ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ທ່ານ Trump ແລະທ່ານ Trudeau ຍັງ​ມີ​ຄວາມ​ເຫັນ​ ຂັດ​ແຍ້​ງກັນ ໃນຫຼາຍໆເລື່ອງ


ປ. Donald Trump, right, ຈັບມື ກັບທ່ານ Justin Trudeau ນາຍົກລັດຖະມົນຕີ ໃນກອງປະຊຸມຖະແຫຼັງຂ່າວ ໃນຫ້ອງ East Room ໃນທຳນຽບຂາວ ທີ່ນະຄອນຫຼວງ Washington, 13 ກຸທພາ, 2017.

ປະທານາທິບໍດີສະຫະລັດ ທ່ານ Donald Trump ​ແລະ​ນາຍົກລັດຖະມົນຕີ ກາ​ນາ​ດາ
ທ່ານ Justin Trudeau ຍັງ​ມີ​ຄວາມ​ເຫັນ​ຂັດ​ແຍ້​ງກັນ​ຢ່າງ​ໃຫຍ່ ​ໃນ​ວັນ​ຈັນວານ​ນີ້ ​
ກ່ຽວ​ກັບນະ​ໂຍບາຍ​ຄົນ​ເຂົ້າ​ເມືອງ ​ໃນ​ຂະນະ​ທີ່​ທ່ານ Trump ​ຕົບມື ໃຫ້​ແກ່​ການ​ປາບ​ປາມ
​ເພື່ອ​ເນລະ​ເທດພວກ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ມີ​ເອກ​ກະສາ​ນ ​ແລະ​ທ່ານ Trudeau ​ໄດ້​ກ່າວ​ອ້າງ
​ເຖິງຄວາມ​ສຳ​ເລັດ​ ຂອງ​ອົບ​ພະຍົບຊີ​ເຣຍ ​ໃນ​ປະ​ເທດ​ຂອງ​ທ່ານ.

ທ່ານ Trudeau ​ໄດ້​ຕ້ອນຮັບພວກອົບ​ພະຍົບຊາວຊີ​ເຣຍ 40 ພັນ ຄົນ ​ເຂົ້າ​ໄປ​ຍັງ​ກາ​ນາ
​ດາ ໃນ​ຂະນະ​ທີ່ທ່ານ Trump ​ໄດ້​ຊອກ​ຫາ​ທາງທີ່​ຈະໂຈະການ​ຮັບ​ເອົາພວກອົບ​ພະຍົບ
ຊາວຊີ​ເຣຍ ​ເຂົ້າ​ມາ​ໃນ​ສະຫະລັດ ຊຶ່ງ​ເປັນ​ສ່ວນ​ນຶ່ງທີ່​ສານ​ໄດ້​ຂັດຂວາງຕໍ່​ແຜນການ
ໂຈະການເດີນທາງ​ເຂົ້າ​ມາ​ຍັງ​ສະຫະລັດ ຈາກ 7 ປະ​ເທດທີ່​ມີ​ປະຫວັດ​ໃນ​ການ​ກໍ່​ການ​ຮ້າຍ.

ເຊີນຊົມ: ທ່ານ Trump ກ່າວເຖິງ ໄພຂົ່ມຂູ່ທາງດ້ານຄວາມປອດໄພ ຕໍ່ສະຫະລັດ

Trump on biggest national security threat for US
please wait

No media source currently available

0:00 0:00:54 0:00

​ເມື່ອ​ມີ​ການ​ຖາມ​ວ່າ​ ທ່ານໝັ້ນໃຈ​ຫລື​ບໍ່ ກ່ຽວ​ກັບ​ຊາຍ​ແດນ​ທາງ​ພາກ​ເໜືອ​ຂອງ​ສະຫະລັດ
ມີ​ຄວາມປອດ​ໄພ ​ໂດຍ​ມີ​ຊາວ​ຊີ​ເຣຍ​ຢູ່​ທີ່ກາ​ນາ​ດານັ້ນ ທ່ານ Trump ​ໄດ້​ບອກ​ໃນ​ກອງ
​ປະຊຸມ​ຖະ​ແຫຼ​ງຂ່າວວ່າ “ທ່ານ​ຈະ​ບໍ່​ມາ​ສາດ​ໝັ້ນ​ໃຈ ​ທັງ​ໝົດ​ດອກ.”

​ແຕ່​ຫລັງ​ຈາກ​ການ​ບຸກ​ເຂົ້າ​ໄປ​ກວດຄົ້ນ ຂອງ​ພວກ​ເຈົ້າໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ​ຂອງ​
ສະຫະລັດ ​ໃນ​ໄລຍະ​ສອງ​ສາມມື້ຜ່ານ​ມາ ທີ່ແນ​ໃສ່​ເພື່ອ​ເນລະ​ເທດ​ພວກ​ຄົນ​ເຂົ້າ​ເມືອງ​
ທີ່​ມີປະຫວັດ​ຄວາມ​ຜິດໃນ​ຄະດີ​ອາຍາ​ຕ່າງໆ ຜູ້ນຳ​ອາ​ເມຣິກັນ​ຄົນ​ໃໝ່ ​ໄດ້​ປະກາດ​ອອກ
​ໄປ​ວ່າ “ພວກ​ເຮົາ​ຈະ​ເອົາ​ພວກ​ເຂົາ​ອອກ​ໄປ ຂ້າພະ​ເຈົ້າ​ຈະ​ກະທຳ​ໃນ​ສິ່ງ​ທີ່​ຂ້າພະ​ເຈົ້າ​
ໄດ້​ເວົ້າ​ອອກ​ໄປວ່າ​ຈະ​ເຮັດ”
​ ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງແຂ່ງ​ຂັນ​ເອົາ​ຕຳ​ແໜ່​ງ ປະທານາທິບໍ​ດີ​ສະຫະລັດ​ນັ້ນ.

ເຊີນຊົມ: ທ່ານ Trudeau ໃຫ້ການຖະແຫຼງການເລື່ອງອົບພະຍົບ

Trudeau on Welcoming Refugees, Protecting Security
please wait

No media source currently available

0:00 0:00:43 0:00

“ພວກ​ເຮົາ​ຈະ​ຈັດການ​ກັບ​ພວກ​ອາ​ຊະຍະ​ກອນ​ ພວກ​ຄ້າ​ຢາ​ເສບ​ຕິດ ພວກ​ເຮົາ​ແມ່ນ​ຈະ​ຈັດການ​ເອົາ​ພວກ​ທີ່​ຊົ່ວ​ຊ້າ​ນີ້​ອອກ...,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ Trump ​ໄດ້​ກ່າ​ວໄວ້ ​
ແລະ​ທ່ານ​ຍັງ​ໄດ້​ກ່າວ​ອີກ​ຕື່ມ​ວ່າ “ພວກ​ປະຊາຊົນ ແມ່ນ​ຈະ​ມີ​ຄວາມ​ດີ​ອົກ​ດີ​ໃຈຫຼາຍ.”

ທ່ານ Trump ກ່າວ​ເຖິງ​ການ​ບຸກ​ເຂົ້າ​ໄປ​ກວດຄົ້ນຂອງ​ລັດຖະບາ​ນ ຕໍ່​ພວກ​ຄົນ​ເຂົ້າ​ເມືອງ
​ວ່າ ມັນ​ເປັນ​ທ່າ​ທີ​ຕາມ​ປົກກະຕິ. ສະຫະລັດ ກ່າວ​ວ່າ 75 ​ເປີ​ເຊັນ ຂອງພວກຄົນ​ເຂົ້າ​ເມືອງ
​ທີ່​ ບໍ່​ມີ​ເອກ​ກະສາ​ນ ຈຳນວນ 680 ຄົນ ທີ່​ໄດ້​ຖືກ​ຈັບ​ກຸມ ​ໃນ​ຫວ່າ​ງມໍ່ໆ​ມາ​ນີ້ ມີປະຫວັດ​
ຄວາມຜິດ​ໃນ​ຄະດີ​ອາຍາ​ຕ່າງໆ ມາ​ກ່ອນ.

ເຊີນຊົມ : ສະຫະລັດ ແລະການາດາ ຍັງສືບຕໍ່ສາຍພົວພັນ ຊຶ່ງກັນແລະກັນ

Trudeau: 'U.S.-Canada Will 'Remain Each Other’s Most Essential Partner'
please wait

No media source currently available

0:00 0:01:16 0:00

ທ່ານ Trudeau ​ໄດ້​ອະທິບາຍ​ເຖິງພວກ​ຊາວ​ຊີ​ເຣຍ​ໄດ້​ທີ່​ເຂົ້າ​ໄປ​ຕັ້ງຖິ່ນ​ຖານ​ໃນ​ການາ​ດາ​
ວ່າ ປະສົບ​ຄວາ​ມສຳ​ເລັດ​ຫຼາຍ ​ແລະ​ພັນທະ​ມິດ​ຂອງ​ພວກ​ເຮົາ​ກໍ​ເຂົ້າ​ໃຈ ກ່ຽວກັບ​ການ
​ຕ້ອນຮັບ​ເອົາ​ອົບ​ພະຍົບຂອງ​ກາ​ນາ​ດາ ​ຈາກ​ປະ​ເທດ​ຕ່າງໆ​ທີ່​ໄດ້​ປະສົບ​ກັບ ​ໄພ​ສົງຄາມ​ນັ້ນ.

​ແຕ່​ວ່າ​ຜູ້ນຳ​ກາ​ນາ​ດາ ​ໄດ້​ປະຕິ​ເສດ​ບໍ່​ຍອມ​ຕິຕຽນ ​ນະ​ໂຍບາຍ​ຄົນ​ເຂົ້າ​ເມືອງຂອງ Trump ​
ໂດຍ​ກ່າວ​ວ່າ “ສິ່ງ​ສຸດ​ທ້າຍ ທີ່ກາ​ນາ​ດາ​ ຕ້ອງການ” ​ແມ່ນໃຫ້ທ່ານ “ລົງມາ​ຢ້ຽມຢາມ
ປະ​ເທດ​ອື່ນ ​ແລະ​ສັ່ງສອນ​ພວກ​ເຂົາ​ເຈົ້າ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານ Trump ກ່າວຍັງຢືນຢັນເຖິງການຮັກສາຜົນປະໂຫຍດ ຂອງປະເທດຕົນ

Trump to Trudeau: Promise to Work Towards 'Mutual Interests'
please wait

No media source currently available

0:00 0:00:45 0:00

XS
SM
MD
LG