ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທຣຳ ກ່າວເຖິງ ການຕັດສິນໃຈ ກ່ຽວກັບ ວິກິດການ ນິວເຄລຍ ເກົາຫຼີເໜືອ

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ, ຊ້າຍ, ແລະທ່ານ Moon Jae-In ປະທານາທິບໍດີເກົາຫຼີໃຕ້ ຈັບມືກັນ ໃນກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຮ່ວມ ທີ່​ທຳນຽບສີຟ້າຫຼື Blue House ​ຢູ່​ນະຄອນຫຼວງ Seoul, ເກົາຫຼີໃຕ້ , ວັນອັງຄານ, 7 ພະຈິກ 2017.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ກ່າວ​ວ່າ ​ໂຄງການ​ນິວ​ເຄລຍ ​ແລະ​ຂີ​ປະ
​ນາ​ວຸດ​ຂອງ​ເກົາຫຼີ​ເໜືອ​ເປັນ​ “ໄພ​ຂົ່ມຂູ່​ຕໍ່ໂລກ ທີ່ຈຳເປັນ​ຕ້ອງ​ໄດ້ມີການ​ເອົາ​ມາດຕະ
ການຈາກ ​ທົ່ວ​ໂລກ,” ​ແລະ​ກ່າວ​ຕຳ​ໜິຕິຕຽນ​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ ​ທີ່​ໃຫ້ການ​ສະໜັບສະໜຸນຕໍ່ລະບອບ​ການ​ປົກ​ຄອງ​ຂອງ Kim Jong Un.

ທ່ານ​ທຣຳກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ຢູ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຮ່ວມກັບຄູ່ຕຳ​ແໜ່​ງ
ຝ່າຍເກົາຫຼີໃຕ້ ທ່ານ Moon Jae-in ທີ່​ທຳນຽບສີຟ້າຫຼື Blue House ​ຢູ່​ນະຄອນຫຼວງ
Seoul ວ່າ “ມັນ​ເປັນ​ການ​ຮັບ​ເອົາ​ບໍ່ໄດ້ ທີ່​ປະ​ເທດ​ທັງຫຼາຍ​ຈະຊ່ອຍ​ຕິດອາວຸດ ​
ແລະຊ່ອຍເຫຼືອ​ທາງ​ດ້ານການ​ເງິນ​ຕໍ່ລະບອບການປົກຄອງທີ່​ເປັນ​ອັນຕະລາຍ​ຫຼາຍຂຶ້ນ
ນັບມື້. ​ໃນ​ຂະນະ​ທີ່​ພວກ​ເຮົາ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ແກ້​ໄຂ​ບັນຫານີ້ ໂດຍຈະໃຊ້ທຸກ
ເຄື່ອງມືທີ່ມີຢູ່ ທີ່ບໍ່ເຖິງຂັ້ນກັບໃຊ້ກຳລັງທະຫານ ສະຫະລັດ ແມ່ນພ້ອມແລ້ວ​ທີ່​ຈະ
​ປົກ​ປ້ອງ​ຕົນເອງ ​ແລະ​ບັນດາ​ປະ​ເທດພັນທະມິດຂອງ​ຕົນ​ນຳ ໂດຍ​ຈະໃຊ້ຄວາມ
ສາມາດທາງດ້ານ​ທະຫານ ທີ່ບໍ່ມີຜູ້ໃດທຽບເທົ່າໄດ້ນັ້ນຢ່າງເຕັມທີ່ ຖ້າ​ຫາກ​ມີ
​ຄວາມ​ຈຳ​ເປັນ​.”​

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໂບກມື ໃນຂະນະທີ່ສະຕີໝາຍເລກນຶ່ງ ທ່ານນາງ Melania ທຣຳ, ກາງ, ຢືນໃນຂະນະທີ່ໄປຮອດໄປເຖິງ ສະໜາມບິນ Osan ໃນ Pyeongtaek, ເກົາຫຼີໃຕ້, ວັນອັງຄານ, 7 ພະຈິກ 2017.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໂບກມື ໃນຂະນະທີ່ສະຕີໝາຍເລກນຶ່ງ ທ່ານນາງ Melania ທຣຳ, ກາງ, ຢືນໃນຂະນະທີ່ໄປຮອດໄປເຖິງ ສະໜາມບິນ Osan ໃນ Pyeongtaek, ເກົາຫຼີໃຕ້, ວັນອັງຄານ, 7 ພະຈິກ 2017.

ປະທານາທິບໍດີ​ສະຫະລັດ ກ່າວ​ວ່າ ທັງ​ສອງ​ປະ​ເທດ ຈະ​ບໍ່​ອະນຸຍາດ​ໃຫ້​ພຽງ​ຢາງ “ຂົ່ມຂູ່
​ຕໍ່ທຸກສິ່ງ​ທີ່​ພວກ​ເຮົາ​ໄດ້​ສ້າງຂຶ້ນ​ນັ້ນ
.” ນັບ​ຕັ້ງ​ແຕ່ທັງ​ສອງ​ຝ່າຍ ​ໄດ້​ຕໍ່​ສູ້​ຄຽງ​ບ່າ​ຄຽງ​ໄຫຼ່ ​
ໃນ​ສົງຄາມເກົາຫຼີ​ເມື່ອ 6 ທົດ​ສະ​ວັດ​ຜ່ານ​ມາ​ນັ້ນ. ທ່ານ​ໄດ້​ກ່າວ​ຫາຜູ້ນຳເກົາຫຼີ​ເໜືອວ່າ
“ທຳ​ການຂົ່ມຂູ່ ຕໍ່ຊີວິດຜູ້ບໍລິສຸດ​ຫຼາຍໆລ້ານ​ຄົນ ທີ່​ບໍ່​ຈຳ​ເປັນ​ນັ້ນ.”

“ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ມັນອາດມີຄວາມໝາຍ ​ສຳ​ຫຼັບ​ເກົາຫຼີ​ເໜືອ​ທີ່​ຈະກະທຳໃນສິ່ງ​
ທີ່ຖືກຕ້ອງ​ນັ້ນ”
​ໂດຍ​ເຂົ້າຮ່ວມການ​ເຈລະຈາ ນັ້ນຄືຄຳເວົ້າຂອງທ່ານ​ທຣຳ ​ແລະທ່ານ
​ກ່າວ​ຕື່ມ​ວ່າ “ວໍ​ຊີງຕັນ ​ແລະ​ Seoul ​ແມ່ນ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ຫາ​ທາງ​ອອກ​ຢ່າງ
​ສັນຕິວິທີ ​ໃນ​ການແກ້ໄຂສະຖານະ​ການ​ກັບ​ເກົາຫຼີ​ເໜືອ.”

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ, ຊ້າຍ ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໃນສະຖານສະໂມສອນ Kasumigaseki ໃນ Kawagoe, ໃກ້ໆນະຄອນໂຕກຽວ, ວັນອັງຄານ, 5 ພະຈິກ 2017.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ, ຊ້າຍ ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໃນສະຖານສະໂມສອນ Kasumigaseki ໃນ Kawagoe, ໃກ້ໆນະຄອນໂຕກຽວ, ວັນອັງຄານ, 5 ພະຈິກ 2017.

ທ່ານ​ທຣຳ ພ້ອມ​ດ້ວຍ​ພັນ​ລະ​ຍາ ທ່ານ​ນາງ Melania ​ໄດ້​ໄປ​ເຖິງ​ທີ່​ນັ້ນ​ໃນ​ເຊົ້າ​ວັນ
​ອັງຄານ​ມື້​ນີ້ ​ເພື່ອ​ການ​ຢ້ຽມຢາມ ​ເປັນ​ເວລາ 2 ມື້ ​ໂດຍຈະເດີນທາງໄປຄ້າຍ​ Humphrey
ຊຶ່ງເປັນຖານທັບສະຫະລັດ ຕັ້ງ​ຢູ່​ປະມານ 100 ຮ້ອຍ​ຫຼັກ​ກິ​ໂລ​ແມັດ ຫ່າງຈາກເຂດ
ປອດທະຫານ ທີ່​ແບ່ງ​ແຍກຄອມມູນິສ​ເກົາຫຼີເໜືອ​ ​ກັບເກົາຫຼີ​ໃຕ້​ທີ່ເປັນປະຊາທິປະໄຕ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຢືນຄຽງຄູ່ກັບສະຕີໝາຍເລກນຶ່ງ ທ່ານນາງ Melania Trump, ທີ 2 ຈາກຊ້າຍ, ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ແລະພັນລະຍາ ທ່ານນາງ Akie Abe, ຊ້າຍ, ກ່າວຕໍ່ສະມາຊິກສື່ສານມວນຊົນ ກ່ອນຮັບປະທານອາຫານຄ່ຳ ທີ່ຮ້ານອາຫານ Ginza Ukai Tei, ໂຕກຽວ, 5 ພະຈິກ, 2017.

XS
SM
MD
LG