ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ດໍໂນລ ທຣໍາ ໂຄສະນາຊັກຊວນ ເລື່ອງນະໂຍບາຍ ເຂດຊົນນະບົດອາເມຣິກາ


ປະທານາທິບໍດີ ດໍໂນລ ທຣໍາ ກຳລັງຂຶ້ນເຮືອບິນ ແອຟອສ ວັນ ທີ່ຖານທັບ ລັດແມຣີແລນ.
ປະທານາທິບໍດີ ດໍໂນລ ທຣໍາ ກຳລັງຂຶ້ນເຮືອບິນ ແອຟອສ ວັນ ທີ່ຖານທັບ ລັດແມຣີແລນ.

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ກຳລັງ​ໂຄນະຊາຊັກ​ຊວນ ກ່ຽວກັບ​ນະ​ໂຍບາຍ​ສຳລັບເຂດ
ຊົນນະ​ບົດ​ອາ​ເມຣິກາ ຂອງ​ທ່ານ ຊຶ່ງເປັນສ່ວນນຶ່ງ​ຂອງ​ເສດຖະກິດ​ແຫ່ງ​ຊາດ ​ທີ່​ຍັງ​ລ້າ
ຫລັງຢູ່ໃນ​ການ​ເຕີບ​ໂຕຂອງເຂດເທດສະບານຕ່າງໆ.

ປະທານາທິບໍດີ​ທຣໍາ ​ໄດ້​ມຸ້​ງໜ້າ​ສູ່​ເມືອງ​ແນ​ສວິລ ລັດ​ເທນແນັສຊີ ​ໃນ​ວັນ​ຈັນ​ວານ​ນີ້ເພື່ອ
​ບອກ​ຫ້ອງການ​ສະຫະພັນປູກ​ຝັງ​ອາ​ເມຣິກາ ທີ່​ເປັນ​ນຶ່ງ​ຢູ່ໃນ​ກຸ່ມທີ່ວິ້ງເຕັ້ນທີ່ສຳຄັນສຳລັບ
ຜົນ​ປະ​ໂຫຍ​ດໃນການ​ປູກຝັງ ທີ່​ທ່ານ​ຫາ​ກໍ່​ເຊັນ​ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ເປັນ​ຮ່າງ​ກົດໝາຍ​ຕັດ
​ພາສີ 1 ພັນ 5 ຮ້ອຍ​ຕື້​ໂດ​ລາ ທີ່​ຈະ​ໃຫ້​ຜົນປະໂຫດ​ແກ່ບັນດາ​ຄອບຄົວ​ຊາວ​ກະສິສອນ ​
ແລະ​ລັດຖະບານ​ຂອງ​ທ່ານ​ກຳລັງ​ຫຼຸດຜ່ອນໃນກົດ​ລະບຽບ​ສິ່ງແວດ​ລ້ອມກ່ຽວກັບນໍ້າສະ
ອາດ​ສຳລັບ​ດິນ​ປູກຝັງ.

ປະທານາທິບໍດີ​ທຣໍາກ່າວ​ ອີງ​ຕາມຂໍ້​ຄວາມຢູ່​ໃນ​ຄຳ​ປາໄສຂອງ​ທ່ານ ​ທີ່ນຳອອກເຜີ​ຍ
​ແຜ່​ໂດຍ​ທຳນຽບຂາວ ​ກ່າວ​ວ່າ “ຢູ່ໃນ​ທຸກໆ​ການ​ຕັດສິນ​ໃຈ​ທີ່ພວກ​ເຮົາ​ເຮັດ ພວກ​ເຮົາ​
ໃຫ້​ກຽດໃນ​ຄວາມ​ພາກພູມ​ໃຈ​ໃນ​ມູນ​ເຊື້ອ​ການ​ປູກຝັງ​ຂອງ​ອາ​ເມຣິກາ.”

ທຳນຽບຂາວ​ຍັງ​ກ່າວວ່າ ປະທານາທິບໍດີ​ທຣໍາ ຈະ​ເຜີ​ຍ​ແຜ່​ລາຍ​ງານ​ທີ່​ຮຽກຮ້ອງໃຫ້​ມີ
ການ​ຕິດ​ຕໍ່​ທາງ​ອິນເຕີແນັດ​ຢ່າງ​ວ່ອງ​ໄວ​ຢູ່​ໃນ​ຊົນນະ​ບົດອາ​ເມຣິກາ ທີ່​ໄດ້​ລ້າ​ຫລັງ​ບັນ
ດາ​ເຂດເທດບານ​ຕ່າງໆ​ຂອງ​ສະຫະລັດ. ຊົນນະບົດ​ອາ​ເມຣິກາ​ຮວມທັງ 72 ​ເປີ​ເຊັນ​
ຂອງ​ດິນແດນ​ຢູ່​ໃນ​ສະຫະລັດ ​ແຕ່ຊາວບ້ານ 46 ລ້ານ ​ຄົນປະກອບ​ດ້ວຍ 14 ​ເປີ​ເຊັນ
​ຂອງ 327 ລ້ານປະຊາຊົນ.

