ທ່ານ ເຈມສ໌ ແມັດຕິສ (James Mattis), ລັດຖະມົນຕີກະຊວງປ້ອງກັນປະເທດສະຫະ
ລັດ ຈະອອກຈາກຕຳແໜ່ງຂອງທ່ານໃນເດືອນກຸມພາທີ່ຈະມາເຖິງນີ້, ອີງຕາມການ
ປະກາດຂອງປະທານາທິບໍດີໂນລ ທຣຳ ໃນຕອນບ່າຍຂອງວັນພະຫັດວານນີ້.
“ນາຍພົນຈີມ ແມັດຕິສ (Jim Mattis) ຈະອອກກິນເບ້ຍບຳນານ, ໂດຍທີ່ມີຊື່ສຽງດີ,
ພາຍຫລັງທີ່ໄດ້ຮັບໃຊ້ເປັນລັດຖະມົນຕີກະຊວງປ້ອງກັນປະເທດຢູ່ໃນລັດຖະບານ
ຂອງຂ້າພະເຈົ້າມາເປັນເວລາ 2 ປີ,” ນັ້ນຄືຄຳເວົ້າຂອງທ່ານທຣຳ ທີ່ຂຽນຢູ່ໃນ
ທວີດເຕີ. ທ່ານກ່າວເພີ້ມອີກວ່າ "ຢູ່ໃນຊ່ວງໄລຍະທີ່ຈີມດຳລົງຕຳແໜ່ງຢູ່ນີ້ກໍໄດ້
ມີຄວາມກ້າວໜ້າຫລາຍທີ່ສຸດ, ໂດຍສະເພາະແມ່ນກ່ຽວກັບການຊື້ອຸປະກອນໃໝ່
ທີ່ໃຊ້ໃນການສູ້ລົບ. ນາຍພົນ ແມັດຕິສ ໄດ້ຊ່ວຍເຫລືອຂ້າພະເຈົ້າຢ່າງຫລວງຫລາຍ
ໃນການເຮັດໃຫ້ປະເທດພັນທະມິດ ແລະປະເທດອື່ນໆ ຈ່າຍພັນທະທາງ
ທະຫານທີ່ເປັນພາກສ່ວນຂອງຕົນ. ລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່
ຈະໄດ້ຖືກແຕ່ງຕັ້ງໃນໄວໆນີ້. ຂ້າພະເຈົ້າຂໍຂອບໃຈທ່ານຈີມ ຫລາຍໆ ທີ່ໄດ້ຮັບໃຊ້
ໃນໜ້າທີ່ຕົນ!"
ຂ່າວດັ່ງກ່າວໄດ້ມີຂຶ້ນພາຍຫລັງທີ່ທ່ານທຣຳເວົ້າວ່າ ຈະຖອນທະຫານສະຫະລັດ
ອອກຈາກຊີເຣຍ, ຊຶ່ງເປັນການເຄື່ອນໄຫວ ທີ່ທາງທຳນຽບຫ້າແຈຄັດຄ້ານ.
ເຖິງແມ່ນທ່ານທຣຳຈະເວົ້າວ່າ ທ່ານ ແມັດຕິສ ກຳລັງຈະອອກກິນເບ້ຍບຳນານກໍຕາມ
ແຕ່ວ່າ ທ່ານແມັດຕິສ ກໍໄດ້ເປີດເຜີຍຈົດໝາຍສະບັບນຶ່ງອອກມາຢູ່ທຳ ນຽບຫ້າແຈ ທີ່
ສະແດງໃຫ້ເຫັນວ່າ ທ່ານລາອອກຈາກຕຳແໜ່ງ. ທ່ານເວົ້າວ່າ “ເນື່ອງຈາກວ່າ ທ່ານມີ
ຄົນທີ່ເໝາະສົມຈະເປັນລັດຖະມົນຕີກະຊວງປ້ອງກັນປະເທດທີ່ມີຄວາມຄິດເຫັນສອດ
ຄ່ອງກັບຄວາມຄິດຂອງທ່ານ ຕໍ່ເລື້ອງເຫລົ່ານີ້ ແລະເລື້ອງອື່ນໆ, ຂ້າພະເຈົ້າກໍເຊື່ອວ່າ
ມັນເປັນການເໝາະສົມທີ່ຂ້າພະເຈົ້າ ຄວນລົງຈາກຕຳແໜ່ງ".
ທ່ານນາງ ຊາຣາ ແຊນເດີສ໌, ໂຄສົກປະຈໍາທຳນຽບຂາວ ກ່າວຕໍ່ພວກນັກຂ່າວ ໃນຕອນ
ຄ່ຳວັນພະຫັດວານນີ້ວ່າ ທ່ານທຣຳ ແລະທ່ານແມັດຕິສ ມີຄວາມສຳພັນກັນດີ ເຖິງແມ່ນ
ວ່າ ພວກເພິ່ນຈະມີຄວາມເຫັນບໍ່ກົງກັນກ່ຽວກັບນະໂຍບາຍການ ຕ່າງປະເທດ ແລະບັນ
ຫາອື່ນໆກໍຕາມ.
ທ່ານນາງ ແຊນເດີສ໌ ເວົ້າເຖິງທ່ານແມັດຕິສ ວ່າ "ທ່ານ ແລະ ທ່ານປະທານາທິບໍດີ ມີສາຍ
ພົວພັນກັນດີ ແຕ່ວ່າ ບາງຄັ້ງຄາວ ພວກເພິ່ນກໍມີຄວາມເຫັນແຕກຕ່າງກັນ.” ທ່ານນາງ
ກ່າວເພີ້ມວ່າ "ການທີ່ເປັນເຊັ່ນນັ້ນ ກໍບໍ່ໄດ້ໝາຍຄວາມວ່າ ເຈົ້າບໍ່ມີຄວາມສຳພັນອັນດີກັບ
ໃຜຜູ້ນຶ່ງ. ທ່ານໄດ້ອະທິບາຍໃຫ້ຮູ້ເຖິງເຫດຜົນ ທີ່ທ່ານລາອອກຈາກຕຳແໜ່ງຂອງທ່ານ."
ກຳລັງທະຫານທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ ໄດ້ມີຄວາມກ້າວໜ້າຢ່າງ ສະໝ່ຳ
ສະເໝີໃນການຕໍ່ຕ້ານກຸ່ມລັດອິສລາມ ຫລື IS ມາເປັນເວລາຫລາຍປີ. ໃນວັນສຸກແລ້ວນີ້,
ພວກເຂົາເຈົ້າສາມາດຍຶດທີ່ໝັ້ນອັນສຸດທ້າຍຂອງກຸ່ມລັດອິສລາມຢູ່ໃນພາກຕາເວັນ
ອອກຂອງຊີເຣຍ, ໃນເມືອງຮາຈິນ, ຊຶ່ງຄ້າຍກັບວ່າ ມັນເປັນສິ່ງທີ່ເຮັດໃຫ້ທ່ານທຣຳ
ປະກາດວ່າ ໄດ້ຮັບໄຊຊະນະ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