ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ ທ​ຣຳ ຂຽນ​ໃນ​ທວິດ​ເຕີ​ວ່າ ດິນ​ແດນ​ຂອງ ​ພວກ​ລັດ​ອິ​ສ​ລາມ "ພ້ອມ​ທີ່​ຈະ​ຜ່າຍ​ແພ້​ແລ້ວ"


ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ຈາກ ສະ​ຫະ​ລັດ ນັ່ງ​ຢູ່ນອກ​ຕຶກ ໃນ​ຂະ​ນະ​ທີ່​ການ​ຕໍ່​ສູ້​ກັບ​ພວກຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ດຳ​ເນີນ​ຕໍ່​ໃນ​ບ້ານ ບາ​ກຸ​ສ, ປະ​ເທດ ຊີ​ເຣຍ. 16 ກຸມ​ພາ, 2019.
ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ຈາກ ສະ​ຫະ​ລັດ ນັ່ງ​ຢູ່ນອກ​ຕຶກ ໃນ​ຂະ​ນະ​ທີ່​ການ​ຕໍ່​ສູ້​ກັບ​ພວກຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ດຳ​ເນີນ​ຕໍ່​ໃນ​ບ້ານ ບາ​ກຸ​ສ, ປະ​ເທດ ຊີ​ເຣຍ. 16 ກຸມ​ພາ, 2019.

ປະ​ທາ​ນາທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ດິນ​
ແດນທີ່ຖືກສະຖາປະນາຂຶ້ນມາເອງຂອງພວກລັດອິສລາມ ແມ່ນ “ພ້ອມແລ້ວທີ່ຈະ
ຜ່າຍແພ້,” ແຕ່ທ່ານໄດ້ຂົ່ມຂູ່ວ່າຈະປ່ອຍໃຫ້ພວກນັກຮົບຂອງກຸ່ມກໍ່ການຮ້າຍນັ້ນທຳ
ລາຍປະເທດແຫຼ່ງກຳເນີດຂອງພວກເຂົາ ຖ້າພັນທະມິດຂອງ ວໍຊິງຕັນ ປະຕິເສດທີ່
ຈະຮັບເອົາພວກເຂົາກັບຄືນ.

ຂໍ້​ຄວາມ​ສອງ​ອັນ​ທີ່​ຂຽນ​ໃນ​ທວິດ​ເຕີ​ເມື່ອ​ວັນ​ເສົາ​ວານນີ້, ສົ່ງ​ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ
ດີທີ່ພັກຜ່ອນຢູ່ສະໂມສອນ ມາ-ອາ-ລາໂກ ຂອງທ່ານໃນລັດຟລໍຣິດາ ນັ້ນ, ແມ່ນຄຳ
ເຫັນຄັ້ງທຳອິດຂອງທ່ານ ທຣຳ ກ່ຽວກັບ ການຕໍ່ສູ້ກັບພວກ IS ນັບຕັ້ງແຕ່ທ່ານໄດ້ເວົ້າ
ກ່ຽວກັບການປະກາດທີ່ດີຫຼາຍຢ່າງ” ໃນລະຫວ່າງການປາກົດຕົວຢູ່ທຳນຽບຂາວເມື່ອ
ຕອນເຊົ້າວັນສຸກທີ່ຜ່ານມາ.

ທ່ານ ທ​ຣຳ ໄດ້​ເວົ້າ​ໃນ​ເວ​ລາ​ນັ້ນ​ວ່າ “ພວກ​ເຮົາ​ມີ​ການ​ປະ​ກາດ​ທີ່​ດີຫຼາຍ ກ່ຽວ​ກັບ ປະ​
ເທດ ຊີເຣຍ ແລະ ຄວາມສຳເລັດຂອງພວກເຮົາກັບການລົບລ້າງດິນແດນພວກກໍ່ການ
ຮ້າຍນັ້ນ. ສິ່ງດັ່ງກ່າວຈະຖືກປະກາດໃນ 24 ຊົ່ວໂມງຕໍ່ໜ້າ.”

ແຕ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ເວົ້າ​ຕ່າງຫຼາຍ​ ໃນ​ຕອນ​ແລງວັນ​ເສົາ​ວານ​ນີ້, ເຊິ່ງ​ກົດ​ດັນ​
ໃຫ້ພັນທະມິດຂອງ ສະຫະລັດ ເຮັດວຽກຫຼາຍຂຶ້ນ, ໃນເວລາດຽວກັນໄດ້ປະກາດວ່າ,
"ດິນແດນຄາລີເຟດ ແມ່ນພ້ອມທີ່ຈະຜ່າຍແພ້ແລ້ວ.”

ທ່ານ​ໄດ້​ຂຽນ​ດ້ວຍ​ການ​ໃຊ້​ຄຳ​ຫຍໍ້​ສຳ​ລັບ​ກຸ່ມ​ກໍ່​ການ​ຮ້າຍ​ວ່າ “ສະ​ຫະ​ລັດ ຂໍ​ໃຫ້ ອັງ​ກິດ,
ຝຣັ່ງ, ເຢຍຣະມັນ ແລະ ພັນທະມິດ ຢູໂຣບ ອື່ນໆຮັບເອົາພວກນັກຮົບ ISIS ຫຼາຍ
ກວ່າ 800 ຄົນທີ່ເຮົາຈັບໄດ້ກັບຄືນ ແລະ ເອົາພວກເຂົາໄປດຳເນີນຄະດີ. ທ່ານໄດ້
ກ່າວວ່າ “ທາງເລືອກອື່ນແມ່ນສິ່ງທີ່ບໍ່ດີເລີຍ ເຊິ່ງພວກເຮົາຈະຖືກບັງຄັບໃຫ້ປ່ອຍ
ພວກເຂົາໄປ.”

ທ່ານ​ໄດ້​ກ່າວ​ເພີ່ມ​ເຕີມ​ຢູ່​ຂໍ້​ຄວາມ​ທີ​ສອງ​ໃນ​ທວິດ​ເຕີ​ວ່າ “ສະ​ຫະ​ລັດ ບໍ່​ຢາກ​ເຫັ​ນພວກ
ນັກຮົບ ISIS ນີ້ແຊກຊຶມໄປທົ່ວ ຢູໂຣບ, ເຊິ່ງເປັນບ່ອນທີ່ພວກເຂົາຄາດວ່າຈະໄປ,”
ທ່ານໄດ້ເຕືອນວ່າ “ພວກເຮົາຈະຖອນອອກ ຫຼັງຈາກໄດ້ຊະນະໃນດິນແດນຄາລີເຟດ
ນັ້ນ 100 ເປີເຊັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG