ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ທຣຳ ກ່າວຢ່າງແຂງຂັນ ແລະວ່າ ຈະເອົາມາດຕະການ ຕໍ່ ຈີນ


ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ສວນກຸຣາບຂອງທຳນຽບຂາວ ເມື່ອວັນອັງຄານ ທີ 14 ກໍລະກົດ 2020, ໃນນະຄອນຫຼວງ ວໍຊິງຕັນ. (AP Photo/Evan Vucci)
ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ສວນກຸຣາບຂອງທຳນຽບຂາວ ເມື່ອວັນອັງຄານ ທີ 14 ກໍລະກົດ 2020, ໃນນະຄອນຫຼວງ ວໍຊິງຕັນ. (AP Photo/Evan Vucci)

ທ່າມກາງຄວາມເປັນຫ່ວງທີ່ເພີ່ມຂຶ້ນວ່າ ປັກກິ່ງ ແລະ ວໍຊິງຕັນ ແມ່ນກຳລັງ ເຄື່ອນໄປສູ່ສົງຄາມເຢັນນັ້ນ, ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດໃນວັນ ອັງຄານວານນີ້ວ່າ ການເຕີບໂຕຂຶ້ນມາຂອງ ຈີນ ບໍ່ແມ່ນຄວາມຄືບໜ້າທີ່ເປັນ ແງ່ດີສຳລັບ ສະຫະລັດ.

ທ່ານ ທຣຳ ໄດ້ກ່າວຄຳປາໄສໃນສວນກຸຫຼາບຂອງທຳນຽບຂາວ, ໂດຍປະກາດ ວ່າ ທ່ານໄດ້ເຊັນກົດໝາຍການປົກຄອງຕົນເອງຂອງ ຮົງກົງ ແລະ ໄດ້ປະກາດ ດຳລັດສະບັບນຶ່ງ ເພື່ອສິ້ນສຸດການໃຫ້ຖານະການຄ້າພິເສດສຳລັບ ຮົງກົງ.

ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ດຳລັດດັ່ງກ່າວນັ້ນວ່າ “ຮົງກົງ ຕໍ່ໄປຈະຖືກປະຕິ ບັດແບບດຽວກັບ ຈີນ ແຜ່ນດິນໃຫຍ່.”

ກົດໝາຍດັ່ງກ່າວຈະວາງມາດຕະການລົງໂທດໃສ່ປະຊາຊົນ, ບໍລິສັດ ແລະ ສະຖາບັນການເງິນຕ່າງໆທີ່ເຊື່ອມໂຍງກັບ ຈີນ ຖືວ່າຈະມີຄວາມຮັບຜິດຊອບ ສຳລັບ ການດຳເນີນການ ເພື່ອຍົກເລີກການປົກຄອງຕົນເອງຕໍ່ ຮົງກົງ.

ໃນການຕອບຄຳຖາມຂອງນັກຂ່າວຄົນນຶ່ງນັ້ນ, ທ່ານ ທຣຳ ໄດ້ກ່າວວ່າ ທ່ານບໍ່ ມີແຜນທີ່ຈະລົມກັບປະທານປະເທດ ຈີນ ທ່ານ ສີ ຈິ່ນ ຜິງ ໃນໄວໆນີ້.

ຄຳເຫັນດັ່ງກ່າວໄດ້ມີຂຶ້ນລຸນຫຼັງການວາງມາດຕະການລົງໂທດໃໝ່ຕໍ່ ຈີນ ກ່ຽວ ກັບ ການປາບປາມຊົນກຸ່ມນ້ອຍໃນແຂວງ ຊິນຈຽງ ຂອງເຂົາເຈົ້າ ແລະ ການ ເຄື່ອນໄຫວໂດຍ ວໍຊິງຕັນ ເພື່ອຕັດບັນດາບໍລິສັດຂອງ ຈີນ ອອກຈາກເທັກໂນ ໂລຈີຂອງ ອາເມຣິກາ.

ທ່ານປະທານາທິບໍດີໄດ້ໃຊ້ເວລາສ່ວນຫຼາຍໃນສວນກຸຫຼາບເມື່ອວັນອັງຄານວານນີ້ ໂຈມຕີຄູ່ແຂ່ງຂອງທ່ານ ໃນການເລືອກຕັ້ງປະທານາທິບໍດີຂອງປີນີ້, ໂດຍຖິ້ມ ໂທດໃສ່ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໃນຄວາມຜິດພາດທີ່ເປັນໄພ ຫາຍະນະ ກ່ຽວກັບ ຈີນ ແລະ ບັນຫາອື່ນໆໃນລະຫວ່າງການປົກຄອງໂດຍລັດ ຖະບານຂອງທ່ານ ບາຣັກ ໂອບາມາ.

ການໂຄສະນາຫາສຽງຂອງທ່ານ ໄບເດັນ ໄດ້ໂຕ້ຕອບຄືນໃນຖະແຫຼງການສະ ບັບນຶ່ງວ່າ “ທ່ານ ດໍໂນລ ທຣຳ ແມ່ນຫຍຸ້ງທີ່ຈະຂຽນຄືນປະຫວັດສາດທີ່ມີບັນ ຫາຂອງທ່ານນັ້ນວ່າ ເປັນປະທານາທິບໍດີ ທີ່ຍອມແພ້ ຕໍ່ປະທານປະເທດ ຈີນ ແລະ ລັດຖະບານ ຈີນ ທຸກຄັ້ງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG