ສານລັດຖະບານກາງແຫ່ງທີສອງຂອງສະຫະຣັດໄດ້ລົງຄະແນນສຽງເທີດທູນການຮັກ
ສາໄວ້ ການກີດກັນ ດຳລັດປະທານາທິບໍດີ ດໍໂນລ ທຣໍາ ທີ່ສັ່ງໃຫ້ຈຳກັດການເດີນທາງ
ຈາກຫົກປະເທດທີ່ສ່ວນໃຫຍ່ເປັນຊາວມຸສລິມນັ້ນ.
ສານອຸທອນຊັ້ນຕົ້ນເຂດ 9 ໃນນະຄອນ San Francisco ໄດ້ຕັດສິນຢ່າງເປັນເອກກະ
ສັນ ໃນວັນຈັນທີ່ຜ່ານມາ ຕ້ານການຫ້າມຊົ່ວຄາວຂອງປະທານາທິບໍດີ ທຣໍາ ດ້ວຍເຫດ
ຜົນທີ່ວ່າປະທານາທິບໍດີໄດ້ ລ່ວງລໍ້າອຳນາດຂອງທ່ານ ໂດຍອອກດຳລັດໃນວັນທີ 2
ເດືອນມີນາທີ່ຜ່ານມາ.
ຄະນະກຳມະການຜູ້ພິພາກສາສາມທ່ານ ກ່າວວ່າໃນຂະນະທີ່ ຮ່າງກົດໝາຍຄົນເຂົ້າ
ເມືອງ ແລະສັນຊາດປີ 1952 ໄດ້ໃຫ້ອຳນາດແກ່ປະທານາທິບໍດີ ທັງໃນການຄວບຄຸມ
ຄົນເຂົ້າມາສະຫະລັດ ແລະປ້ອງກັນຄວາມປອດໄພແກ່ສະຫະລັດນັ້ນ “ການເຂົ້າເມືອງ
ແມ່ນແຕ່ຈະເປັນປະທານາທິບໍດີກໍຕາມ ຈະບໍ່ແມ່ນການກະທຳຂອງຄົນໆດຽວ.”
ການຕັດສິນໃນວັນຈັນວານນີ້ ສອດຄ່ອງກັບການຕັດສິນເທື່ອກ່ອນໂດຍ ສານອຸທອນ
ຊັ້ນຕົ້ນເຂດ 4 ຂອງລັດ Virginia ຊຶ່ງໃນວັນ 25 ເດືອນມີນາ ທີ່ສານລັດ Maryland
ໄດ້ຕັດສິນເຫັນພ້ອມກີດກັນພາກສ່ວນຂອງຄຳສັ່ງດັ່ງກ່າວ. ແຕ່ສານທັງສອງແຫ່ງ ໄດ້ຕັດສິນການໂຕ້ຖຽງທີ່ມີຄວາມແຕກຕ່າງກັນຫຼາຍ.
ສານຊັ້ນຕົ້ນເຂດ 4 ໄດ້ເຈາະຈົງສ່ວນໃຫຍ່ໃສ່ຖະແຫລງການ ແລະຂໍ້ຄວາມໃນການຂຽນ
ລົງທາງ tweet ໂດຍປະທານາທິບໍດີ ທຣໍາ ທີ່ເນັ້ນບອກເຖິງຄຳສັ່ງຂອງທ່ານ ທີ່ຫ້າມຊາວ
ມຸສລິມ ອັນເປັນສິ່ງນຶ່ງທີ່ທ່ານເປັນປາກສຽງໃຫ້ໃນລະຫວ່າງການໂຄສະນາຫາສຽງຂອງ
ທ່ານເປັນປະທານາທິບໍດີ. ແຕ່ວ່າສານຊັ້ນຕົ້ນເຂດ 4 ໄດ້ຕັດສິນພຽງແຕ່ພາກສ່ວນຂອງກົດໝາຍຫ້າມການເດີນທາງຈາກຫົກປະເທດເປັນເວລາ 90 ມື້ເທົ່ານັ້ນ. ສານຊັ້ນຕົ້ນເຂດ
9 ໄດ້ລົງຄວາມເຫັນໄປຫລາຍກວ່ານັ້ນ ແລະເຈາະຈົງໃສ່ INA ແລະອັນທີ່ຜູ້ພິພາສາເຫັນ
ວ່າ ເປັນການຢືນຢັນທີ່ບໍ່ພຽງພໍໃນການສະໜັບສະໜູນຄຳສັ່ງການເດີນທາງ.
ບັນດາຜູ້ພິພາກສາໄດ້ຂຽນວ່າ “ໃນການໂຈະການເຂົ້າມາໃນປະເທດຂອງຜູ້ຄົນຫລາຍ
ກວ່າ 180 ລ້ານຄົນຈາກຫົກປະເທດ ໂຈະການເຂົ້າມາຂອງອົບພະຍົບ ແລະຫລຸດຈຳ
ນວນທີ່ອະນຸຍາດຂອງຊາວອົບພະຍົບຈາກ 110,000 ຄົນຫາ 50,000 ຄົນໃນສົກປີ
2017 ນັ້ນ ປະທານາທິບໍດີບໍ່ໄດ້ປະຕິບັດພຽງພໍອຳນາດຂອງທ່ານ ໂດຍກ່າວວ່າ ທ່ານຈະຕ້ອງໄດ້ໃຫ້ເຫດຜົນພຽງພໍເຖິງ “ຄວາມຈຳເປັນທາງດ້ານຜົນປະໂຫຽດ ຂອງ
ສະຫະລັດ."