ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມພະຍາຍາມ ຂະໜາດໃຫຍ່ ໄດ້ເລີ່ມແລ້ວ ເພື່ອຊ່ອຍ ພວກເຄາະຮ້າຍ ຢູ່ Puerto Rico

ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມ ຖະແຫຼງຂ່າວ ຮ່ວມກັບ ນາຍົກລັດຖະມົນຕີສະເປນ ທ່ານ
Mariano Rajoy ທີ່ທຳນຽບຂາວ. (26 ກັນຍາ 2017)
ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມ ຖະແຫຼງຂ່າວ ຮ່ວມກັບ ນາຍົກລັດຖະມົນຕີສະເປນ ທ່ານ Mariano Rajoy ທີ່ທຳນຽບຂາວ. (26 ກັນຍາ 2017)

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະບັນດາສະມາຊິກ ຄະນະລັດຖະບານ
ຂອງທ່ານ ພາກັນປົກປ້ອງ ການຮັບມື ກັບ​ໄພພິບັດ​ທີ່​ສ້າງຄວາມເສຍຫາຍ ​ໃຫ້​ແກ່ດິນແດນ
ຂອງສະຫະລັດ ຢູ່ໃນທະເລກາຣີບຽນ ທີ່ໄດ້ຮັບຜົນກະທົບ ຍ້ອນພາຍຸເຮີຣິເຄນ ຂະໜາດ
​ແຮງ​ນັ້ນ.

ເກືອບສັບປະດານຶ່ງຜ່ານມາແລ້ວ ຫຼັງຈາກທີ່ພາຍຸ​ເຮີຣິ​ເຄນຫົວຫຼ້າສຸດ ໄດ້ພັດ​ເຂົ້າຖະຫຼົ່ມ
ເກາະ Puerto Rico ແລະເກາະ Virgin ຂອງສະຫະລັດ ທ່ານ ທຣຳໄດ້ກ່າວຕໍ່ບັນດານັກ
ຂ່າວ ໃນວັນອັງຄານວ່ານນີ້ວ່າ “ທັງສອງເກາະ ໄດ້ຮັບຄວາມເສຍຫາຍໜັກ ແລະ
ຂ້າພະເຈົ້າ ໝາຍຄວາມວ່າ ເສຍຫາຍໜັກສຸດເລີຍ ຍ້ອນເຮີຣິເຄນ ມາເຣຍ ແລະ
ພວກເຮົາ ກຳລັງເຮັດທຸກສິ່ງທຸກຢ່າງ ໃນອຳນາດຂອງພວກເຮົາ ເພື່ອຈະຊ່ອຍເຫຼືອ
ປະຊາຊົນ ​ໃນ​ທັງສອງແຫ່ງນີ້ ທີ່ໄດ້ຮັບ​ຄວາມ​ເສຍ​ຫາຍ​ຢ່າງໜັກ.”

ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ການພົບປະກັບບັນດາສະມາຊິກ ຄະນະກຳມະການແນວທາງ ແລະ ວິທີການ ຂອງສະພາຕ່ຳ ໃນຫ້ອງການ Roosevelt ຂອງທຳນຽບຂາວ, ວັນທີ 26 ກັນຍາ 2017, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ການພົບປະກັບບັນດາສະມາຊິກ ຄະນະກຳມະການແນວທາງ ແລະ ວິທີການ ຂອງສະພາຕ່ຳ ໃນຫ້ອງການ Roosevelt ຂອງທຳນຽບຂາວ, ວັນທີ 26 ກັນຍາ 2017, ໃນນະຄອນຫຼວງ ວໍຊິງຕັນ.

ທ່ານປະທານາທິບໍດີ ໄດ້ກ່າວວ່າ ລັດຖະບານຂອງງທ່ານແລະກອງທັບສະຫະລັດ ໄດ້
ທຳການ “ພະຍາຍາມຂະໜາດໃຫຍ່” ເພື່ອຈະຊ່ອຍເຫຼືອພວກຜູ້ເຄາະຮ້າຍຈາກພາຍຸ
ແລະປະຊາຊົນຢູ່ໃນດິນແດນຂອງສະຫະລັດ “ໃຫ້ຮູ້ວ່າ ພວກເຮົາເຮັດວຽກໜັກ ຫຼາຍ
ປານໃດ ແລະ ສິ່ງທີ່ພວກເຮົາ ກຳລັງເຮັດ ທີ່ດີໆນັ້ນ.”
ທ່ານ ບໍ່ໄດ້ໝາຍເຖິງໂດຍກົງ
ຕໍ່ຄຳຈົ່ມທຸກທັງຫຼາຍ ທີ່ໄດ້ຖືກຍົກຂຶ້ນມາ ກ່ຽວກັບການປະຕິບັດການ ທີ່ຊັກຊ້າຂອງ
ລັດຖະບານ ເພື່ອທີ່ຈະຊ່ອຍເຫຼືອພວກຜູ້ເຄາະຮ້າຍ ຢູ່ທີ່ເກາະຕ່າງໆ ຂອງສະຫະລັດ
ເມື່ອປຽບທຽບໃສ່ ຄວາມພະຍາຍາມທັງໝົດ ທີ່ໄດ້ລະດົມຂຶ້ນມາ ເມື່ອຕົ້ນເດືອນ ໃນ
ເວລາ ເຮີຣິເຄນ ໄດ້ສ້າງຄວາມເສຍຫາຍ ໃນລັດ Texas ແລະ Florida.

ທ້າວ Jose Colon ຍ່າງຂຶ້ນຂັ້ນໄດເຮືອນຂອງໝູ່ລາວ ທີ່ໄດ້ຖືກທຳລາຍ, ພາຍຫລັງຈາກເຮີຣິເຄນ ມາເຣຍ ໄດ້ພັດເຂົ້າຖະຫລົ່ມ ເມືອງ Aibonito ຂອງເກາະ Puerto Rico, ວັນທີ 25 ກັນຍາ 2017.
ທ້າວ Jose Colon ຍ່າງຂຶ້ນຂັ້ນໄດເຮືອນຂອງໝູ່ລາວ ທີ່ໄດ້ຖືກທຳລາຍ, ພາຍຫລັງຈາກເຮີຣິເຄນ ມາເຣຍ ໄດ້ພັດເຂົ້າຖະຫລົ່ມ ເມືອງ Aibonito ຂອງເກາະ Puerto Rico, ວັນທີ 25 ກັນຍາ 2017.

ທ່ານທຣຳ ໄດ້ປະກາດວ່າ ທ່ານຈະໄປຢ້ຽມຢາມ Puerto Rico ແລະ ເກາະ Virgin
ຂອງສະຫະລັດ ໃນວັນອັງຄານໜ້ານີ້.

ບັນດາພະນັກງານລັດຖະບານກາງ ຫຼາຍພັນຄົນ ແມ່ນກຳລັງເຮັດວຽກຢູ່ໃນພວກເກາະ
ດັ່ງກ່າວ ອີງຕາມ ທ່ານນາງ Elaine Duke ຮັກສາການລັດຖະ ມົນຕີ ກະຊວງ​ຮັກສາ
​ຄວາມ​ປອດ​ໄພ​ພາຍ​ໃນ ​ຂອງ​ສະຫະລັດ.

ເຈົ້າໜ້າທີ່ ອົງການ ຄຸ້ມຄອງເຫດການສຸກເສີນຂອງລັດຖະບານກາງ ຫຼື FEMA ທ່ານ Brock Long, ຢືນຢູ່ຄຽງຂ້າງຄື ຮັກສາການ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ຂອງສະຫະລັດ ທ່ານນາງ Elaine Duke, ກ່າວຖະແຫລງດ້ານນອກ ທຳນຽບຂາວ ຕໍ່ບັນດານັກຂ່າວ ກ່ຽວກັບ ຄວາມພະຍາຍາມ ບູລະນະສ້າງສາຄືນໃໝ່ ຈາກເຮີຣິເຄນ ຢູ່ໃນເກາະ Puerto Rico, ວັນທີ 26 ກັນຍາ 2017, ໃນນະຄອນຫລວງວໍຊິງຕັນ.

ທ່ານນາງ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກທີ່ໄດ້ພົບປະກັບທ່ານທຣຳ ວ່າ “ພ້ອມກັບ
ຄູ່ຮ່ວມງານ ຂອງພວກເຮົາ ພວກເຮົາສືບຕໍ່ ດຳເນີນການປະຕິບັດງານ 24 ຊົ່ວໂມງ
​ໃນການຊອກຄົ້ນຫາ ແລະ ກູ້ໄພ ຢ່າງຂຸ້ນຂ້ຽວ.”

ທ່ານນາງກ່າວຕື່ມວ່າ ລັດຖະບານກາງ ກຳລັງນຳເອົາ “ສິ່ງຂອງຕ່າງໆ ອາຫານການກິນ
ແລະ ນ້ຳ ໄປຍັງພວກເກາະດັ່ງກ່າວ ການຟື້ນຟູໄຟຟ້າຄືນ ຢູ່ທີ່ໂຮງໝໍ ທີ່ທ່າເຮືອ ທີ່
ສະໜາມບິນ ແລະ ສະຖານທີ່ສຳຄັນຕ່າງໆ ເປັນຕົ້ນ.”

ຈາກຊ້າຍ, ສະມາຊິກສະພາ ຈາກລັດ New York ທ່ານ Joe Crowley, ທ່ານນາງ Nydia Velazquez, ທ່ານ Jose Serrano ແລະທ່ານນາງ Yvette Clarke ໂອ້ລົມ ກ່ຽວກັບຄວາມເສຍຫາຍ ຢູ່ໃນເກາະ Puerto Rico ທີ່ເກີດຂຶ້ນຍ້ອນ ເຮີຣິເຄນ ມາເຣຍ, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ກັນຍາ 2017.

ທຳນຽບຂາວ ໄດ້ກ່າວວ່າ ທ່ານທຣຳ ໄດ້ກ່າວຢ່າງຈະແຈ້ງ ຕໍ່ບັນດາເຈົ້າໜ້າທີ່ອາວຸໂສ
ທັງຫຼາຍ ໃນວັນອັງຄານວານນີ້ ວ່າ “ບໍ່ມີສິ່ງໃດທີ່ວ່າ ມີການຮັບມືຫຼາຍເກີນໄປ ແລະ
ວ່າ ທ່ານຄາດໝາຍໄວ້ວ່າ ທຸກໆຂະແໜງຂອງລັດຖະບານກາງ ຈະວາງແຜນການ
ສະໜັບສະໜູນ ໄລຍະຍາວ ແກ່ ຜູ້ປົກຄອງເກາະ Puerto Rico ແລະ ເກາະ Virgin
ຂອງສະຫະລັດ.”

Trump Responds to Criticism of His Handling of Puerto Rico Crisis
please wait

No media source currently available

0:00 0:02:28 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG