ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ທຣຳ ອ້າງວ່າ ທ່ານບໍ່ເຄີຍ ໄດ້ຫາທາງ ກີດຂວາງ ການສືບສວນ ຂອງການໄລ່ ທີ່ປຶກສາ ດ້ານຄວາມໝັ້ນຄົງ ຂອງຊາດອອກ


ປະທານາທິບໍດີ ດໍໂນລ ທຣຳ (ຊ້າຍ) ແລະ ທ່ານໄມເກີລ ຟລິ້ນ ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທ່ານ ເຫັນໄດ້ໃນຮູບທີ່ປະກອບເຂົ້າາກັນ.
ປະທານາທິບໍດີ ດໍໂນລ ທຣຳ (ຊ້າຍ) ແລະ ທ່ານໄມເກີລ ຟລິ້ນ ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທ່ານ ເຫັນໄດ້ໃນຮູບທີ່ປະກອບເຂົ້າາກັນ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນຂໍ້ຄວາມທີ່ຂຽນລົງ ທະວີດເຕີ້ ຫຼາຍໆ
ຄັ້ງຕິດຕໍ່ກັນ ຈາກທຳນຽບຂາວ ນັ້ນ ໄດ້ໂຈມຕີ ອົງການສັນຕິບານກາງ ຫຼື FBI ຂອງຕົນ
ແລະ ໄດ້ກ່າວວ່າ ທ່ານບໍ່ເຄີຍຂໍຮ້ອງ ທ່ານ ເຈ່ມສ໌ ໂຄມີ ຊຶ່ງໃນເວລານັ້ນ ເປັນຫົວໜ້າ
ອົງການ FBI ໃຫ້ຍຸຕິ ການສືບສວນສອບສວນ ຜູ້ທີ່ເປັນທີ່ປຶກສາດ້ານຄວາມໝັ້ນຄົງ
ແຫ່ງຊາດ ໃນຄັ້ງນຶ່ງ ຄືທ່ານ ໄມເກີລ ຟລິ້ນ ກ່ຽວກັບ ການຕິດຕໍ່ກັບເອກອັກຄະລັດ
ຖະທູດ ຂອງຣັດເຊຍ ປະຈຳວໍຊິງຕັນ ຂອງທ່ານຟລິ້ນ ນັ້ນ.

ຊື່ສຽງຂອງອົງການ FBI ແມ່ນ “ຕົກຕ່ຳຂີ້ຮ້າຍທີ່ສຸດໃນປະຫວັດການ” ແຕ່ລັດຖະບານ
ທ່ານທຣຳ ຈະ “ນຳເອົາມັນຄືນມາສູ່ຄວາມຍິ່ງໃຫຍ່ອີກ” ອັນເປັນການປະກາດ ຢູ່ໃນ
ທະວີດເຕີ້ ຂອງປະທານາທິບໍດີ.

ທ່ານເຈ່ມສ໌ ໂຄມີ້ ໃນເວລານັ້ນ ເປັນຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ພວມໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນ ນະຄອນຫຼວງ ວໍຊິງຕັນ, ວັນທີ 3 ເມສາ 2017.
ທ່ານເຈ່ມສ໌ ໂຄມີ້ ໃນເວລານັ້ນ ເປັນຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ພວມໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນ ນະຄອນຫຼວງ ວໍຊິງຕັນ, ວັນທີ 3 ເມສາ 2017.


ຢູ່ໃນຂໍ້ຄວາມທີ່ຂຽນລົງທະວິດເຕີ້ ອີກຕ່າງຫາກ ກ່ຽວກັບ ການສາບານໂຕ ທີ່ຈະໃຫ້
ປາກຄຳຕໍ່ໜ້າ ລັດຖະສະພາ ຂອງທ່ານໂຄມີ້ ທີ່ວ່າ ປະທານາທິບໍດີ ໄດ້ຂໍຮ້ອງໃຫ້ທ່ານ
ຍຸຕິການສືບສວນ ທ່ານຟລິ້ນ ນັ້ນ ທ່ານທຣຳ ໄດ້ກ່າວວ່າ “ເປັນພຽງແຕ່ ຂ່າວປອມອີກ
ທີ່ລາຍງານ ຄຳຂີ້ຕົວະຂອງໂຄມີ້ ອີກແລ້ວ.”

ສ່ວນທ່ານໂຄມີ້ເອງ ໄດ້ໃຊ້ ທະວິດເຕີ້ ເພື່ອນຳລົງ ຄຳເວົ້າ ຈາກຄຳໃຫ້ການ ໃນເດືອນ
ມິຖຸນາ ນັ້ນ.

​ທ່ານໂຄມີ້ ໄດ້ຂຽນວ່າ “ຂ້າພະເຈົ້າຢາກໃຫ້ປະຊາຊົນອາເມຣິກັນ ຮູ້ຄວາມຈິງ ວ່າ:
ອົງການ FBI ແມ່ນຊື່ສັດ. ອົງການ FBI ແມ່ນເຂັ້ມແຂງ. ແລະ ອົງການ FBI ແມ່ນ
ແລະ ຈະເປັນອົງການ ທີ່ເປັນອິດສະລະ ສະເໝີໄປ.”

ບັນດາອະດີດເຈົ້າໜ້າທີ່ລະດັບສູງ ຂອງກະຊວງຍຸຕິທຳ ຍັງໄດ້ປົກປ້ອງ ອົງການ FBI
ຫຼັງຈາກ ທ່ານທຣຳ ໄດ້ຂຽນຄຳເຫັນຂອງທ່ານ ໃນວັນອາທິດວານນີ້ແລ້ວ.

ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິ້ນ (ກາງ) ກຳລັງຍ່າງອອກມາຈາກ ສານເມືອງຂອງສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ທັນວາ 2017.
ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິ້ນ (ກາງ) ກຳລັງຍ່າງອອກມາຈາກ ສານເມືອງຂອງສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ທັນວາ 2017.


ອະດີດລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ແອຣິກ ໂຮລເດີ້ ໄດ້ກ່າວ ໂດຍອ້າງອີງ
ເຖິງ ທີ່ຢູ່ຂອງ ທຳນຽບຂາວ ວ່າ “ທ່ານຈະພົບເຫັນ ຄຸນນະທຳ ແລະ ຄວາມຊື່ສັດ
ຢູ່ສຳນັກງານໃຫຍ່ທັງຫຼາຍ ຂອງອົງການ FBI ແລະ ບໍ່ແມ່ນຢູ່ທີ່ ເລກທີ 1600
ຖະໜົນ ເພັນຊີລເວເນຍ ໃນປັດຈຸບັນນີ້.”

Trump Russia Probe
please wait
Embed

No media source currently available

0:00 0:02:28 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG