ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເສດຖະກິດ ສຫລ ຂະຫຍາຍໂຕ ໃນອັດຕາ ສະເລ່ຍ 4.1 ເປີເຊັນ ສຳລັບ ໄຕມາດທີສອງ


ເສດຖະກິດ ສະຫະລັດ ຂະຫຍາຍຕົວ ໃນລະດັບໄວທີ່ສຸດ ໃນຮອບປະມານ 4 ປີ ໃນ
ຊ່ວງເດືອນເມສາ ພຶດສະພາ ແລະມິຖຸນາ ນີ້.

ບົດລາຍງານຂອງກະຊວງການຄ້າ ທີ່ອອກໃນວັນສຸກວານນີ້ ໄດ້ກ່າວວ່າ ເສດຖະກິດ
ທີ່ໃຫຍ່ທີ່ສຸດຂອງໂລກໄດ້ຂະຫຍາຍຕົວ ໃນອັດຕາ 4.1 ເປີເຊັນຕໍ່ປີ ໃນໄຕມາດທີສອງ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ການຕັດພາສີ ແລະນະໂຍບາຍການຄ້າຕ່າງໆ
ຂອງທ່ານນັ້ນ ໄດ້ຊ່ອຍເຮັດໃຫ້ເສດຖະກິດ ຂະຫຍາຍຕົວໄວຂຶ້ນ ແລະຈະສືບຕໍ່ຊ່ອຍໃຫ້
ເສດຖະກິດ ຂະຫຍາຍຕົວອອກໄປຕື່ມອີກ.

ບັນດານັກວິເຄາະ ກ່າວວ່າ ການຕັດພາສີ ຂອງທ່ານ ທຣຳ ມູນຄ່າ 1 ພັນ 5 ຮ້ອຍລ້ານ
ໂດລາ ເມື່ອຕົ້ນປີນີ້ ໄດ້ສົ່ງເສີມເສດຖະກິດ ໃຫ້ຂະຫຍາຍຕົວ ໂດຍການຊຸກຍູ້ໃຫ້ ຜູ້ບໍລິ-
ໂພກ ໃຊ້ຈ່າຍເງິນ ແລະລົງທຶນໃນທຸລະກິດຕ່າງໆເປັນຕົ້ນ. ຫົວໜ້ານັກເສດຖະສາດ
ບໍລິສັດ PNC ທ່ານ ກັສ ເຟົາເຈີ ໄດ້ບອກວີໂອເອ ວ່າ ນອກຈາກການຕັດພາສີ ຫຼາຍ
ຢ່າງແລ້ວ ຍັງມີການຂະຫຍາຍຕົວຢ່າງເຂັ້ມແຂງ ໃນຄ່າຈ້າງແຮງງານ ຈຳນວນໜ້າວຽກ
ແລະການລົງທຶນດ້ານທຸລະກິດ ກໍໄດ້ປະກອບສ່ວນ ເຂົ້າໃນການເຕີບໃຫຍ່ດັ່ງກ່າວ.

Trump Says Economy Numbers Sustainable, But Experts Doubtful
please wait

No media source currently available

0:00 0:01:50 0:00

ໃນດ້ານການຄ້ານັ້ນ ທ່ານທຣຳ ໄດ້ບອກບັນດານັກຂ່າວ ວ່າ “ໃນຂະນະທີ່ ຂໍ້ຕົກລົງ
ການຄ້າຕ່າງໆ ກຳລັງມີຂຶ້ນ ເທື່ອລະຂໍ້ຕົກລົງ ແຕ່ພວກເຮົາກໍຈະກ້າວໄປສູງກວ່າ
ຕົວເລກທັງຫຼາຍເຫຼົ່ານັ້ນ ແລະຕົວເລກທັງຫຼາຍເຫຼົ່ານີ້ ແມ່ນຈະດີຍິ່ງກວ່າເກົ່າ.”

ນັກວິເຄາະຫຼາຍທ່ານ ກ່າວວ່າ ການຂະຫຍາຍຕົວ ຂອງເສດຖະກິດ ສະຫະລັດ ໄດ້ຮັບ
ການສົ່ງເສີມ ໂດຍປັດໄຈຊົ່ວຄາວຕ່າງໆ ທີ່ຈະຄ່ອຍໆຫລຸດນ້ອຍຖອຍລົງ ຕະຫຼອດ
ໄລຍະ ສອງສາມເດືອນຂ້າງໜ້າ.

ຍົກຕົວຢ່າງ ການຂັດແຍ້ງດ້ານການຄ້າກັບຈີນ ໄດ້ກະຕຸ້ນໃຫ້ ພວກຜູ້ຮັບຊື້ ພາກັນ
ຟ້າວຊື້ຖົ່ວເຫຼືອງຂອງ ສະຫະລັດ ກ່ອນທີ່ ການຕອບໂຕ້ຄືນ ໃນດ້ານການເກັບພາສີ
ຂອງຈີນ ຈະຂຶ້ນຄ່າໃຊ້ຈ່າຍ ສຳລັບຕະຫຼາດທີ່ສຳຄັນ ໃນການສົ່ງອອກສິນຄ້າກະສິກຳ
ທີ່ໃຫຍ່ທີ່ສຸດຂອງ ອາເມຣິກາ ອີງຕາມ ທ່ານ ມາກຄ໌ ແຮມຣິກ ນັກວິເຄາະ ຂອງບໍລິສັດ
Bankrate.com. ທ່ານຍັງໄດ້ກ່າວອີກວ່າ ຄວາມເປັນຫ່ວງ ກ່ຽວກັບ ຂໍ້ຂັດແຍ້ງ
ດ້ານການຄ້າທັງຫຼາຍ ໄດ້ຕັດລາຄາທີ່ພວກກະສິກອນ ໄດ້ຮັບ ສຳລັບບາງພືດຜົນ ໃນ
ຂະນະທີ່ ພວກນັກລົງທຶນ ກໍເປັນຫ່ວງວ່າ ບັນຫາການຄ້າ ອາດຕັດຄວາມຮຽກຮ້ອງ
ຕ້ອງການລົງ.

ປະທານາທິບໍດີ ທຣຳ ແລະ ນັກວິເຄາະບາງສ່ວນ ກ່າວວ່າ ການຂະຫຍາຍຕົວຂອງ
ເສດຖະກິດ ສະຫະລັດ ອາດຈະຊ້າລົງ ປະມານ 3 ເປີເຊັນ ສຳລັບປີນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG