ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການ ແອັຟ ບີ ອາຍ ຖືກຕິຕຽນ ທີ່ບໍ່ເອົາ ໃຈໃສ່ ຕໍ່ຄຳເຕືອນ ກ່ຽວກັບ ມືປືນ ຢູ່ລັດ ຟລໍຣິດາ

ລັດຖະມົນຕີກະຊວງ​ຍຸ​ຕິ​ທຳ​ສະຫະລັດ ທ່ານແຈັຟ ແຊັສຊັນສ໌ ກ່າວຕໍ່ກອງປະຊຸມ ສະມາຄົມຕຳຫລວດແຫ່ງຊາດ ທີ່ນະຄອນຫຼວງວໍຊິງຕັນ ໃນວັນທີ 12 ກຸມພາ 2018.
ລັດຖະມົນຕີກະຊວງ​ຍຸ​ຕິ​ທຳ​ສະຫະລັດ ທ່ານແຈັຟ ແຊັສຊັນສ໌ ກ່າວຕໍ່ກອງປະຊຸມ ສະມາຄົມຕຳຫລວດແຫ່ງຊາດ ທີ່ນະຄອນຫຼວງວໍຊິງຕັນ ໃນວັນທີ 12 ກຸມພາ 2018.

ລັດຖະມົນຕີກະຊວງ​ຍຸ​ຕິ​ທຳ​ສະຫະລັດ ໄດ້ສັ່ງ​ໃຫ້​ທົບ​ທວນ​ໃນທັນ​ທີ​ວ່າ ກະຊວງ​ຍຸຕິ​ທຳ
ແລະ​ອົງການ​ສັນຕິບານ​ກາງຫຼື FBI ໄດ້ຕອບຮັບແບບໃດໃນ​ການ​ເຕືອນ ກ່ຽວ​ກັບການ
​ສັງຫານ​ໝູ່ທີ່ອາດເກີດຂຶ້ນນັ້ນ.

ການທົບທວນດັ່ງກ່າວ ໄດ້ມີຂຶ້ນຫຼັງຈາກອົງການ FBI ໄດ້ຍອມຮັບ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ
ອົງການ FBI ໃນຖານະທີ່ເປັນຜູ້ພິທັກກົດໝາຍສຳຄັນ​ສຸດ​ຂອງ​ປະ​ເທດ ​ບໍ່​ໄດ້​ເອົາໃຈ
ໃສ່ພຽງພໍ ໃນການ​ເຕືອນ​ກ່ຽວ​ກັບ​ມື​ປືນ ຜູ້​ທີ່​ໄດ້​ສັງຫານ 17 ຄົນແລະອີກ 14 ຄົນ​ໄດ້​ຮັບ
​ບາດ​ເຈັບ​ ຢູ່​ທີ່ໂຮງຮຽນແຫ່ງນຶ່ງໃນ​ລັດ​ຟລໍ​ລິ​ດາ​ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້.

ລັດຖະມົນຕີ​ຍຸຕິ​ທຳ ທ່ານ​ແຈັຟ ​ແຊັສຊັນສ໌ ກ່າວ​ຢູ່​ໃນ​ຖະ​ແຫລ​ງການຕ້ອງຕິອົງການ
FBI ວ່າ “ນີ້​ແມ່ນຮວມທັງ ​ຫລາ​ຍໄປກວ່າ ການທົບ​ທວນທີ່​ຜິດພາດ ​ແຕ່​ຍັງ​ເປັນການ
ທົບ​ທວນຄືນ​ວ່າພວກ​ເຮົາ​ໄດ້ຕອບ​ຮັບຢ່າງ​ໃດ. ນີ້​ຈະ​ຮວມທັງ​ຄວາມ ເປັນ​ໄປ​ໄດ້ໃນ
ການ​ປຶກສາຫາລື​ກັບ​ບັນດາ​ສະມາຊິກໃນ​ຄອບຄົວ ພວກ​ເຈົ້າ​ໜ້າ​ທີ່​ຈິດຕະແພດ​ ​ເຈົ້າ
​ໜ້າ​ທີ່​ໂຮງຮຽນ ​ແລະ​ເຈົ້າໜ້າທີ່ປະຕິບັດກົດໝາຍ​ທ້ອງ​ຖິ່ນ.

