ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ການຍິງສັງຫານໝູ່ ຢູ່ໂຮງຮຽນ
ມັດທະຍົມ ລັດຟລໍຣີດາ ໃນເດືອນນີ້ ເປັນເລື່ອງສຳຄັນທີ່ ຈະເພັ່ງເລັງໃສ່ ໃນວັນຈັນມື້ນີ້
ໃນຂະນະທີ່ບັນດາຜູ້ປົກຄອງລັດ ຈາກທົ່ວປະເທດ ມາພົບປະກັນໃນນະຄອນຫຼວງ
ວໍຊິງຕັນ.
“ຂ້າພະເຈົ້າຄິດວ່າ ພວກເຮົາຈະເອົາເລື່ອງນັ້ນ ເປັນຫົວຂໍ້ທຳອິດໃນລາຍການ ເພາະ
ວ່າ ພວກເຮົາຕ້ອງຍຸຕິສິ່ງທີ່ກຳລັງເກີດຂຶ້ນຢູ່ ໃນປະເທດຂອງພວກເຮົາ ກ່ຽວກັບເລື່ອງ
ດັ່ງກ່າວ” ທ່ານທຣຳ ໄດ້ກ່າວໃນລະຫວ່າງງານຕ້ອນຮັບເມື່ອຄືນວັນອາທິດວານນີ້.
ໃນແຕ່ລະລັດຂອງໃຜລາວ ກໍມີກົດໝາຍຄວບຄຸມປືນ ທີ່ແຕກຕ່າງກັນໄປ ແລະ ອາດຈະ
ເອົາວິທີທາງທີ່ບໍ່ຄືກັນ ໃນການຕັດສິນໃຈວ່າ ຈະຫາວິທີ ທີີ່ຈະອອກກົດໝາຍຄວບຄຸມ
ປືນໃໝ່ໃດໆໄດ້ຫຼືບໍ່. ລັດຖະບານກາງ ອາດຈະເອົາມາດຕະການດ້ວຍຕົນເອງ ແລະ
ບັນດາສະມາຊິກສະພາ ໃນສະພາຕ່ຳ ແລະສະພາສູງ ກໍຈະກັບຄືນມາເຮັດວຽກ ໃນ
ວັນຈັນມື້ນີ້ ຫຼັງຈາກທີ່ໄດ້ຢຸດພັກເປັນເວລາຍາວເຖິງນຶ່ງສັບປະດາ ຢູ່ໃນເມືອງຖິ່ນຖານ
ຂອງພວກເພິ່ນແລ້ວ.
ການອະພິປາຍຂອງສະຫະລັດ ກ່ຽວກັບເລື່ອງການຮັບມືອັນເໝາະສົມ ໃນຄວາມພະຍາ
ຍາມທີ່ຈະສະກັດກັ້ນ ການຍິງສັງຫານຢູ່ ໃນໂຮງຮຽນ ໃນອະນາຄົດແມ່ນກຳລັງທະວີຂຶ້ນ
ເລື້ອຍໆ ແຕ່ວ່າ ການເຂັ່ນຂ້າທັງຫຼາຍ ຈະກະຕຸ້ນໃຫ້ລັດຖະສະພາ ກະທຳອັນໃດອັນນຶ່ງ
ຫຼືບໍ່ນັ້ນ ແມ່ນເປີດໃຫ້ຕັ້ງຄຳຖາມໄວ້. ຢູ່ໃນປະເທດບ່ອນທີ່ລັດຖະທຳມະນູນ ສະຫະລັດ
ໄດ້ເທີດທູນສິດທິ ການຄອບຄອງປືນ ນັ້ນ ບັນດາສະມາຊິກສະພາ ລັງກຽດທີ່ຈະວາງ
ມາດຕະການຄວບຄຸມປືນ ທີ່ເຄັ່ງຄັດກວ່າເກົ່າ ເຖິງແມ່ນວ່າ ຈະໄດ້ປະເຊີນກັບການຍິງ
ສັງຫານໝູ່ຫຼາຍຄັ້ງ ໃນສອງສາມປີ ຜ່ານມານີ້ແລ້ວກໍຕາມ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ສະເໜີແນະ ໃຫ້ຕິດອາວຸດປືນໃຫ້ແກ່ບັນດານາຍຄູ
ບາງສ່ວນຜູ້ທີ່ມີຄວາມຊຳນານ ແລະຈ່າຍເງິນພິເສດໃຫ້ແກ່ພວກເຂົາເຈົ້າ ໃນການຮັກ
ສາອາວຸດທີ່ປົກປິດໄວ້ໃນໂຕ ເຊິ່ງພ້ອມທີ່ຈະນຳໃຊ້ ເມື່ອປະເຊີນໜ້າກັບມືປືນ.
ມີໂຮງຮຽນທ້ອງຖິ່ນຢູ່ໃນຫົວເມືອງຕ່າງໆ ຈຳນວນບໍ່ໜ້ອຍ ໃນສະຫະລັດ ໄດ້ຈັດຕັ້ງປະ
ຕິບັດ ລະບົບການປ້ອງກັນຫ້ອງຮຽນ ແບບນັ້ນຢູ່ແລ້ວ ແຕ່ບັນດານາຍຄູທົ່ວປະເທດ
ຈຳນວນນຶ່ງ ໄດ້ຄັດຄ້ານ ຕໍ່ແນວຄິດດັ່ງກ່າວນີ້. ທ່ານທຣຳ ຍັງໄດ້ກ່າວວ່າ ທ່ານສະໜັບ
ສະໜູນ ການເພີ່ມອາຍຸຂອງຜູ້ຊື້ປືນທຸກປະເພດ ຈາກ 18 ເປັນ 21 ປີ ເຊິ່ງເປັນແນວຄິດ
ທີ່ໄດ້ຖືກຄັດຄ້ານຢ່າງໜັກແໜ້ນ ໂດຍສະມາຄົມ ປືນຍາວແຫ່ງຊາດ ຫຼື NRA ທີ່ເປັນ
ກຸ່ມວິ້ງເຕັ້ນ ກ່ຽວກັບປືນ ທີ່ມີອຳນາດຫຼາຍທີ່ສຸດຂອງປະເທດ.
ທ່ານທຣຳ ໄດ້ກ່າວວ່າ ທ່ານຈະປະມັນໄວ້ໃຫ້ແຕ່ລະລັດ ຕັດສິນໃຈເອົາເອງວ່າ ຈະໃຫ້
ພວກນາຍຄູ ມີອາວຸດປືນຕິດໂຕ ຫຼືບໍ່. ແຕ່ທ່ານ ຣິກ ສກັອຕ ຜູ້ປົກຄອງລັດຟລໍຣີດາ
ບ່ອນທີ່ ການຍິງສັງຫານຫາກໍໄດ້ເກີດຂຶ້ນ ແລະ ເປັນຜູ້ທີ່ສະໜັບສະໜູນທ່ານທຣຳ
ໄດ້ກ່າວວ່າ ທ່ານບໍ່ເຫັນດີນຳ ແນວຄິດດັ່ງກ່າວ.