ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ດໍໂນລ ທຣໍາ ໄປຢ້ຽມຢາມ ຊາຍແດນທາງພາກໃຕ້ ຂອງສະຫະລັດ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ຕຽມຈະເຊັນ ປ້າຍທີ່ລະລຶກ ການກໍ່ສ້າງກຳແພງຊາຍແດນ 200 ໄມລ໌ ໃນຄະນະທີ່ຢ້ຽມຢາມຊາຍແດນສະຫະລັດ ກັບເມັກຊິໂກ ໃັນທີ 23 ມິຖຸນາ 2020.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ຕຽມຈະເຊັນ ປ້າຍທີ່ລະລຶກ ການກໍ່ສ້າງກຳແພງຊາຍແດນ 200 ໄມລ໌ ໃນຄະນະທີ່ຢ້ຽມຢາມຊາຍແດນສະຫະລັດ ກັບເມັກຊິໂກ ໃັນທີ 23 ມິຖຸນາ 2020.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ເດີນທາງໃນວັນອັງຄານວານນີ້ ໄປສູ່
ເມືອງອາລາໂມ (Alamo) ຢູ່ທາງພາກໃຕ້ ຂອງລັດເທັກຊັສ ໃກ້ກັບຊາຍ ແດນສະຫະລັດ
ຕິດກັບເມັກຊິໂກ ບ່ອນທີ່ຄາດກັນວ່າ ທ່ານຈະໃຊ້ຊຸມມື້ສຸດທ້າຍ ຂອງທ່ານທີ່ຢູ່ໃນຕຳ
ແໜ່ງ ເພື່ອສະແດງໃຫ້ເຫັນເຖິງຄວາມພະຍາຍາມ ທີ່ລັດຖະ ບານຂອງທ່ານ ຫາທາງ
ຫລຸດຜ່ອນພວກຄົນເຂົ້າເມືອງທີ່ຜິດກົດໝາຍ.

ການຢ້ຽມຢາມລັດເທັກຊັສຂອງທ່ານ ມີຂຶ້ນໃນຂະນະທີ່ພັກເດໂມແຄຣັດທີ່ກຳສຽງ ສ່ວນ
ຫຼາຍຢູ່ສະພາຕໍ່າພະຍາຍາມຫາທາງທີ່ຈະປົດທ່ານອອກຈາກຕຳແໜ່ງຍ້ອນ ຄວາມຮຸນ
ແຮງໃນອາທິດແລ້ວນີ້ ທີ່ພວກສະໜັບສະໜູນທ່ານ ໄດ້ບຸກເຂົ້າໄປໃນຫໍລັດຖະສະພາ.

ເລື້ອງຄົນເຂົ້າເມືອງໄດ້ເປັນຫົວຂໍ້ທີ່ສຳຄັນ ໃນການໂຄສະນາຫາສຽງຂອງທ່ານ ທຣໍາ
ໃນປີ 2016 ໂດຍມີການຮຽກຮ້ອງຢູ່ເລື້ອຍໆໃຫ້ສ້າງກຳແພງ ຢູ່ຕາມ ຊາຍແດນສະຫະລັດ
ຕິດກັບເມັກຊິໂກ.

ໃນສະໄໝການດຳລົງຕຳແໜ່ງຂອງທ່ານ ທີ່ຈະສິ້ນສຸດລົງໃນວັນທີ 20 ມັງກອນ ຈະມານີ້ ລັດຖະບານຂອງທ່ານ ໄດ້ເປັນຜູ້ກຳກັບດູແລການກໍ່ສ້າງກຳແພງຍາວ ປະມານ 450
ໄມລ໌ ຂອງກຳແພງຊາຍແດນ. ສ່ວນໃຫຍ່ຂອງການສ້າງກຳແພງ ແມ່ນສ້າງແທນຮົ້ວທີ່
ນ້ອຍກ່ອນ ທີ່ມີຢູ່ແລ້ວນັ້ນ ເລາະຊາຍແດນ.

ການຢ້ຽມຢາມຂອງທ່ານຍັງມີຂຶ້ນນຶ່ງມື້ ຫຼັງຈາກລັດຖະມົນຕີວ່າການຮັກສາ ຄວາມປອດ
ໄພພາຍໃນຂອງສະຫະລັດ ທ່່ານແຈັດ ໂວຟ (Chad Wolf) ໄດ້ລາອອກຈາກໜ້າທີ່ຢ່າງກະທັນຫັນ.

ກ່ອນໜ້າການເດີນທາງໄປເມືອງອາລາໂມຂອງທ່ານທຣໍາ ສູນກາງກົດໝາຍ ຄວາມທຸກ
ຈົນພາກໃຕ້ (Southern Poverty Law Center) ໄດ້ຮຽກຮ້ອງໃຫ້ ຍົກເລີກການໄປ
ຢ້ຽມຢາມຂອງທ່ານ ໂດຍກ່າວວ່າ “ມີພຽງແຕ່ຈະສ້າງຄວາມເສຍຫາຍ ແລະພາໃຫ້ເກີດ
ຄວາມຮຸນແຮງຕື່ມ.”

ທ່ານເອເຟຣນ ໂອລີວາເຣສ໌ (Efen Olivares) ຮອງຜູ້ອຳນວຍການດ້ານກົດ ໝາຍຂອງອົງການ SPLC ຮັບຜິດຊອບຕໍ່ໂຄງການຍຸຕິທຳຄົນເຂົ້າເມືອງ ກ່າວ ຢູ່ໃນຖະແຫຼງການວ່າ
“ເປັນເວລາຫຼາຍປີ ບັນດາປະຊາຄົມທີ່ຢູ່ຕາມຊາຍແດນບໍ່ ໄດ້ເຫັນພ້ອມກັບລັດຖະບານ
ທີ່ບໍ່ເວົ້າຄວາມຈິງຢູ່ໃນລາຍການ. ມັນແມ່ນປະຊາ ຄົມເຫຼົ່ານີ້ ແຕ່ເມືອງແຊນດີເອໂກ (San Diego) ໄປຫາເມືອງບຣາວສວິນ (Brownsville) ຜູ້ທີ່ໄດ້ຖືກກ່າວຫາສ້າງຄວາມຮຸນແຮງ
ຢ່າງບໍ່ນຶກບໍ່ຝັນ ໂດຍ ປະທານາທິບໍດີ ທີ່ໃຊ້ໂວຫານຕໍ່ຕ້ານພວກຄົນເຂົ້າເມືອງແລະນະໂຍ
ຍາຍທີ່ຢ້ານ ກົວຊາວຕ່າງຊາດນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG