ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ງົດການວາງມາດຕະການ ຕໍ່ເຈົ້າໜ້າທີ່ຈີນ ຢູ່ຊິນຈຽງ ຍ້ອນມີການເຈລະຈາການຄ້າ ດໍາເນີນໄປຢູ່


ພວກນັກເຄື່ອນໄຫວຊາວວີເກີ ແລະພວກທີ່ສະໜັບສະໜຸນເຂົາເຈົ້າໂຮມຊຸມນຸມກັນເພື່ອປົກປ້ອງສິດຂອງຊາວວີເກີ ຢູ່ໃນຈີນ ຢູ່ຕໍ່ໜ້າສໍານັກງານຂອງສະຫະລັດ ປະຈໍາສະຫະປະຊາຊາດ ໃນນະຄອນນີວຢອກ ໃນວັນທີ 5 ກຸມພາ, 2019
ພວກນັກເຄື່ອນໄຫວຊາວວີເກີ ແລະພວກທີ່ສະໜັບສະໜຸນເຂົາເຈົ້າໂຮມຊຸມນຸມກັນເພື່ອປົກປ້ອງສິດຂອງຊາວວີເກີ ຢູ່ໃນຈີນ ຢູ່ຕໍ່ໜ້າສໍານັກງານຂອງສະຫະລັດ ປະຈໍາສະຫະປະຊາຊາດ ໃນນະຄອນນີວຢອກ ໃນວັນທີ 5 ກຸມພາ, 2019

ປະທານາທິບໍດີດໍໂນລ ທຣໍາ ຂອງສະຫະລັດໄດ້ງົດການວາງມາດຕະການທີ່ ເຂັ້ມງວດຂຶ້ນກວ່າເກົ່າ ຕໍ່ເຈົ້າໜ້າທີ່ຈີນທີ່ຖືກຕໍາໜິວ່າໄດ້ທັບມ້າງຊາວວີເກີມຸສລິມທີ່ເປັນຊົນກຸ່ມສ່ວນນ້ອຍ ຍ້ອນເປັນຫ່ວງວ່າມາດຕະການເຊັ່ນນັ້ນ ຈະໄປ ແຊກແຊງກັບການເຈລະຈາທາງການຄ້າກັບປັກກິ່ງ, ອີງຕາມຄໍາເວົ້າຂອງທ່ານຢູ່ໃນການໃຫ້ສໍາພາດທີ່ພິມເຜີຍແຜ່ ໃນວັນອາທິດວານນີ້.

“ເອີ, ພວກເຮົາກໍາລັງຢູ່ໃນລະຫວ່າງກາງ ການເຮັດຂໍ້ຕົກລົງ ທາງການຄ້າຢູ່. ແລະ ຂ້າພະເຈົ້າກໍເຮັດໄດ້ດີຫລາຍ, ອາດຈະມີການຊື້ສິນຄ້າໃນມູນຄ່າ 250 ຕື້ໂດລາກໍ ເປັນໄດ້,” ນັ້ນຄືຄໍາເວົ້າຂອງທ່ານທຣໍາ ທີ່ໄດ້ຖືກກ່າວອ້າງວ່າ ໄດ້ ລົມກັບອົງການຂ່າວແອັກຊຽສ (Axios) ໃນວັນສຸກຜ່ານມາ ເມື່ອຖືກຖາມວ່າ ເປັນຫຍັງທ່ານຈຶ່ງ ບໍ່ຮັບຜ່ານການລົງໂທດຂອງກະຊວງການເງິນຕໍ່ບັນດາເຈົ້າ ໜ້າທີ່ພັກຄອມມີວນິສຈີນ ທີ່ເຊື່ອມໂຍງກັບການປາບປາມຢູ່ໃນເຂດຊິນຈຽງ.

ອົງການສະຫະປະຊາຊາດກະປະມານວ່າ ມີຊາວມຸສລິມຫລາຍກວ່າ 1 ລ້ານຄົນ ຖືກກັກຂັງຢູ່ໃນສູນຕ່າງໆ. ກະຊວງການຕ່າງປະເທດໄດ້ກ່າວຫາຈີນວ່າ ເຮັດໃຫ້ ຊາວມຸສລິມ ຖືກທໍລະມານ ແລະຂົ່ມເຫັງ.

ຈີນໄດ້ປະຕິເສດ ການປະພຶດຜິດນັ້ນ ແລະເວົ້າວ່າ ບັນດາສູນຕ່າງໆ ແມ່ນສະ ໜອງການອົບຮົມວິຊາຊີບ ແລະຊ່ວຍຕໍ່ສູ້ຕ້ານກັບແນວຄິດທີ່ເປັນຫົວຮຸນແຮງສຸດຂີດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG