ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ດຳ​ເນີນ​ຄະ​ດີ ປ. ທ​ຣຳ ຄາດ​ວ່າ ຈະ​ມີ ການລົງ​ຄວາມ​ເຫັນ ​ໃຫ້​ທ່ານ​ບໍ່​ມີ​ຄວາມ​ຜິດ


ຄະ​ນະ​ຕຸລາ​​ການ​ສະ​ມາ​ຊິກ​ສ​ະ​ພາ​ຕ່ຳ ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ອາ​ດຳ ຊ​ິ​ຟ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ທ່ານ​ເຈໂຣລ​ດ໌ ເນດ​ເລີ ຈາກ​ລັດ​ນິວຢອກ ທ່ານ​ນາງ​ໂຊ ລອ​ຟ​ເກ​ຣນ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ກຳ​ລັງ​ນັ່ງ​ຟັງ ປະ​ທາ​ນາ​ທິ​ບໍ​ດີ​ບໍ​ດີດໍ​ໂນ​ລ ທຣຳ ​​ກ່າວ​ຄຳ​ປາ​ໄ​ສ​ຕໍ່​ປະ​ເທດ​ຊາດ ແລະ​ສະ​ພາ.
ຄະ​ນະ​ຕຸລາ​​ການ​ສະ​ມາ​ຊິກ​ສ​ະ​ພາ​ຕ່ຳ ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ອາ​ດຳ ຊ​ິ​ຟ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ທ່ານ​ເຈໂຣລ​ດ໌ ເນດ​ເລີ ຈາກ​ລັດ​ນິວຢອກ ທ່ານ​ນາງ​ໂຊ ລອ​ຟ​ເກ​ຣນ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ກຳ​ລັງ​ນັ່ງ​ຟັງ ປະ​ທາ​ນາ​ທິ​ບໍ​ດີ​ບໍ​ດີດໍ​ໂນ​ລ ທຣຳ ​​ກ່າວ​ຄຳ​ປາ​ໄ​ສ​ຕໍ່​ປະ​ເທດ​ຊາດ ແລະ​ສະ​ພາ.

ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ມາ​ເຖິງ​ທີ່​ສິ້​ນ​ສຸດ​ໃນ​ວັນ​ພຸດ​ມື້​ນີ້ ດ້ວຍ​ອັນ​ທີ່​ຄາດ​ໝາຍ​ກັນ​ຢ່າງກວ້າງ​ຂ​ວາງວ່າ ປະ​ທາ​ນາ​ທິ​ບໍ​ດີ ຈະ​ຖືກ​ຕັດ​ສິນ​ວ່າ​ບໍ່​ມີ​ຄວາມ​ຜິດ ​ໃນ​ຂໍ້​ກ່າວ​ຫາ​ ໃຊ້​ອຳ​ນາດ​ໄປ​ໃນ​ທາງ​ຜິດ ແລະ​ຂັດ​ຂວາງ​ຕໍ່​ສະ​ພາ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ຈະ​ພົບ​ປະ​ກັນໃນ​ຕອນ​ບ່າຍມື້ນີ້ ​ເພື່ອ​ລົງ​ຄະ​ແນນ​ສຽງ​ໃນ​ການ​ປະ​ຕິ​ບັດ​ງານໃນ​ນາມ​ຄະ​ນະ​ຕຸ​ລາກ​ານ​ຂັ້ນ​ສຸດ​ທ້າຍ ໃນ​ການ​ດຳ​ເນີນ​ຄະ​ດີເປັນ​ເວ​ລາສອງ​ອາ​ທິດ​ ​ຫຼັງ​ຈາກ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ໄດ້​ໃຫ້​ອະ​ນຸ​ມັດເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໃນ​ຄວາມ​ຜິດ​ສອງ​ຂໍ້.

ເພື່ອ​ຈະປົດປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໃຫ້​ອອກ​ຈາກ​ຕຳ​ແໜ່ງ​ໄດ້​ນັ້ນ ​ສະ​ມາ​ຊິກ​ສອງ​ສ່ວນ ສາມ​ຂອງສະ​ພາ​ສູງທີ່​ມີ​ທັງ​ໝົດ 100 ທ່ານ ຕ້ອງ​ລົງ​ຄະ​ແນນ​ສຽງຕັດ​ສິນ​ວ່າ ທ່ານໄດ້ກະ​ທຳ​ຜິດ​. ແຕ່ພັກ​ຣີ​ພັບ​ບ​ລິ​ກັນ ​ຂອງ​ທ່ານ​ທ​ຣຳ​ ແມ່ນກຳ​ສຽງ​ງ​ສ່ວນ​ຫຼາຍ 53 ຕໍ່ 47 ແລະ​ບໍ່​ມີສະ​ມາ​ຊິກ​ພັກຣີ​ພັບ​ບ​ລິກ​ກັນ​ຄົນໃດ ​ໄດ້​ໃຫ້​ສັນ​ຍານ​ຢ່າງ​ເປີດ​ເຜີຍ​ວ່າ ເຂົ​າ​ເຈົ້າ​ຈະ​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ.

