ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກໜີເຂົ້າເມືອງ ພະຍາຍາມເດີນທາງເຂົ້າມາຍັງ ສຫລ ໃນຂະນະທີ່ທ່ານທຣຳ ຂຽນລົງໃນທວິດເຕີວ່າ ພວກເຮົາບໍ່ຮັບຕ້ອນເຂົາເຈົ້າ


ຜູ້​ອົບ​ພະ​ຍົບຮອນ​ດູ​ຣັ​ສ ປົກ​ປ້ອງ​ລູກ​ຂອງ​ລາວ ​ຊຶ່ງ​ແມ່ນ​ພາກ​ສ່ວນ​ນຶ່ງ​ຂອງ​ພວກ​ໜີ​ເຂົ້າ​ເມືອງ ທີ່​ພະ​ຍາ​ຍາມ​ເຂົ້າ​ມາ​ຍັງ​ສະ​
ຫະ​ລັດ ໃນຊີ​ອູ​ແດດ ໄຮເດ​ລ​ໂກ (Ciudad Hidalgo), ລັດຈິອາປາສ, ເມັກ​ຊິ​ໂກ, 19 ຕຸ​ລາ 2018.
ຜູ້​ອົບ​ພະ​ຍົບຮອນ​ດູ​ຣັ​ສ ປົກ​ປ້ອງ​ລູກ​ຂອງ​ລາວ ​ຊຶ່ງ​ແມ່ນ​ພາກ​ສ່ວນ​ນຶ່ງ​ຂອງ​ພວກ​ໜີ​ເຂົ້າ​ເມືອງ ທີ່​ພະ​ຍາ​ຍາມ​ເຂົ້າ​ມາ​ຍັງ​ສະ​ ຫະ​ລັດ ໃນຊີ​ອູ​ແດດ ໄຮເດ​ລ​ໂກ (Ciudad Hidalgo), ລັດຈິອາປາສ, ເມັກ​ຊິ​ໂກ, 19 ຕຸ​ລາ 2018.

ພວກ​ໜີ​ເຂົ້າ​ເມືອງ​ຈຳ​ນວນ​ຫຼ​າຍ​ພັນ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ປະ​ເທດຮອນ​ດູ​ຣັ​ສ ພາກັນນອນຄ້າງ​ຢູ່ເມືອງ​ຕາ​ປາ​ຈູ​ລາ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ເມັກ​ຊິກ​ໂກ ໃນ​ຂະ​ນະ​ທີ່
​ພວກ​ເຂົາເຈົ້າ​ເດີນ​ທາງ​ໜີຈາກ ອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າຄວາມ​ຮຸນ​ແຮງ ​ແລະ​ຄວາມ​
ຍາກ​ລຳ​ບາກທີ່ທົນບໍ່ໄຫວ ໃນບ້ານ​ເກີດ​ເມືອງນອນ​ຂອງ​ພວກ​ເຂົາ​ເຈົ້າ, ໃນ​ຂະ​ນະ​ທີ່​ປະ​ທາ
​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເຕືອນ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຖືກ​ຕ້ອນ​ຮັບເຂົ້າມາ​
ສູ່​ປະ​ເທດ​ຂອງ​ເພິ່ນ.

​ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງທ່ານທ​ຣຳ ໄດ້​ກ່າວ​ຢ້ຳ​ນະ​ໂຍ
​ບາຍ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ໃນ​ແລງວັນ​ອາ​ທິດ​ວານ​ນີ້ ໂດຍ​ກ່າວ​ວ່າ ລັດ​ຖະ​ບານ
​ຊຸດ​ນີ້ ແມ່ນ​ຕິດ​ຕາມ​ຂັ້ນ​ຕອນ​ຢ່າງ​ໃກ້​ຊິດ​ຂອງ​ພວກ​ຄາຣາວານດັ່ງກ່າວຢູ່ ແລະ​ກ່າວ​ຫາ​
ພວກ​ເຂົາເຈົ້າວ່າລະ​ເມີດ​ອະ​ທິ​ປະ​ໄຕ ກົດ​ໝາຍ​ແລະ​ຂັ້ນ​ຕອນ​ການ​ປະ​ຕິ​ບັດ​ງານ​ຂອງ
ພວກ​ປະ​ເທດທີ່ພວກເຂົາເຈົ້າຍ່າງຜ່ານ. ທ່ານ​ ພອມ​ພຽວ ​ກ່າວ​ວ່າ ສະ​ຫະ​ລັດ ມີຄວາມ​
ກັງວົນ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ທີ່​ກະ​ທຳ​ໂດຍບາງ​ຄົນ​ໃນຈຳພວກຄາຣາວານນັ້ນ​ແລະ “ການປາກົດວ່າ ມີການ​ກະ​ຕຸ້ນ​ທາງ​ການ​ເມືອງ​ຂອງບາງ​ກຸ່ມ” ໂດຍ​ປາດສະ​ຈາກ​ການ
ໃຫ້ລາຍ​ລະ​ອຽດ​ໃດ​ໆ.

ພວກ​ໜີ​ເຂົ້າ​ເມືອງ​ຊາວຮອນ​ດູ​ຣັ​ສ ​ພາ​ກັນ​ມຸ່ງ​ໜ້າ​ໄປ​ຍັງ​ສະ​ຫະ​ລັດ ທີ່​ເຫັນ​ພາ​ກັນ​ລ່ອງ​ແພ ໃນ​ແມ່​ນ້ຳ​ຊຸ​ຊີ​ອາ​ເຕຈາກ​ກົວ​ຕາ​ມາ​ລາ-ເມັກ​ຊິ​ໂກ ໃນຂົວ​ຊາຍ​ແດນ​ນາໆ​ຊາດ, ໃນຊີ​ອູ​ແດດ ໄຮເດ​ລ​ໂກ (Ciudad Hidalgo), ລັດຈິອາປາສ, ເມັກ​ຊິ​ໂກ, 20 ຕຸ​ລາ 2018.
ພວກ​ໜີ​ເຂົ້າ​ເມືອງ​ຊາວຮອນ​ດູ​ຣັ​ສ ​ພາ​ກັນ​ມຸ່ງ​ໜ້າ​ໄປ​ຍັງ​ສະ​ຫະ​ລັດ ທີ່​ເຫັນ​ພາ​ກັນ​ລ່ອງ​ແພ ໃນ​ແມ່​ນ້ຳ​ຊຸ​ຊີ​ອາ​ເຕຈາກ​ກົວ​ຕາ​ມາ​ລາ-ເມັກ​ຊິ​ໂກ ໃນຂົວ​ຊາຍ​ແດນ​ນາໆ​ຊາດ, ໃນຊີ​ອູ​ແດດ ໄຮເດ​ລ​ໂກ (Ciudad Hidalgo), ລັດຈິອາປາສ, ເມັກ​ຊິ​ໂກ, 20 ຕຸ​ລາ 2018.

ນອກນັ້ນທ່ານ​ຍັງ​ໄດ້​ປະ​ຕິ​ຍານ​ວ່າ ສະ​ຫະ​ລັດ ຈະສະ​ໜັບ​ສະ​ໜຸນຄວາມ​ພະ​ຍາ​ຍາມ
ຂອງ​ລັດ​ຖະ​ບານ​ ​ເມັກ​ຊິ​ໂກ​ໃນ​ ທີ່​ຮັບມືກັບ​ບັນ​ຫາ​ພວກ​ອົບ​ພະ​ຍົບ ແລະ​ພວກ​ໜີ​ເຂົ້າ​ເມືອງ.

ເຈົ້າ​ໜ້າ​ທີ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ເມັກ​ຊິ​ໂກ ຊຶ່ງ​ສ່ວນ​ໃຫຍ່ ໄດ້​ປ່ອຍ​ໃຫ້ພ​ວກໜີ​ເຂົ້າ
​ເມືອງ ຢູ່​ຕາມ​ລຳ​ພັງ ໃນ​ວັນ​ອາ​ທິດ​ວານ​ນີ້ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ສືບ​ຕໍ່​ເດີນ​ທາງ​ເປັນ
​ມື້ ໄປຕາມ​ຈຸດ​ໝາຍ​ປາຍ​ທາງ ໄປ​ຍັງ​ລັດຈິ​ອາ​ປາ​ສ.

ລັດ​ຖະ​ບານ​ຂອງ​ເມັກ​ຊິ​ໂກ ໄດ້​ປະ​ຕິ​ຍານ​ວ່າຈະ​ດຳ​ເນີນ​ການ​ໃນ​ການ​ຂໍ້​ລີ້​ໄພສຳລັບຜູ້​ຮ້ອງ​
ຮຽນ​ຂໍເຂົ້າ​ເມືອງ ທີ່​ຍື່ນ​ໃບ​ສະ​ມັກ​ເຂົ້າ​ມາ. ກະ​ຊວງ​ພາຍ​ໃນ​ໄດ້​ລາຍ​ງານ​ວ່າ ໃນ​ວັນ​ສຸກ,
ວັນ​ເສົາ​ຜ່ານ​ມາ​ແລະ​ວັນ​ອາ​ທິດ​ວານນີ້ວ່າ ມີຈຳ​ນວນທັງ​ໝົດ 1,028 ຄົນ ທີ່ໄດ້​ຍື່ນ​ຄຳ​ຮ້ອງ
ຂໍ​ ໃນ​ຖາ​ນະເປັນ​ອົບ​ພະ​ຍົບ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເຊີນ​ຊົມ: ເລື້ອງ​ພວກ​ໜີ​ເຂົ້າ​ເມືອງ

Migrant Caravan Shrinks After Trump's Warning
please wait

No media source currently available

0:00 0:02:23 0:00

XS
SM
MD
LG