ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ທັນວາ ໒໐໒໕

ຜູ້ພິພາກສາຄະດີຂອງ ທ່ານແມນນາຝອດ ກ່າວວ່າ ທ່ານຖືກຂົ່ມຂູ່


ທ່ານເຄີວິນ ດາວນິງ (ຊ້າຍ) ແລະທ່ານໂທມັສ ເຊີນີ ພ້ອມດ້ວທີມປ້ອງກັນ ທ່ານແມນນາຝອດ ກຳລັງອອກມາຈາກສານ ວັນທີ 17 ສິງຫາ 2018.
ທ່ານເຄີວິນ ດາວນິງ (ຊ້າຍ) ແລະທ່ານໂທມັສ ເຊີນີ ພ້ອມດ້ວທີມປ້ອງກັນ ທ່ານແມນນາຝອດ ກຳລັງອອກມາຈາກສານ ວັນທີ 17 ສິງຫາ 2018.

ຜູ້​ພິພາກສາ​ ດຳ​ເນີນ​ຄະດີ ທ່ານພອລ ​ແມນ​ນາຝອດ ອະ​ດີດ​ປະທານ​ ໂຄສະນາ​ຫາ​ສຽງ
ຂອງ​ປະທາ​ນາ​ທິບໍດີ​ດໍ​ໂນ​ລ ທຣໍາ ນັ້ນ ​ກ່າວ​ວ່າ ທ່ານ​ໄດ້​ຮັບ​ການ​ຂົ່ມຂູ່ ​ແລະ​ກຳລັງໄດ້
ຮັບການ​ປ້ອງ​ກັນ​ໂຕ ​ໂດຍ ເຈົ້າໜ້າທີ່ ​ຕຳຫຼວດ​ສະຫະລັດ.

ທ່ານ​ແອ​ລລິ​ສ ຍັງ​ໄດ້​ປະຕິ​ເສດ ​ຕໍ່​ການຮ້ອງຂໍໂດຍບັນດາ​ນັກ​ຂ່າວ ​ເ​ພື່ອ​ໃຫ້ເປີດ​ເຜີ​ຍ​
ບັນດາ​ຊື່​ຂອງ​ຄະນະ​ຕຸລາການ ໂດຍ​ອ້າງເຖິງຄວາມເປັນຫ່ວງຕ່າງໆ ທາງ​ດ້ານ​ຄວາມ​
ປອດ​ໄພ.

ຄະນະ​ຕຸລາການ ​ໄດ້ພິຈາລະນາຕັດສິນຄະດີ ​ເປັນ​ມື້​ທີ​ສອງ​ ໃນ​ວັນ​ສຸກ​ວານ​ນີ້ ​ໃນ​ຂະ
ນະ​ທີ່​ປະທານາທິບໍດີ​ທຣໍາ ກ່າວ​ວ່າການ​ກາດຳ​ເນີນ​ຄະດີ​ ຂອງ​ທ່ານ​ແມນ​ນາ​ຝອດ ​ໄດ້​
ເປັນ​ທີ່ “ໜ້າ​ເສົ້າໃຈ."

“ຂ້າ​ພະ​ເຈົ້າ​ຄິດ​ວ່າ​ເປັນ​ວັນທີ່​ເສົ້າ​ໃຈຫຼາຍ ສຳລັບປະ​ເທດ​ຊາດ ​ຂອງ​ພວກ​ເຮົາ. ທ່ານ
ມານາຝອດ ​ໄດ້​ເຮັດ​ວຽກ​ໃຫ້​ຂ້າພະ​ເຈົ້າ​ເປັນໄລຍະ​ສັ້ນໆ. ​ແຕ່​ທ່ານ​ຮູ້​ບໍ່​ວ່າ? ທ່ານ​ເປັນ
​ຄົນທີ່​ດີ. ຂ້າພະ​ເຈົ້າ​ຄິດ​ວ່າ​ມັນ​ເປັນ​ທີ່​ເສົ້າ​ໃຈ​ທີ່​ເຂົາ​ເຈົ້າ​ກະທຳ​ຕໍ່​ທ່ານ​ແມນ​ນາ​ຝອດ.”

ທ່ານ​ທຣໍາ​ໄດ້​ຖືກ​ຖາມ ​ກ່ຽວ​ກັບ​ຄວາມເປັນ​ໄປ​ໄດ້​ທີ່​ ທ່ານ​ຈະ​ອະໄພຍະໂທດ​ໃຫ້​ແກ່​ທ່ານ​
ແມນ​ນາ​ຝອດ ​ອາຍຸ 69 ປີ ​ແຕ່​ ທ່ານປະທານາທິບໍດີ​ ປະຕິ​ເສດ​ທີ່ຈະຕອບ​ຄຳ​ຖາມນັ້ນ.