ຜູ້ປົກຄອງລັດຟລໍຣິດາ ທ່ານຣິກ ສະກັອດ ກ່າວຢູ່ກອງປະຊຸມ ທີ່ ມັດທະຍົມ ມາຣໂຈຣີ ສະໂຕນແມນ ດັກລັສ ຢູ່ເມືອງພາກແລນ ລັດຟລໍຣິດາ ວັນທີ 14 ກຸມພາ 2018.
ຜູ້ປົກຄອງລັດຟລໍຣິດາ ທ່ານຣິກ ສະກັອດ ກ່າວຢູ່ກອງປະຊຸມ ທີ່ ມັດທະຍົມ ມາຣໂຈຣີ ສະໂຕນແມນ ດັກລັສ ຢູ່ເມືອງພາກແລນ ລັດຟລໍຣິດາ ວັນທີ 14 ກຸມພາ 2018.

ອົງການ​ສັນ​ຕິ​ບານ​ກາງ​ຮັບ​ຮູ້​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ຕົນບໍ່​ໄດ້ປະຕິບັດຕາມ “ລະບຽບ
ການ” ທີ່ມີການຈັດຕັ້ງ ຫລັງຈາກ​ໄດ້​ຮັບ​ຂໍ້​ມູນ​ກ່ຽວ​ກັບ​ມືປືນ ທ້າວ​ນິ​ໂກລັສ ຄຣູສ ຢູ່ໃນການແຈ້ງຂ່າວດ່ວນ​ຂອງ​ປະ​ເທດ. ອົງການ FBI ກ່າວ​ວ່າ​ຜູ້​ໃດ​ຜູ້​ນຶ່ງ​ທີ່ໃກ້​ຊິດກັບ
ທ້າວ​ຄຣູສ ​ໄດ້​ປະ​ຂໍ້​ມູນ​ໄວ້ ​ເມື່ອ​ວັນ​ທີ 5 ​ເດືອນ​ມັງກອນ ກ່ຽວ​ກັບ​ຄວາມ​ປາດ​ຖະໜາ
​ຂອງ​ຊາຍ​ໜຸ່ມຄົນນີ້ ທີ່​ຈະ​ຂ້າ​ຄົນ ​ແລະ​ລາຍ​ລະອຽດ​ທີ່​ລົບ​ກວນຈິດໃຈ​ຕ່າງໆ.

ປະທານາທິບໍດີດໍໂນລ ທຣໍາ (ກາງ) ຕິດຕາມດ້ວຍສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣໍາ (ຂວາ) ແລະ ດຣ. ອີກໍ ນິຈິໂປເຣັນໂກ (ຊ້າຍ) ກຳລັງຢ້ຽມຢາມບັນດາຜູ້ເຄາະຮ້າຍ ຢູ່ໂຮງຮຽນທ້ອງຖິ່ນ ໃນເມືອງ ປອມປາໂນ ບິຈ ລັດຟລໍຣິດາ ວັນທີ 16 ກຸມພາ, 2018.

ຫ້ອງການ​ທ້ອງ​ຖິ່ນ​ຂອງອົງການ FBI ຢູ່​ນະຄອນ​ໄມ​ອາ​ມີ ​ບໍ່​ໄດ້​ຮັບຂໍ້ມູນກ່ຽວກັບການ
ເຕືອນດັ່ງກ່າວ ​ຊຶ່ງທ່ານ​ໂຣ​ເບີດ ລາສກີ້ ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ພິ​ເສດ ທີ່ເປັນຜູ້​ກຳກັບ ຢູ່​ທີ່
​ນັ້ນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ຂໍສະແດງຄວາມເສົ້າ​ສະ​ຫຼົດ​ ​ໃຈຢ່າງແທ້ຈິງ
ຕໍ່​ຄວາມ​ເຈັບ​ປວດເພີ້ມຕື່ມ​ໃດໆ​ທີ່​ເຫດການດັ່ງກ່າວໄດ້ສ້າງ​ຂຶ້ນ.”

ພາບວີດີໂອ ທ້າວນິໂກລັສ ຄຣູສ ກຳລັງປາກົດໂຕຕໍ່ໜ໊າຜູ້ພິພາສາ ທ່ານນາງ ຄິມ ເທຣີສາ ໂມລລິກາ ທີເມືອງໂບຣວາດ ລັດຟລໍຣິດາ.
ພາບວີດີໂອ ທ້າວນິໂກລັສ ຄຣູສ ກຳລັງປາກົດໂຕຕໍ່ໜ໊າຜູ້ພິພາສາ ທ່ານນາງ ຄິມ ເທຣີສາ ໂມລລິກາ ທີເມືອງໂບຣວາດ ລັດຟລໍຣິດາ.

ຜູ້ອຳນວຍການ​ອົງການ FBI ທ່ານ​ຄຣິສ​ໂຕ​ເຟີ ເວຣ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ໃນວັນ
​ສຸກ​ວານ​ນີ້​ວ່າ ທ່ານຈະ​ອຸທິດເວລາ “ທີ່​ຈະຊອກ​ຫາ​ຕົ້ນ​ຕໍ” ຂອງເລື້ອງ​ນີ້ແລະ​ພວກ​ພະ
ນັກງານຂອງອົງການ FBI ແມ່ນ “ພາກັນ​ໝັ້ນໝາຍ​ຢ່າງ​ບໍ່​ລົດ​ລະທີ່ຈະ​ປັບປຸງທັງ​ໝົດ
ນັ້ນຄືສິ່ງທີ່​ພວກ​ເຮົາ​ປະຕິບັດ ​ແລະ​ພວກ​ເຮົາ​ຈະ​ປະຕິບັດ​ຢ່າງ​ໃດ.”

ຕຳຫລວດກຳລັງລາດຕະເວນຢູ່ເຂດ ມັດທະຍົມ ມາຣໂຈຣີ ສະໂຕນແມນ ດັກລັສ ຢູ່ເມືອງພາກແລນ ລັດຟລໍຣິດາ
ຕຳຫລວດກຳລັງລາດຕະເວນຢູ່ເຂດ ມັດທະຍົມ ມາຣໂຈຣີ ສະໂຕນແມນ ດັກລັສ ຢູ່ເມືອງພາກແລນ ລັດຟລໍຣິດາ

ຜູ້​ປົກຄອງ​ລັດ​ຟລໍລິ​ດາ ທ່ານຣິກ ສະ​ກັອດ ຮຽກຮ້ອງ​ໃຫ້​ປົດທ່ານ​ເວຣອອກ​ຈາກ​ໜ້າ
​ທີ່ໂດຍກ່າວ​ວ່າ ​ພວກເຈົ້າໜ້າທີ່​ຂອງ​ທ່ານ “ບໍ່ໄດ້ເອົາມາດຕະການ ຕໍ່​ຄາດ​ຕະກອນ
​ດັ່ງກ່າວ​ ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້. ​ທ່ານ​ສະ​ກັອດ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ ໃນ​ວັນ​ສຸກ
​ວານ​ນີ້ວ່າ ອົງການ FBI ​ໄດ້ຍອມ​ຮັບ​ວ່າ ມີຄົນໄດ້ຕິດ​ຕໍ່ ໄປ​ຫາ ​ເມື່ອ​ເດືອນ​ແລ້ວ​ນີ້
ເພື່ອ​ເຕືອນໃຫ້​ເຂົາ​ເຈົ້າ​ຮູ້ ກ່ຽວ​ກັບ ​ທ້າວ​ຄຣູສທີ່ມີ​ຄວາມ​ປະສົງຢາກຈະ​ຂ້າ​ຄົນ​ແລະ​
ຄວາມເປັນໄປໄດ້ ທີ່ລາວ​ຈະຍິງສັງຫານ​ຢູ່​ທີ່ໂຮງຮຽນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Shooting Victims
please wait

No media source currently available

0:00 0:01:43 0:00

XS
SM
MD
LG