກົາຫຼີ​ເໜືອ” ​
ແຕ່ຍັງ​ບໍ່​ທັນເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ “ທ່ານ​ຈະ​ສາມາດ​ເຮັດ​ໄດ້ ຫຼື ບໍ່?”

ຊາຍຜູ້ນຶ່ງຢືນຟັງຂ່າວ ທີ່ໄດ້ລາຍງານຜ່ານທາງໂທລະພາບ ເຖິງການອາດເປັນໄປໄດ້ ຂອງການທົດລອງນິວເຄລຍ ຂອງເກົາຫຼີເໜືອ ໃນສະຖານີລົດໄຟ ໃນໂຊລ, ເກົາຫຼີໃຕ້, 3 ກັນຍາ, 2017.
ຊາຍຜູ້ນຶ່ງຢືນຟັງຂ່າວ ທີ່ໄດ້ລາຍງານຜ່ານທາງໂທລະພາບ ເຖິງການອາດເປັນໄປໄດ້ ຂອງການທົດລອງນິວເຄລຍ ຂອງເກົາຫຼີເໜືອ ໃນສະຖານີລົດໄຟ ໃນໂຊລ, ເກົາຫຼີໃຕ້, 3 ກັນຍາ, 2017.

ທ່ານ​ທຣຳ ​ໄດ້​ກ່າວ​ເຖິງ​ການ​ສົນທະນາຂອງ​ທ່ານ​ກັບ​ທ່ານ Xi ນັ້ນ​ວ່າ “​ກົງ​ໄປ ກົງ​ມາ
​ຫຼາຍ ​ແລະ​ແຂງ​ຂັນ,”
​ໂດຍ​ກ່າວ​ວ່າ “​ເປັນ​ການ​ສົນທະນາ​ໂອ້​ລົມ​ທາງ​ໂທລະສັບທີ່​ມີ
ໝາກຜົນແລະ ​ໂອ້ລົມກັນ​ດົນ​ນານ ພໍ​ສົມຄວນ.”

ປະທາ​ນາທິບໍດີ ​ໄດ້​ກ່າວ​ເພີ່ມ​ວ່າ ​ໃນ​ການທ້າ​ທາຍ​ເກາະ​ຜິດຫວ່າງ​ມໍ່ໆ​ມາ​ນີ້ ​ໂດຍ​ເກົາຫຼີ
​ເໜືອ ທ່ານ Xi “ເຫັນ​ພ້ອມກັບ​ຂ້າພະ​ເຈົ້າ 100 ​ເປີ​ເຊັນ. ທ່ານ​ບໍ່​ຢາກ​ຈະ​ເຫັນໃນສິ່ງ​ທີ່​
ກຳລັງເກີດຂຶ້ນ ​ໃນ​ທີ່​ນັ້ນ​ເຊັ່ນ​ກັນ.”

ທ່ານ​ທຣຳ ​ແລະ​ທ່ານ Xi “​ໄດ້​ໃຫ້​ຄວາມ​ໝັ້ນໝາຍທີ່​ຈະ​ເສີມ​ຂະຫຍາຍ​ການ​ປະສານ
ງານກັນ ​ແລະ​ເອົາ​ບາດກ້າວ​ຕໍ່​ໄປ ​ໂດຍ​ມີ​ຈຸດໝາຍແນ​ໃສ່​ເພື່ອ​ຈະເຮັດໃຫ້​ແຫລມ​ເກົາຫຼີເປັນເຂດ​ປອດ​ນິວ​ເຄລຍ​”
ອິງ​ຕາມການ​ບັນທຶກໃນ​ການ​ສົນທະນາ​ທາງ​ໂທລະສັບ ຂອງທຳນຽບຂາວ.

​ໃນ​ເວລາ ຕໍ່​ມາ ​ຢູ່​ເທິງ​ເຮືອບິນປະຈຳ​ຕຳ​ແໜ່​ງ Air Force One ນັ້ນທ່ານ​ທຣຳ ​ໄດ້​ບອກ​
ກັບພວກ​ນັກ​ຂ່າວ​ວ່າ ທ່ານ Xi “​ແມ່ນ​ເຫັນ​ດີ​ກັບ​ການ​ເຮັດ​ໃຫ້​ເກົາຫຼີ​ເໜືອ​ເປັນ​ປະ​ເທດ
ປອດ​ນິວ​ເຄລຍ​”
​ແລະ​ນັ້ນ “ພວກ​ເຮົາ​ຍັງ​ຈະ​ໂອ້​ລົມ​ສົນທະນາ​ກັນ​ຕື່ມ​ອີກ​ໄວໆ​ນີ້.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ແລະຄູ່ຕຳແໜ່ງ ຈາກເກົາຫຼີໃຕ້ ປະທານາທິບໍດີ Moon Jae-in ເຂົ້າຮ່ວມກອງປະຊຸມດ້ານເສດຖະກິດຝັ່ງຕາເວັນອອກ ທີ່ ເມືອງ Vladivostok, ຣັດເຊຍ, 6 ກັນຍາ 2017.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ແລະຄູ່ຕຳແໜ່ງ ຈາກເກົາຫຼີໃຕ້ ປະທານາທິບໍດີ Moon Jae-in ເຂົ້າຮ່ວມກອງປະຊຸມດ້ານເສດຖະກິດຝັ່ງຕາເວັນອອກ ທີ່ ເມືອງ Vladivostok, ຣັດເຊຍ, 6 ກັນຍາ 2017.

XS
SM
MD
LG