ອະດີດປະທານຜູ້ໂຄສະນາຫາສຽງ ທ່ານພອລ ແມນນາຝອດ ທີເຫັນເປັນຮູບແຕ້ມຢູ່ໃນສານ .
ອະດີດປະທານຜູ້ໂຄສະນາຫາສຽງ ທ່ານພອລ ແມນນາຝອດ ທີເຫັນເປັນຮູບແຕ້ມຢູ່ໃນສານ .

ຄະນະ​ຕຸລາການ ທີ່ປະກອບດ້ວຍ ຜູ້​ຊາຍ​ຫົກ​ຄົນ ​ແມ່ຍິງ​ຫົກຄົນ ​ໄດ້​ເລີ້ມພິຈາລະນາ​ຕັດສິນຄະດີ ​ຢູ່​ໃນຫ້ອງລັບ ​ເມື່ອວັນພ​ະຫັດ ​ຢູ່ທີ່ສານ​ໃນລັດ​ເວີ​ຈີ​ເນຍ ​ເຊິ່ງໃນ​ລະ
ຫວ່າງ​ນັ້ນ ພວກ​ເຂົາ​ເຈົ້າ​ໄດ້​ຖາມ ​ຜູ້​ພິພາກສາ ​ສີ່​ຄຳ​ຖາມ ທີ່ຮວມທັງ ​ຄວາມ​ກະຈ່າງ​
ແຈ້ງ​ໃນ​ຄວາມ​ໝາຍຂອງຄຳວ່າ “​ໂດຍປາດສະຈາກ​ຂໍ້​ສົງ​ໄສ​.”

ພາຍ​ໃຕ້​ກົດ​ໝາຍ​ສະຫະລັດ ຄວາມ​ຜິດໃນ​ກາ​ນຖືກກ່າວ​ຫາ ​ຕ້ອງໄດ້ພິສູດໃຫ້ “​ໝົດ
ຊິ້ນຊຶ່ງ​ຂໍ້​ສົງ​ໄສ” ຫຼື ຈະ​ບໍ່ສາມາດຕັດສິນ​ວ່າຜິດໄດ້.

ຮູບແຕ້ມຢູ່ໃນສານຂອງທ່ານຣິກ ເກດສ໌ ທີ່ເປັນພິຍານ ກຳລັງຖືກສອບຖາມ ຈາກທະນາຍຄວາມປ້ອງກັນຂອງທ່ານແມນນາຝອດ ວັນທີ 7 ສິງຫາ 2018.
ຮູບແຕ້ມຢູ່ໃນສານຂອງທ່ານຣິກ ເກດສ໌ ທີ່ເປັນພິຍານ ກຳລັງຖືກສອບຖາມ ຈາກທະນາຍຄວາມປ້ອງກັນຂອງທ່ານແມນນາຝອດ ວັນທີ 7 ສິງຫາ 2018.

ສ່ວນຄຳ​ຖາມອື່ນໆນັ້ນ ເຈາະເລິກເຖິງ​ລາຍ​ລະອຽດ​ ທີ່ສະ​ເພາະ​ເຈາະ​ຈົງ​ ຂອງ​ຄະດີ
​ການສໍ້ໂກງ ພາ​ສີ ​ແລະ​ທະນາຄານ.

ບັນດາ​ໄອ​ຍະ​ການ ​ແລະ​ພວກ​ທະນາຍຄວາມ​ປ້ອງ​ກັນ ​ໄດ້​ສະ​ເໜີປິດການ​ໂຕ້​ຖຽງ​ໃນ
​ວັນ​ພຸດ​ແລ້ວ​ນີ້ ​ໄອ​ຍະ​ການ​ໄດ້​ໂຕ້​ຖຽງ​ວ່າ​ ຊີວິດ​ຂອງ​ທ່ານ​ແມນ​ນາ​ຝອດ "​ເຕັມ​ໄປ​
ດ້ວຍ​ຄວາມ​ຕົວະ" ​ໃນ​ຂະນະ​ທີ່ໄດ້​ຊື້​ສ່ວນ​ນຶ່ງ​ຂອງ​ຄະ​ລື​ຫາດ ​ຊຸດ​ນຸ່ງ​ທີ່​ມີ​ລາຄາ​ແພງ
ລົດ​ຫຼາຍ​ຄັນ ​ເຄື່ອງອີ​ເລັກໂຕຣນິກ ​ແລະ​ສິ່ງ​ຂອງ​ທີ່​ມີ​ລາຄາ​ແພງ.

ອ່ານຂ່າວນີ້ເພີ້ມປັນພາສາອັງກິດ

XS
SM
MD
LG