ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຈະເດີນທາງ ໄປຢ້ຽມຢາມ ເອເຊຍ ໃນເດືອນພະຈິກ


ປະທານາທິບໍດີທຣຳ ລົມກັບພວກນັກຂ່າວ ຂະນະທີ່ທ່ານ​ ພວມຍ່າງໄປຂຶ້ນເຮືອບິນເຮຣີຄອບເຕີ້ປະຈຳຕຳແໜ່ງ ທີ່ ເດີ່ນດ້ານໃຕ້ ຂອງທຳນຽບຂາວ. (ວັນທີ 27 ກັນຍາ 2017)
ປະທານາທິບໍດີທຣຳ ລົມກັບພວກນັກຂ່າວ ຂະນະທີ່ທ່ານ​ ພວມຍ່າງໄປຂຶ້ນເຮືອບິນເຮຣີຄອບເຕີ້ປະຈຳຕຳແໜ່ງ ທີ່ ເດີ່ນດ້ານໃຕ້ ຂອງທຳນຽບຂາວ. (ວັນທີ 27 ກັນຍາ 2017)

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ຈະ​ອອກ​ເດີນທາງໄປ​ຢ້ຽມຢາມ​ເອ​ເຊຍ​
ໃນ​ເດືອນ​ພະຈິກໂດຍ​ມີ​ຈຸດປະສົງ​ເພື່ອ​ຮວບ​ຮວມ​ເອົາ​ການ​ສະໜັບສະໜຸນ​ຂອງ​ໂລກ
ຕ້ານ​ການ​ຂົ່ມຂູ່​ຂອງ​ເກົາຫຼີ​ເໜືອ ​ໃນ​ຂະນະ​ທີ່​ໄປ​ຮ່ວມ ກອງ​ປະຊຸມ​ສຸດ​ຍອດພູ​ມີ​ພາກ
​ແລະ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ການ​ຄ້າ ອີງຕາມ​ການ​ປະກາດ​ຂອງ​ທຳນຽບຂາວ ​ໃນ
​ວັນ​ສຸກ​ວານ​ນີ້.

​ຖະ​ແຫຼງການ​ກ່າວ​ວ່າ “ການ​ພົວພັນ​ຂອງ​ປະທານາທິບໍດີ​ຈະ​ເສີມ​ຂະຫຍາຍ​ການ​ຕັດ
ສິນ​ໃຈ​ຂອງ​ນາໆ​ຊາດທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມຂູ່​ຂອງ​ເກົາຫຼີ​ເໜືອ​ແລະ​ຄ້ຳປະກັນ​ ​
ໃນການ​ເຮັດ​ໃຫ້​ແຫຼຼມ​ເກົາຫຼີ ກາຍ​ເປັນ​ເຂດ​ປອດ​ນິວ​ເຄລຍ​ຢ່າງ​ສົມບູນສາມາດກວດ
ພິສູດ​ແລະ​ຕ່າວ​ປີ້ນບໍ່​ໄດ້.”

ການເດີນທາງ​ດັ່ງກ່າວ ​ຈະ​ຮວມທັງ​ການ​ຢ້ຽມຢາມເທື່ອ​ທຳ​ອິດຕໍ່​ປະ​ເທດ​ຈີນຊຶ່ງເປັນ
​ພັນທະ​ມິດ​ທີ່​ໃກ້ຊິດ​ທີ່​ສຸດ ​ແລະ​ຄູ່​ການ​ຄ້າ​ທີ່​ໃຫຍ່​ສຸດ​ ຂອງ​ເກົາຫຼີ​ເໜືອ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ຈະ​ແຜ້ວ​ທາງສຳລັບ​
ການ​ໄປ​ຢ້ຽມຢາມ​ຈີນ​ ຂອງ​ປະທານາທິບໍດີ​ທຣຳ ໃນ​ລະຫວ່າງ ​ການ​ເດີນທາງ​ໄປ​ຈີນ
​ເທື່ອ​ທີ​ສອງ​ຂອງ​ທ່ານ ໃນ​ທ້າຍ​ອາທິດ​ນີ້ ​ເພື່ອ​ຊອກ​ສະ​ແຫວ​ງຫາ​ການ​ຮ່ວມມື ​ກັບ​ປັກ
​ກິ່ງ ​ໃນ​ການ​ໃຊ້​ “ຄວາ​ມກົດ​ດັນ​ສູງ​ສຸດ​” ຕໍ່​ການ​ຮຸກ​ຮານ​ທາງ​ດ້ານ​ນິວ​ເຄລຍຂອງ​ພຽງ​
ຢາງ ທ່າມກາງ​ທີ່​ຄວາມ​ເຄັ່ງ​ຕຶງ ​ຢູ່​ແຫຼມ​ເກົາຫຼີ​ເພີ້ມທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນນັ້ນ.

ສະຫະລັດ ​ພວມ​ປຶກສາ​ຫາລື​ຢ່າງ​ໃກ້ຊິດ​ ກັບ​ເຈົ້າໜ້າ​ທີ່​ຈີນກ່ຽວ​ກັບ​ຄວາມ​ໝັ້ນ​ໝາຍ
​ຂອງ​ປັກ​ກິ່ງ​ ທີ່​ຈະ​ຈຳກັດການ​ນຳ​ເຂົ້າຖ່ານ​ຫີນ ​ເຫຼັກກ້າ ​ແຮ່​ເຫລັກ ຂີ້​ກົ່ວ ​ແຮ່​ກົ່ວແລະ
​ອາຫານ​ທະ​ເລ ຈາກ​ເກົາຫລີ​ເໜືອ​.

ຖ້າ​ຫາກມີ​ການຈັດຕັ້ງປະຕິບັດ​ຢ່າງ​ເຕັມທີ່​ ການ​ຫ້າມ​ນຳ​ເຂົ້າສິນຄ້າເຫລົ່າ​ນີ້ ​ສາມາດ
ຫລຸດ​ລາຍ​ໄດ້​ຂອງ​ເກົາຫລີ​ເໜືອລົງ​ຢ່າງ​ຫຼວງຫລາຍ​ໃນ​ປີ​ນີ້. ​ເກົາ​ຫລີ​ເໜືອ​ໄດ້​ຮັບ​ເງິນ
1.5 ຕື້​ໂດ​ລາ​ ຈາກ​ການ​ສົ່ງອອກສິນຄ້າເຫລົ່າ​ນີ້ໃຫ້​ຈີນ ໃນ​ປີ 2016 ອີງ​ຕາມ​ກະຊວງ​
ການ​ຕ່າງປະ​ເທດ​ສະຫະລັດ.

ທ່ານ​ທຣຳ ຈະ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຂອງ​ບັນດາ​ປະຊາ​ຊາດ ​ໃນ​ເຂດ​ເອ​ເຊຍ
​ຕາ​ເວັນ​ອອກສຽງໃຕ້​ຫຼືອາ​ຊ່ຽນແລະ​ກອງ​ປະຊຸມ​ເອ​ເຊຍ​ຕາ​ເວັນ​ອອກ​ທີ່​ປະ​ເທດ​ຟີ​ລິບ​
ປິນ. ນອກ​ນັ້ນທ່ານ​ຍັງ​ຈະ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການຮ່ວມ​ມື​ທາງ​ດ້ານ​
ເສດຖະກິດ​ໃນ​ເຂດ​ເອ​ເຊຍ-ປາຊີ​ຟິກຫຼື APEC ທີ່ປະເທດ​ຫວຽດນາມ.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ກ່າວ​ໃນ​ວັນ​ພະ​ຫັດ​ຜ່ານມາທີ່ນະ ຄອນຫຼວງຈາ​ກາ​ຕ້າ​ຂອງ​ອິນ​ໂດ​ເນ​ເຊຍ​ວ່າ ຄວາມ​ສຳພັນ ​ລະຫວ່າງ​ສະຫະລັດ ​ກັບ​ອາ
​ຊ່ຽນແມ່ນ “ຄູ່ຮ່ວມ​ງານຍຸດ​ທະ​ສາດ” ​ແລະອາ​ຊ່ຽນ​ໄດ້​ຊຸກຍູ້​ໃຫ້​ມີ​ຄວາມ​ອຸດົມ​ຮັ່ງມີ​ແລະ​
ຄວາມ​ໝັ້ນຄົງບໍ່​ພຽງ​ແຕ່​ໃນ​ບັນດາ​ປະ​ເທດ​ສະມາຊິກ​ເທົ່ານັ້ນແຕ່​ໃນ​ທົ່ວ​ຂົງ​ເຂ​ດ​ເອ​ເຊຍ
​ປາຊີ​ຟິກ​ນຳ​ດ້ວຍ.

ການ​ແລກປ່ຽນ​ສິນຄ້າ​ແລະ​ບໍລິການ​ລະຫວ່າງ​ປະ​ເທດ​ຕ່າງໆ ຍັງ​ຈະ​ເປັນ​ບູລິ​ມະ​ສິດ​ສຳ
ລັບ​ທ່ານ​ທຣຳ. ທຳນຽບຂາວ​ເວົ້າວ່າ ປະທານາທິບໍດີຈະ​ກ່າວ​ຢ້ຳ “​ເຖິງ​ຄວາມ​ສຳຄັນ​ໃນ
​ດ້ານການ​ຄ້າ​ແບບ​ຍຸຕິ​ທຳ ​ແລະ​ຄວາມ​ສຳພັນ​ ທາງ​ດ້ານ​ເສດຖະກິດ​ແບບ​ສົມສ່ວນ ກັບ
​ບັນດາ​ປະ​ເທດ​ພາຄີ​ການ​ຄ້າ​ຂອງ​ອາ​ເມຣິກາ.”

ການ​ເດີນທາງ​ແຕ່​ວັນ​ທີ 3 ຫາ 14 ພະຈິກ​ຂອງ​ປະທານາ​ທິບໍດີ​ທຣຳ ​ແມ່ນ​ຍັງ​ຈະ​ຮວມ
ທັງ​ການ​ຢ້ຽມຢາມ​ເກົາຫຼີ​ໃຕ້ ຍີ່ປຸ່ນ ​ແລະ​ລັດ​ຮາ​ວາຍ​ນຳ​ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG