ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣຳ ກ່າວວ່າ ມີການຊ່ອຍເຫຼືອ ບັນເທົາທຸກ ຢ່າງໃຫຍ່ຫຼວງ ຕໍ່ພວກເຄາະຮ້າຍ ໃນ Puerto Rico ແລ້ວ


Trump Responds to Criticism of His Handling of Puerto Rico Crisis
please wait

No media source currently available

0:00 0:02:28 0:00

ປະທານາທິບໍດີສະຫະລັດ ທ່ານດໍ​ໂນລ ທຣຳ​ ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ
ເກາະດອນຂອງ​ສະຫະລັດ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ເຮີຣິ​ເຄນ Maria ​
ຈະໄດ້​ຮັບ​ການຊ່ອຍ​ເຫຼືອ​ຢ່າງຫຼວງຫຼາຍ. ໃນການ​ຖະ​ແຫຼ​ງຢູ່ໃນກອງ​ປະຊຸມຮ່ວມຂອງ
ນັກຂ່າວ ​ກັບນາຍົກລັດຖະມົນຕີສະ​ເປ​ນ ທ່ານ Mariano Rajoy ທີ່ີກຳລັງ​ຢ້ຽມຢາມ​
ສະຫະລັດ ​ຢູ່​ນີ້ ທ່ານ​ທຣຳ ​ໄດ້​ເວົ້າວ່າ ລັດຖະບານ​ຂອງ​ທ່ານ​ຈະ​ເຮັດທຸກສິ່ງທຸກຢ່າງ ​
ທີ່ຈະ​ສາມາດເຮັດໄດ້ເພື່ອ​ຊ່ອຍ​ເຫຼືອ​ພວກເຄາະ​ຮ້າຍ​ເຫຼົ່າ​ນັ້ນ ທັງ​ໄດ້​ປະຕິ​ເສດ​ວ່າ
ທ່ານບໍ່ໄດ້ຖຶກ​ລົບກວນ​ ໂດຍ​ພວກຂັດຄ້ານ ທີ່ພາກັນປະ​ທ້ວງ​ຂອງພວກ​ສະມາຊິກ​ທີ​ມ
football ໃນລະຫວ່າງ​ການຫຼິ້ນເພງຊາດຢູ່ນັ້ນຊຶ່ງ Zlatica Hoke ມີ​ລາຍ​ງານວ່າ
ທ່ານ​ທຣຳ ມີ​ແຜນການ​ ຈະ​ໄປ​ຢ້ຽມຢາມ Puerto Rico ແລະ​ ໝູ່​ເກາະ Virgin
Island ໃນ​ສັບປະດາ​ໜ້າ ​ເພື່ອ​ກວດ​ເບິ່ງ​ຄວາມພະຍາຍາມ ໃນການກູ້ໄພດັ່ງກ່າວ
​ຊຶ່ງ​ວັນນະ​ສ​ອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Puerto Rico ​ໄດ້ຖືກ​ຕັດຂາດ​ຈາກ​ແຜ່ນດິນ​ໃຫຍ່​ສະຫະລັດ ​ເປັນ​ເວລາ​ຫຼາຍໆ​ມື້
ຫຼັງ​ຈາກ​ທີ່ ເຮີຣິ​ເຄນ Maria ​ໄດ້​ປະທະ​ຂົງ​ເຂດ​ດັ່ງກ່າວ ຍັງ​ຜົນ​ໃຫ້​ເກາະດອນ​ທີ່​ວ່າ​ນີ້
​ຂາດ​ໄຟຟ້າ​ໃຊ້ ຂາດນ້ຳ​ດື່ມ ນ້ຳ​ໃຊ້ ​ທີ່​ສະອາດ ​ແລະ​ຂາດ​ການ​ຕິດ​ຕໍ່​ສື່ສານ​ໃດໆ. ​
ເກາະ​ທີ່​ວ່າ​ນີ້ ຂາດ​ທັງອາຫານ​ການ​ກິນ ນ້ຳມັນ​ເຊື້ອ​ເພີງອື່ນໆ​ແລະ ຢຸກຢາ ​ຕະຫຼອດ
ທັງ​ອຸບປະກອນ​ທາງ​ການແພດ​ຕ່າງໆ ​ໃນ​ຂະນະ​ທີ່​ໂຮງພະຍາບານ ແມ່ນ​ມີ​ຜູ້​ຄົນ​
ເຂົ້າ​ມາ​ຮັກສາ​ພະຍາບານ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢ່າງຄັບຄັ່ງ.

ປະທານາທິບໍດີ ທຣຳ ກ່າວ ໃນກອງປະຊຸມ ກັບຄະນະກຳມະການງົບປະມານ ຂອງສະພາຕ່ຳ ໃນຫ້ອງ Roosevelt ໃນທຳນຽບຂາວ, 26 ກັນຍາ, 2017, ທີ່ບໍຊີງຕັນ.
ປະທານາທິບໍດີ ທຣຳ ກ່າວ ໃນກອງປະຊຸມ ກັບຄະນະກຳມະການງົບປະມານ ຂອງສະພາຕ່ຳ ໃນຫ້ອງ Roosevelt ໃນທຳນຽບຂາວ, 26 ກັນຍາ, 2017, ທີ່ບໍຊີງຕັນ.

Dr. Victor Gillo ທ່ານ​ໜໍ​ປະຈຳ​ຫ້ອງ​ສຸກ​ເສີນ​ໃນ​ເມືອງ Loiza ກ່າວ​ເປັນ​ພາສາ​ສ​ເປ​ນ
ວ່າ “ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ທ່ານ​ໄດ້​ເຄີຍ​ມາ​ຢ້ຽມຢາມ​ປະ​ເທດ​ນີ້​ຫຼື​ບໍ່. ມັນເປັນ​ສິ່ງ​ທີ່​ພິລຶກ
​ເຫຼືອ​ເຊື່ອ ເຫຼືອ​ເຊື່ອ ເຫຼືອ​ເຊື່ອທີ່​ສຸດ​ເລີຍ. ມັນ​ເປັນວິກິດການທີ່​ຮ້າຍ​ແຮງ​ທີ່​ສຸດ​
ທົ່ວປະເທດ​.”

ຜູ້​ຄົນບາງກຸ່ມ ໄດ້​ລໍຖ້າ​ທີ່​ສະໜາມ​ບິນ San Juan ນັບ​ຕັ້ງ​ແຕ່​ສັບປະດາ​ທີ່​ແລ້ວ​ນີ້ ​
ເພື່ອ​ບິນ​ອອກ​ຈາກ​ເກາະ​ດັ່ງກ່າວ ຊຶ່ງ​ຮວມມີ​ແມ່ຍິງຄົນນີ້ ທີ່​ຈຳເປັນຕ້ອງໄດ້ສັກຢາ
ຄວບ​ຄຸມໂຣກ​ເບົາຫວານ.

ນາງ Susana Garner ​ທີ່​ສະໜາມ​ບິນ San Juan ກ່າວ​ວ່າ “ພວກ​ເຂົາ​ເຈົ້າ​ບໍ່​ມີ​
ນ້ຳກ້ອນ​ຢູ່​ທີ່​ນີ້. ພວກ​ເຂົາ​ເຈົ້າ​ບໍ່​ມີ​ຫຍັງ​ເລີຍ ທີ່​ຈະ​ຮັກສາຄຸນນະພາບຢາ​ຄວບ​ຄຸມ​ເບົາຫວານຂອງ​ຂ້ອຍ​ໄດ້.”

ທ້າວ Jose Colon ຍ່າງຂຶ້ນໄປບ້ານຂອງໝູ່ລາວ ທີ່ຖືກທຳລາຍ ຈາກເຮີຣິເຄນ Maria, ໃນເມືອງ Aibonito, Puerto Rico, 25 ກັນຍາ 2017.
ທ້າວ Jose Colon ຍ່າງຂຶ້ນໄປບ້ານຂອງໝູ່ລາວ ທີ່ຖືກທຳລາຍ ຈາກເຮີຣິເຄນ Maria, ໃນເມືອງ Aibonito, Puerto Rico, 25 ກັນຍາ 2017.

ໃນ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີ ທຣຳ​ ມີຄວາມຮີບຮ້ອນຢາກ​ຕຳ​ໜິຕິ​ຕຽນ
ລັດຖະບານ​ຂອງ​ຕົນ ​ວ່າບໍ່ເອົາຫົວຊາ ຕໍ່​ໄພ​ຫາ​ຍະ​ນະ​ທີ່​ກະທົບເກາະ​ທີ່ເປັນດິນ
ແດນ​ຂອງ​ຕົນ.

ທ່ານ​ດໍ​ໂນລ ທຣຳ ກ່າ​ວວ່າ “ພວກ​ເຮົາ​ກຳລັງ​ຂົນນ້ຳ​ດື່ມ ເຄື່ອງ​ຢູ່​ຂອງ​ກິນ ອຸບປະກອນ​
ອື່ນໆລົງ Puerto Rico ທຸກໆ​ຊົ່ວ​ໂມງ. ​ນີ້ ບໍ່​ຄື​ກັນ​ກັບ​ຢູ່ລັດ Florida ບ່ອນ​ທີ່
ພວກ​ເຮົາ​ສາມາດ​ ເຂົ້າ​ເຖິງ​ໄດ້ ກໍ​ຄື​ທີ່​ທ່ານ​ຮູ້​ກັນ​ນັ້ນ​ລະ ​ບໍ່ຄືກັບລັດ Texas ບ່ອນ​ທີ່​
ພວກ​ເຮົາ​ລົງ​ໄປ​ຮອດ ​ໄປ​ຍັງ​ພາກ​ກາງ​ແລ​ະພວກ​ເຮົາ​ກໍ​ສາມາດຈັດ​ສົ່ງໃຫ້ໄດ້ເລີຍ.
ບ່ອນນີ້ ເຮົາເອີ້ນວ່າມະຫາ​ສະໝຸດ Atlantic. ​ມັນຍາກ. ​ມັນເປັນ​ສິ່ງ​ລຳ​ບາກ.”

ນອກນັ້ນທ່ານປະທານາທິບໍດີ ຍັງ​ໄດ້​ພົບ​ປະ​ກັບ​ພວກເຈົ້າ​ໜ້າ​ທີ່​ສຸກ​ເສີນ ​ໃນ​ວັນ​ອັງຄານ​
ວານ​ນີ້ ຜູ້​ຊຶ່ງ​ຕໍ່​ມາ​ໄດ້​ບອກພວກ​ນັກ​ຂ່າວ​ວ່າ ການ​ລຳລຽງສົ່ງ​ເຄື່ອງ​ຂອງ ​ແລະ​ບັນດາ​ເຈົ້າ​
ໜ້າ​ທີ່​ແມ່ນ​ໄດ້​ຖືກ​ສົ່ງ​ໄປ​ຍັງເກາະທີ່​ວ່າ​ນີ້ ​ເພື່ອ​ຊ່ອຍ​ບັນ​ເທົາ​ທຸກ ​ໃນ​ວິ​ກິດ​ການ​ດ້ານ
ມະນຸດສະທໍາທີ່​ຮ້າຍແຮງຂຶ້ນນີ້​.

ທ່ານ​ນາງ Elaine Duke ​ລັດຖະມົນຕີ​ຮັກສາ​ການ​ແທນ ຂອງ​ກະຊວງ​ຮັກສາ​ຄວາມ
​ປອດ​ໄພ​ພາຍ​ໃນ ກ່າວ​ວ່າ “​ໄດ້​ມີ​ເຈົ້າ​ໜ້າ​ທີ່​ຈຳນວນ​ຫຼາຍ​ພັນ​ຄົນ ຈາກອົງການ​ຊ່ອຍ​
ເຫຼືອ​ສຸກ​ເສີນ​ຂອງ​ລັດ​ທະ​ບານ​ກາງ ຫຼື FEMA ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ສຳນັກງານ​ອື່ນໆ ​ໃນ Puerto Rico ແລະໝູ່​ເກາະ Virgin Island ຂອງ​ສະຫະລັດ
​ທີ່ກຳລັງໃຫ້ການ​ຊ່ອຍ​ເຫຼືອ​ແກ່ບັນດາເຈົ້າແຂວງທັງຫຼາຍ ​ໃນ​ການ​ຮັບ​ມື​ ​ແລະ​ຟື້ນ​
ຄືນ​ສະພາບ​ການ​ຈາກຜົນ​ກະທົບ​ຂອງ​ໄພຫາ​ຍະ​ນະ​ດັ່ງກ່າວ.”

ທ່ານ Block Long ຢືນຢູ່ຄຽງຂ້າງ ທ່ານນາງ Elaine Duke ເລຂາຮັກສາການ ຊົ່ວຄາວ ຂອງຫ້ອງການ ຮັກສາຄວາມປອດໄພ ພາຍໃນ ຫຼື FEMA ກ່າວຕໍ່ພວກນັກຂ່າວ ເຖິງຄວາມພະຍາຍາມຊ່ອຍເຫຼືອ ບັນເທົາທຸກ ຮັບມື ແລະຟື້ນຄືນສະພາບການ ຈາກຜົນກະທົບຂອງໄພຫາຍະນະ ໃນ Puerto Rico ຂ້າງນອກ ທຳນຽບຂາວ, 26 ກັນຍາ 2017 ທີ່ວໍຊີງຕັນ.
ທ່ານ Block Long ຢືນຢູ່ຄຽງຂ້າງ ທ່ານນາງ Elaine Duke ເລຂາຮັກສາການ ຊົ່ວຄາວ ຂອງຫ້ອງການ ຮັກສາຄວາມປອດໄພ ພາຍໃນ ຫຼື FEMA ກ່າວຕໍ່ພວກນັກຂ່າວ ເຖິງຄວາມພະຍາຍາມຊ່ອຍເຫຼືອ ບັນເທົາທຸກ ຮັບມື ແລະຟື້ນຄືນສະພາບການ ຈາກຜົນກະທົບຂອງໄພຫາຍະນະ ໃນ Puerto Rico ຂ້າງນອກ ທຳນຽບຂາວ, 26 ກັນຍາ 2017 ທີ່ວໍຊີງຕັນ.

ນອກນັ້ນ ທ່ານ Ricardo Rosello ຜູ້ປົກຄອງ Puerto Rico ຍັງ​ໄດ້​ກ່າວປົກ​ປ້ອງ​
ທ່ານ​ທຣຳ ​ໃນ​ຂະນະ​ທີ່​ທ່ານ​ກຳລັງ​ຢ້ຽມຢາມໂຮງ​ຜະລິດ​ແກ໊ສ ​ໃກ້ໆກັບເມືອງ​ທ່າ
San Juan. ທ່ານ​ໄດ້​ກ່າວວ່າ ທ່ານ​ໄດ້​ໂອ້​ລົມ​ກັບ​ປະທານາທິບໍດີ ​ແລະທ່ານ​ກໍໄດ້ຮັບ
​ຄວາມໝັ້ນໃຈວ່າ ​ທ່ານ​ເປັນ​ຫ່ວງ​ເປັນ​ໃຍ ຕໍ່​ຂົງ​ເຂດ​ດັ່ງກ່າວ.

ທ່ານ Rosello ກ່າວ​ວ່າ “ຂ້າພະ​ເຈົ້າ​ເຊື່ີອໝັ້ນວ່າ ເພິ່ນເປັນ​ຫ່ວງ​ເປັນ​ໃຍ ​ແລະ​ຂ້າ
ພະ​ເຈົ້າ​ກໍຄາດ​ຫວັງ​ຢ່າງ​ເຕັມ​ສ່ວນ ​ໃນ​ຄວາມ​ພະຍາຍາມໃຫ້ການສະໜັບສະໜຸນ ​
ຊ່ອຍເຫຼືອຂອງ​ເພິ່ນ. ທ່ານ​ຍັງ​ໄດ້​ກຳ​ຊັບກັບ​ຂ້າພະ​ເຈົ້າ​ເປັນ​ການ​ສ່ວນ​ຕົວ ຢ່າງ​
ຈະ​ແຈ້ງ​ເລີຍ, ​ແລະ​ນັ້ນ​ລະ ອີກ​ຄັ້ງ​ນຶ່ງ ຂ້າພະ​ເຈົ້າ​ຈຶ່ງຢາກຂໍ​ຂອບ​ໃຈເພິ່ນອີກ
ທີ່​ເອົາ​ບາດກ້າວ​ຢ່າງ​ໄວວາ ​ໃນ​ການ​ຈັດການ​ເລື່ອງ​ທັງຫຼາຍ​ພວກ​ນີ້.”

​ໃນຂະນະ​ທີ່ ​ທ່າເຮືອ ​ແລະ​ສະໜາມ​ບິນ ຂອງ Puerto Rico ກຳລັງ​ກັບ​ຄືນມາ​ໃຊ້​
ການໄດ້ຄືນເພື່ອ​ຮັບ​ຂອງ​ທີ່​ລຳລຽງ​ຈາກ​ກຳ​ປັ່ນ​ແລະ​ເຮືອບິນເຂົ້າ​ມາ ​ໄດ້ດີ​ແລ້ວ​ນັ້ນ
​ສິ່ງ​ຂອງບໍລິ​ໂພ​ກ ​ແລະອຸບປະ​ໂພ​ກຕ່າງໆ ນີ້ ກໍຈະ​ເລີ່​ມ​ທະຍອຍ​ແຈກ​ຈ່າຍ​ກັນໄປ
​ຢ່າງ​ໄວວາ​.

​ແຕ່​ວ່າ ​ເຮີຣິ​ເຄນ Maria ຍັງ​ບໍ່​ທັນໄດ້ຫາຍໄປໝົດ​ເທື່ອ. ​ເຮີຣິ​ເຄນ​ດັ່ງກ່າວ​ ຍັງ​ເຄື່ອນ
​ຍ້າຍ​ໄປ​ຕາມ​ຝັ່ງ​ທະ​ເລ​ສະຫະລັດທາງພາກເໜືອ ຍັງ​ຜົນ​ໃຫ້​ມີ​ຄື້ນຟອງ ​ແລະ​ນ້ຳ​ຖ້ວມ ​
ໃນ​ລັດ Carolina ​ເໜືອ ​ແລະ​ພາ​ໃຫ້​ມີ​ການ​ອົບ​ພະຍົບລົບ​ໄພ ອອກ​ຈາກບາງ​ເຂດ​
ຕາມແຄມ​ຝັ່ງ​ທະ​ເລບາງບ່ອນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຈາກຊ້າຍຫາຂວາ ສະມາຊິກສະພາ ຈາກລັດ New York, ທ່ານ Joe Crowley, ທ່ານນາງ Nydia Velazquez, ທ່ານ Jose Serrano ແລະທ່ານ Yvette Clarke ກ່າວເຖິງຜົນເສຍຫາຍຈາກເຮີຣິເຄນ Maria ໃນ Puerto Rico, ທີ່ລັດຖະພາ, 26 ກັນຍາ 2017.
ຈາກຊ້າຍຫາຂວາ ສະມາຊິກສະພາ ຈາກລັດ New York, ທ່ານ Joe Crowley, ທ່ານນາງ Nydia Velazquez, ທ່ານ Jose Serrano ແລະທ່ານ Yvette Clarke ກ່າວເຖິງຜົນເສຍຫາຍຈາກເຮີຣິເຄນ Maria ໃນ Puerto Rico, ທີ່ລັດຖະພາ, 26 ກັນຍາ 2017.
XS
SM
MD
LG