ດ້ວຍການດຳເນີນຄະດີຟ້ອງຮ້ອງທີ່ເຮັດໃຫ້ເສຍສະມາທິຢູ່ທາງບ້ານນັ້ນ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ພະຍາຍາມທີ່ຈະຕັ້ງໃຈເພັ່ງເລັງໃສ່ບັນຫາການຄ້າ ແລະ ເນັ້ນຄວາມສຳຄັນໃສ່ເສດຖະກິດພາຍໃນປະເທດໃນກອງປະຊຸມຖະແຫຼງຂ່າວ ທີ່ຖືກຈັດຂຶ້ນຢ່າງຮີບເລັ່ງ ກ່ອນທີ່ທ່ານຈະເດີນທາງອອກຈາກກອງປະຊຸມເສດຖະກິດໂລກ ໃນເມືອງ ດາໂວສ ປະເທດ ສວິດເຊີແລນ.
ໃນຕອນຕົ້ນຂອງກອງປະຊຸມລາຍງານ ສຳລັບນັກຂ່າວທຳນຽບຂາວທີ່ເດີນທາງໄປກັບທ່ານຢູ່ພາກພື້ນພູສູງ Swiss Alps ໃນວັນພຸດວານນີ້, ທ່ານ ທຣຳ ໄດ້ເຊີນຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ ທ່ານ ໂຣເບີໂຕ ອາເຊເວໂດ ຂຶ້ນແທ່ນກ່າວຄຳປາໄສ ເພື່ອກ່າວຢ້ຳເຖິງການຜັກດັນຂອງທ່ານ ສຳລັບການປະຕິຮູບກົດລະບຽບການຄ້າໂລກ.
ທ່ານ ທຣຳ ໄດ້ປະກາດວ່າ “ອົງການການຄ້າໂລກ ແມ່ນໄດ້ປະຕິບັດກັບ ສະຫະລັດ ຢ່າງບໍ່ຍຸຕິທຳເປັນເວລາຫຼາຍໆປີແລ້ວ.”
ບັນດາເຈົ້າໜ້າທີ່ອົງການການຄ້າໂລກ ຈະເດີນທາງຢ້ຽມຢາມນະຄອນຫຼວງ ວໍຊິງຕັນ ໃນອາທິດໜ້າ ຫຼື ອີກສອງອາທິດ ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ ສະຫະລັດ ກ່ຽວກັບ ສິ່ງທີ່ທ່ານ ທຣຳ ເອີ້ນວ່າ ການປະຕິຮູບຄັ້ງໃຫຍ່ສຳລັບອົງການດັ່ງກ່າວ.
ທ່ານ ອາເຊເວໂດ ໄດ້ເຫັນພ້ອມວ່າ “ມັນຕ້ອງໄດ້ມີການແກ້ໄຂ. ມັນຕ້ອງໄດ້ມີການປ່ຽນແປງ. ມັນຕ້ອງໄດ້ມີການປະຕິຮູບ. ລະບົບດັ່ງກ່າວແມ່ນບໍ່ໄດ້ເຮັດວຽກຢ່າງຖືກຕ້ອງໃນຫຼາຍຂົງເຂດ. ນັ້ນແມ່ນສິ່ງທີ່ພວກເຮົາກຳລັງພະຍາຍາມທີ່ຈະແກ້ໄຂ.”
ປະທານາທິບໍດີ ສະຫະລັດ ອີກຄັ້ງໄດ້ຕໍ່ວ່າສະຫະພາບ ຢູໂຣບ ຢ່າງແຮງ, ຂົ່ມຂູ່ເຂົາເຈົ້າວ່າຈະເກັບພາສີ ທີ່ຈະສ້າງຄວາມເສຍຫາຍຕໍ່ຂະແໜງລົດຍົນ ຖ້າບໍ່ສາມາດເຮັດຂໍ້ຕົກລົງການຄ້າທີ່ຖືກເລື່ອນເວລາມາດົນນານນັ້ນ. ທ່ານຍັງໄດ້ໂຕ້ແຍ້ງວ່າ ການພະຍາຍາມທີ່ຈະບັນລຸຂໍ້ຕົກລົງກັບ ສະຫະພາບ ຢູໂຣບ ແມ່ນຍາກກວ່າການເຈລະຈາກັບ ຈີນ.
ໃນລະຫວ່າງການປະຊຸມຂອງທ່ານກັບບັນດາຜູ້ນຳຄົນອື່ນໆ ແລະ ຈັດງານລ້ຽງອາຫານສຳລັບຜູ້ນຳດ້ານທຸລະກິດ ອາເມຣິກັນ ແລະ ໂລກນັ້ນ, ທ່ານ ທຣຳ ແມ່ນຫຍຸ້ງກັບການຕຳໜິວິຈານ ການດຳເນີນຄະດີຟ້ອງຮ້ອງໂດຍສະພາສູງ ສະຫະລັດ ໃນທວິດເຕີ, ເຊິ່ງທ່ານຖືກກ່າວຫາ ກ່ຽວກັບ ການລະເມີດອຳນາດ ແລະ ການຂັດຂວາງລັດຖະສະພາ.
ບັນດານັກຂ່າວໄດ້ຖາມທ່ານ ທຣຳ ກ່ຽວກັບ ການດຳເນີນຄະດີດັ່ງກ່າວ, ເຊິ່ງເປັນປະທ່ານໂດຍຫົວໜ້າສານສູງສຸດ ທ່ານ ຈອນ ໂຣເບີດສ໌ ແລະ ສະມາຊິກສະພາສູງ 100 ທ່ານທີ່ເຮັດໜ້າທີ່ເປັນກຳມະການຕັດສິນ.
ເຖິງແມ່ນທ່ານ ທຣຳ ຈະສາມາດຫຼີກລ່ຽງຈາກການຖືກປົດອອກຈາກຕຳແໜ່ງຢ່າງແນ່ນອນ ໃນຂະນະທີ່ພັກຣີພັບບລີກັນຂອງທ່ານຄວບຄຸມສະພາສູງຢູ່ນັ້ນ, ທ່ານປະທານາທິບໍດີ ກໍໄດ້ສືບຕໍ່ໂວຍວາຍວິຈານ ກ່ຽວກັບ ຂະບວນການດັ່ງກ່າວ ແລະ ບັນດາສະມາຊິກສະພາສັງກັດພັກຝ່າຍຄ້ານ ເດໂມແຄຣັດ ສຳລັບການຕັດສິນວ່າທ່ານກະທຳຜິດ.