ທ່ານ​ເຣ ສະ​ຕາດລິງ ຜູ້​ຊ່ວຍ​ດ້ານ​ປູກຝັງ​ທຳນຽບຂາວ​ກ່າວ​ວ່າ “ຄວາມ​ໄວ​ອິນ​ເຕີແນັດ
ຄວນ​ຈະເປັນບູລິມະສິດ​ ສຳຄັນ​ສຸດ ​ຂອງ​ລັດຖະບານ.” ລາຍ​ງານ​ນີ້ຮຽກ ຮ້ອງໃຫ້ລັດ
ຖະບານ​ກາງ​ ອະນຸຍາດ​ໃຫ້ມີການ​ຂະຫຍາຍຄວາມໄວອິນ​ເຕີແນັດຢູ່​ໃນ​ເຂ​ດຊົນນະ
ບົດ ​ແລະ​ຜ່ອນ​ຜັນ​ກົດ​ລະບຽບ​ສຳລັບບັນດາ​ຜູ້​ບໍລິການ ​ເພື່ອ​ຕັ້ງ​ເສົາສົ່ງ​ໂທລະສັບ​ມື​ຖື​
ຢູ່​ໃນບັນດາ​ດິນຂອງລັດຖະບານ​ກາງ.

ປະທານ​າທິບໍ​ດີ​ທຣໍາ​ຍັງ​ຄາດ​ວ່າ​ ຈະ​ຖະ​ແຫລງ​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ຊົນນະບົດ
​ອາ​ເມຣິກາທີ່ກ່າວ​ກັບ​ການ​ຄ້າ​ຕ່າງປະ​ເທດ​ແກ່​ຊາວກະສິກອນ. ຜົນ​ປະ​ໂຫຍ​ດ ການ​ປູກຝັງສະຫະລັດ​ຈຳນວນ​ນຶ່ງມີ​ຄວາມ​ເປັນ​ຫ່ວງ​ວ່າ ທ່ານ​ທຣໍາ​ໄດ້​ຖອນ​ສະຫະລັດ ອອກ
​ຈາກ 12 ປະ​ເທດ ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊິຟິກ ທີ່​ຄູ່​ຕຳ​ແໜ່ງຂອງທ່ານ ອ​ະດີດ​ປະທານາທິບໍດີ ບາຣັກ ​ໂອ​ບາມາ ຖືເປັນເລື່ອງທີ່ສຳຄັນນັ້ນ. ປະທານາທິບໍດີ​ທຣໍາຍັງ​
ເປັນ​ປາກ​ສຽງ​ສະໜັບສະໜູນຄວາມ​ເຫັນ​ໃ​ຈ ຢ່າງ​ສຸດ​ຂີດ​ແກ່ ກ່ຽວກັບຂໍ້​ຕົກລົງ​ການ​ຄ້າ​
ເສລີສຳລັບ​ອາ​ເມຣິກາ​ເໜືອ ກັບ​ສອງຄູ່່​ການ​ຄ້າ​ໃຫຍ່່​ໆ ຄືກາ​ນາ​ດາ ​ແລະ​ເມັກ​ຊິ​ໂກ.

ຮູບພາບຊາວກະຊິກອນ ກຳລັງຂັບລົດແທຣກເຕີຄັນນຶ້ງ ສ່າວດິນ ຢູ່ທີ່ລັດຂໍເຈຍ.
ຮູບພາບຊາວກະຊິກອນ ກຳລັງຂັບລົດແທຣກເຕີຄັນນຶ້ງ ສ່າວດິນ ຢູ່ທີ່ລັດຂໍເຈຍ.

ຫລັງ​ຈາກ​ຄຳ​ປາ​ໄສ​ຢູ່​ໃນ​ລັດ​ເທັນ​ແນັສຊີ​ແລ້ວ ປະທານາທິບໍດີ​ທຣໍາ​ໄດ້ມຸ້ງໜ້າ​ໄປ​ນະ
ຄອນ​ອັດ​ລັນ​ຕາ ໃນລັດຈໍເຈຍ ທີ່​ເປັນ​ເພື່ອນ​ບ້ານເພື່ອ​ເບິ່ງ​ການ​ແຂ່ງຂັນ​ແຊມ ​ປ້ຽນຟຸດ
ເຕະບານແບບອາເມຣິກັນ ຊິງແຊ້ມ​ມະຫາວິທະຍາ​ໄລ​ແຫ່​ງຊາດ​ໃນ​ຕອນ​ແລງ​ວັນ​ຈັນ
ລະຫວ່າງ​ມະຫາວິ​ທະຍາ​ໄລຈໍ​ເຈຍ ​ແລະ​ອາ​ລາ​ບາ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Rural America
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG