ທ່ານດໍໂນລ ທຣໍາ ເລີ້ມການເດີນທາງໄປຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ໃນນາມ
ປະທານາ ທິບໍດີຂອງສະຫະລັດ ໃນວັນສຸກມື້ນີ້ ຊຶ່ງໄດ້ປະປ່ອຍໃຫ້ທໍານຽບຂາວເຕັມ
ໄປດ້ວຍຄວາມຄິດເຫັນທີ່ຂັດແຍ່ງກັນຢ່າງຮ້າຍແຮງ ແລະຫລວງຫລາຍ ຊຶ່ງພາໃຫ້
ນັກການເມືອງຫລາຍຄົນ ມີການສົມທຽບ ສະພາບການໃສ່ຂ່າວນອງນັນຄະດີວໍເຕີ
ເກດທີ່ເຮັດໃຫ້ທ່ານ Richard Nixon ຕົກຈາກຕໍາແໜ່ງປະທານາທິບໍດີນັ້ນ.
ທ່ານດໍໂນລ ທຣໍາ ໄດ້ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດວານນີ້ວ່າ "ພວກເຮົາຫວັງ
ວ່າ ຈະເຮັດໃຫ້ສະພາບການ ທັງມວນ ທັງຫລາຍນີ້ໝົດໄປຊະ."
ຄວາມຄິດເຫັນທີ່ຂັດແຍ່ງກັນດັ່ງກ່າວລວມມີ ການປົດຕໍາແໜ່ງທ່ານເຈມສ໌ ໂຄມີ ອະ
ດີດຫົວໜ້າ ອົງການສືບສວນຂອງລັດຖະບານກາງ ທ່າມກາງການກ່າວຫາວ່າ ທ່ານ
ທຣໍາ ຢາກໃຫ້ທ່ານໂຄມີ ຢຸດຕິການສືບສວນທ່ານ Michael Flynn ອະດີດທີ່ປືກສາ
ດ້ານຄວາມໝັ້ນຄົງແຫ່ງຊາດ. ທ່ານປະທານາທິບໍດີ ຍັງປະເຊີນກັບຄໍາຖາມກ່ຽວກັບ
ການພົວພັນຂອງທ່ານກັບຣັດເຊຍ ໃນໄລຍະທີ່ມີການເລືອກຕັ້ງປະທານາທິບໍດີຢູ່ນັ້ນ
ແລະການກ່າວຫາ ວ່າທ່ານໄດ້ເອົາເອກະສານລັບ ໃຫ້ແກ່ລັດຖະມົນຕີ ກະຊວງການ
ຕ່າງປະເທດຣັດເຊຍ ໃນຕອນທີ່ມີການພົບປະກັນ ຢູ່ຫ້ອງການຂອງທ່ານ ທີ່ທໍານຽບ
ຂາວນັ້ນ.
ບ່ອນທີ່ທ່ານຈະຢຸດແວ່ໃນລະຫວ່າງການເດີນທາງຄັ້ງນີ້ລວມມີ ຊາອຸດີ ອາຣາເບຍ,
ອິສຣາແອລ ແລະນະຄອນວາຕິກັນ ບ່ອນທີ່ສັກສິດ ຂອງສາມສາສະໜາ ທີ່ໃຫຍ່ທີ່
ສຸດໃນໂລກ.
ທີ່ຊາອຸດີ ອາຣາເບຍນັ້ນ ທ່ານທຣໍາ ທີ່ໄດ້ເວົ້າອອກມາຢ່າງແຮງ ກ່ຽວກັບ ການຂາດ
ຄວາມໄວ້ໃຈພວກມຸສລິມແລະພະຍາຍາມຫ້າມຊາວມຸສລິມບໍ່ໃຫ້ເຂົ້າມາໃນສະຫະ
ລັດນັ້ນມີແຜນຈະຂຶ້ນກ່າວຄໍາປາໄສຕໍ່ກຸ່ມຜູ້ນໍາຊາວມຸສລິມຫລາຍຄົນ. ທ່ານ H.R.
McMaster ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທ່ານທຣໍາ ເວົ້າວ່າ ທ່ານ
ປະທານາທິບໍດີຫວັງວ່າ ຈະເຫັນວິໄສທັດ ດ້ານສັນຕິພາບຂອງສາສະໜາອິສລາມ
ປະກົດຂຶ້ນ.
ມີຄໍາເຫັນຂັດແຍ້ງກັນກ່ອນໜ້າທີ່ປະທານາທິບໍດີສະຫະລັດ ຈະໄປຢຸດແວ່ຢູ່ອິສຣາ
ແອລເຊັ່ນກັນ ພາຍຫລັງທີ່ທ່ານທຣໍາໄດ້ເປີດເຜີຍຄວາມລັບຂອງ ອິສຣາແອລ ໃຫ້
ເຈົ້າໜ້າທີ່ຣັດເຊຍຮູ້.
ປະທານາທິບໍດີສະຫະລັດ ຍັງຈະໄປວັງວາຕິກັນເພື່ອພົບກັບສັນຕະປະປາ Francis
ທີ່ໄດ້ເວົ້າວ່າ ທ່ານຈະບໍ່ທັນໃຫ້ຄໍາເຫັນໃດໆກ່ຽວກັບທ່ານທຣໍາ ກ່ອນທີ່ຈະໄດ້ພົບກັບ
ທ່ານທຣໍາ.
ຫລັງຈາກນັ້ນ ທ່ານທຣໍາ ກໍຈະເດີນທາງໄປຍັງແບລຢ້ຽມ ເພື່ອພົບກັບສະມາຊິກຂອງ
ກຸ່ມເນໂຕ້ຢູ່ນະຄອນ Brussels ກ່ອນການເດີນທາງໄປຍັງເມືອງ Taormina ທີ່ເກາະ
Sicily ຂອງອີຕາລີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຂອງກຸ່ມ G-7.