ໃນ​ທຳນອງ​ດຽວ​ກັນ ບໍ່​ມີ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດຄົນໃດ ​ໄດ້​ກ່າວ​ວ່າເຂົາ​ເຈົ້າ​ຈະ​ໜີ​ປະ​ເພື່ອນ​ຮ່ວມ​ງານ​ໂດຍ​ການ​ລົງ​ຄະ​ແນນ​ສຽງຕັດ​ສິນ​ວ່າ ທ່ານ​ທ​ຣຳ​ບໍ່​ໄດ້​ກະທຳ​ຄວາມຜິດ.

ປະ​ທາ​ນາ​ທິ​ບໍ​ດີ ​ບໍ່​ໄດ້​ກ່າວ​ເຖິງ​ການ​ຟ້ອງ​ຮ້ອງ ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ໃນ​ຕອນ​ແລງວັນ​ອັງ​ຄານ​ວານ​ນີ້. ແຕ່​ວ່າ​ທ່ານ​ໄດ້​ຕ້ອງ​ຕິ​ຂັ້ນ​ຕອນ​ດັ່ງ​ກ່າວຢູ່​ຕະ​ຫຼອດເວ​ລາ​ວ່າ
ເປັນ​ການ “ຊອກ​ຈັບ​ຜິດ” ແລະ​ກ່າວ​ວ່າ​ທ່ານ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ.

​ຂໍ້​ກ່າວ​ຫາ​ໃນ​ການ​ຟ້ອງ​ຮ​ອ້ງ​ທ່ານ​ທ​ຣຳ ​ວ່າ​ໃຊ້​ອຳ​ນາດໄປ​ໃນ​ທາງ​ຜິດ ​ຍ້ອນ​ຂໍ​ຮ້ອງ ໃຫ້ຢູ​ເຄ​ຣນ​ສັນ​ຍາ​ວ່າ ຈະເລີ້ມ​ການ​ສືບ​ສວນອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ​ໄບ​ເດັນ ແລະ​ລູກ​ຊາຍ​ຂອງ​ທ່ານ ຄື​ທ່ານ​ຮັນ​ເຕີ ໃນ​ຂະ​ນະ​ທີ່​ທ່ານ​ທ​ຣຳ​ກັກ​ເງິນ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ 391 ລ້ານ​ໂດ​ລາ ​ສຳ​ລັບຢູ​ເຄ​ຣນ.

ຂໍ້​ກ່າວ​ຫາ​ທີ​ສອງ​ກໍ​ຄື ທ່ານ​ທ​ຣຳ​ຂັດ​ຂວາງ​ການ​ສືບ​ສວນ​ຂອງສະ​ພາກ່ຽວ​ກັບຄວາມ​ສຳ​ພັນຂອງ​ທ່ານກັບ​ຢູ​ເຄ​ຣນ ໂດຍ​ສັ່ງ​ໃຫ້ໃຫ້​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ຂອງ​ທ່ານ ບໍ່​ໃຫ້ສະ​ໜອງ​ເອກ​ກະ​ສານ​ໃດໆ ແລະ​ໄປ​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ສ​ະ​ພາ​ຕ່ຳ.

ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ຈັກ ຊູ​ເມີ​ຣ ກ່າວ​ວ່າ “ລັດ​ຖະ​ບານ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລິ​ກັນ ພາ​ກັນ​ຊຸກ​ເຊື່ອງ ​ຄວາມ​ຈິງ​ທັງ​ໝົດ. ການ​ກ່າວ​ຫາ​ເປັນ​ເລື້ອງທີ່​ຮ້າຍ​ແຮງ. ການແຊກ​ແຊງເຂົ້າ​ໃນການ​ເລືອກ​ຕັ້ງ ​ການນາບ​ຄູ່​ຕ່າງ​ປະ​ເທດ​ໃຫ້​ເຂົ້າ​ມ​ວາ​ແຊກ​ແຊງ​ຢູ່​ໃນ
ການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ​ແມ່ນນອນ​ຢູ່​ໃນ​ຈຸດ​ໃຈ​ກາງ​ວ່າ​ລະ​ບອບ​ປະ​ຊາ​ທິປະ​ໄຕ​ຂອງ​
ພວກ​ເຮົາ​ແມ່ນ​ຫຍັງ.”

ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ຂອງ​ສະ​ພາ​ສູງ ທ່ານ​ມິດຈ໌ ແມັກ​ຄອນ​ແນ​ລ ຜູ້ທີ່​ໄດ້​ຊ່ວຍວາງ​ແຜນ ເຮັດ​ໃຫ້​ການ​ດຳ​ເນີນ​ຄະ​ດີ​ສັ້ນລົງ ທີ່​ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ພິ​ຍານ​ຄົນໃໝ່​ມາ​ໃຫ້​ການ ຫຼື​ນຳ​ສະ​ເໜີຫລັກ​ຖານ ກ່າວ​ວ່າ ຂໍ້​ກ່າວ​ຫາ ​ເພື່ອຟ້ອງ​ຮ້ອງ​ຕໍ່​ທ່ານ​ທ​ຣຳ​ນັ້ນ ບໍ່​ໄດ້ “ແມ່ນ​ແຕ່​ໃກ້​ຄຽງ​ກັບ​ຄະ​ດີເພື່ອປົດ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ເທື່ອ​ທຳ​ອິດ ໃນ​ປະ​ຫວັດ​ສາດ​ອາ​ເມ​ຣິ​ກັນເລີຍ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG