ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ເຊື່ອວ່າ ຜູ້ນຳ ເກົາຫຼີເໜືອ ພ້ອມແລ້ວ ທີ່ຈະສ້າງສັນຕິພາບ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເດີນທາງຮອດ
ງານຊຸມນຸມໂຄສະນາຫາສຽງທີ່ ສາງເກັບເຮືອບິນ ແອັດແລນ
ຕິກ ເອວີເອເຊິນ "Atlantic Aviation" ໃນເມືອງ ມູນ ທາວຊິບ "Moon Township," ລັດ ເພັນຊິລເວເນຍ. 10 ມີນາ, 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເດີນທາງຮອດ ງານຊຸມນຸມໂຄສະນາຫາສຽງທີ່ ສາງເກັບເຮືອບິນ ແອັດແລນ ຕິກ ເອວີເອເຊິນ "Atlantic Aviation" ໃນເມືອງ ມູນ ທາວຊິບ "Moon Township," ລັດ ເພັນຊິລເວເນຍ. 10 ມີນາ, 2018.

ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານເຊື່ອວ່າ ເກົາຫຼີເໜືອ ຕອນນີ້ ແມ່ນພ້ອມແລ້ວ “ທີ່ຈະ
ສ້າງສັນຕິພາບ” ຫຼັງຈາກຜູ້ນຳຂອງເຂົາເຈົ້າ ທ່ານ ກິມ ຈົງ ອຶນ ໄດ້ປະກາດວ່າ ມີຄວາມ
ຍິນດີ ທີ່ຈະພົບປະກັບປະທານາທິບໍດີ ສະຫະລັດ.

ທ່ານ ທຣຳ ໄດ້ກ່າວໃນການຊຸມນຸມການເມືອງ ທີິ່ສາງເກັບເຮືອບິນ ຕັ້ງຢູ່ກໍ້າຕາເວັນຕົກ
ຂອງລັດເພັນຊິລເວເນຍ ເມື່ອວັນເສົາວານນີ້ວ່າ “ຂ້າພະເຈົ້າຄິດວ່າມັນເຖິງເວລາແລ້ວ.”

ທ່ານ ທຣຳ ກ່າວວ່າ ທ່ານ ກິມ ແມ່ນ “ຜູ້ຊາຍຄົນນຶ່ງຜູ້ທີ່ໄດ້ກົດປຸ່ມລະເບີດນິວເຄລຍຢູ່
ທົ່ວທຸກບ່ອນ,” ແຕ່ຕອນນີ້ “ລາວຈະບໍ່ຍິງລູກສອນໄຟຂຶ້ນເທິງຟ້າອີກແລ້ວ” ໃນຂະນະ
ທີ່ການວາງແຜນແມ່ນກຳລັງດຳເນີນໄປຢູ່ ສຳລັບການເຈລະຈາຊ້ອງໜ້າທີ່ ບໍ່ເຄີຍເກີດ
ຂຶ້ນມາກ່ອນລະຫວ່າງ ບັນດາຜູ້ນຳ ເກົາຫຼີເໜືອ ກັບ ສະຫະລັດ.

ທ່ານໄດ້ກ່າວເພີ່ມເຕີມວ່າ ເມື່ອທ່ານພົບປະກັບທ່ານ ກິມ, “ຂ້າພະເຈົ້າອາດຍ່າງໜີ
ອອກໄວ ຫຼື ພວກເຮົາອາດນັ່ງ ແລະ ເຮັດຂໍ້ຕົກລົງທີ່ຍິ່ງໃຫຍ່ສຳລັບໂລກ.”

ທ່ານ ທຣຳ ຍັງອ້າງເອົາຜົນງານສຳລັບຄວາມສຳເລັດຂອງກິລາໂອລິມປິກລະດູໜາວ
ທີ່ປະເທດ ເກົາຫຼີໃຕ້ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍເວົ້າວ່າ ຖ້າບໍ່ມີຄວາມພະຍາ
ຍາມທີ່ຈະຫຼຸດຜ່ອນໄພຂົ່ມຂູ່ຂອງການໂຈມຕີດ້ວຍລະເບີດນິວເຄລຍຂອງທ່ານ ມັນກໍ
“ຄົງຈະເປັນຄວາມລົ້ມແຫຼວຢ່າງສິ້ນເຊີງ.”

ທ່ານປະທານາທິບໍດີໄດ້ເວົ້າເຢາະເຢີ້ຍວ່າ: “ປີ້ຄົງຈະຖືກຂາຍໄດ້ຍາກ ເມື່ອເຈົ້າຄິດວ່າ
ເຈົ້າຈະຖືກຖິ້ມລະເບີດໃສ່.”

ໃນຄຳປາໄສຍາວ 75 ນາທີ ທີ່ໄດ້ເວົ້າເຖິງຫຼາຍຫົວຂໍ້ນັ້ນ, ທ່ານ ທຣຳ ໄດ້ກ່າວເນັ້ນ
ເຖິງຄວາມສຳຄັນຄັ້ງປະຫວັດສາດ ກ່ຽວກັບ ການທີ່ທ່ານຍອມຮັບເອົາຂໍສະເໜີການ
ພົບປະກັນຂອງຜູ້ນຳ ເກົາຫຼີເໜືອ.

ທ່ານ ທຣຳ ໄດ້ເວົ້າວ່າ “ຄືວ່າ, ເຂົາເຈົ້າເວົ້າວ່າ, ທ່ານ ໂອບາມາ ກໍສາມາດເຮັດແນວ
ນັ້ນໄດ້. ເຊື່ອຂ້າພະເຈົ້າໂລດ, ລາວຄົງຈະບໍ່ເຮັດດອກ. ແນວໃດກໍຕາມ, ແມ່ນກະທັ້ງ
ທ່ານ ບຸສ ຫຼື ທ່ານ ຄລິນຕັນ ກໍຄົງຈະບໍ່ເຮັດ. ຄົງຈະບໍ່ມີໃຜຢາກເຮັດ. ທ່ານ ໂອບາມາ
ຄວນຈະເຮັດ. ທ່ານ ໂອບາມາ ໂອກາດເປັນຂອງລາວແລ້ວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG