ປະທານາທິບໍດີສະຫະລັດ ທ່ານ Donald Trump ໄດ້ຢືນຢັນອີກຄັ້ງນຶ່ງໃນ ການໃຫ້ຄວາມສະໜັບສະໜູນ ອົງການ NATO ໃນຂະນະທີ່ຮຽກຮ້ອງ ໃຫ້ບັນດາພັນທະມິດຈ່າຍເງິນໃນສ່ວນຂອງເຂົາເຈົ້າຮັບຜິດຊອບ ໃນຂະນະທີ່ທ່ານໄດ້ກ່າວຄຳປາໄສ ໃນວັນຈັນວານນີ້ ຕໍ່ພວກທະຫານຢູ່ກອງບັນຊາການກຳລັງ ສະຫະລັດ ໃນເຂດພາກຕາເວັນອອກກາງ ຫລື CENTCOM.
ປະທານາທິບໍດີ Trump ໄດ້ກ່າວໃນລະຫວ່າງການໄປຢ້ຽມຢາມເທື່ອທຳອິດທີ່ກອງບັນ
ຊາການ CENTCOM ທີ່ຮວມທັງລາຍງານຕໍ່ບັນດາຜູ້ນຳທະຫານວ່າ “ພວກເຮົາສະໜັບ
ສະໜູນອົງການ NATO ຢ່າງແຂງຂັນ. ພວກເຮົາພຽງແຕ່ວ່າ ຢາກໃຫ້ສະມະຊິກອົງການ NATO ທັງໝົດຈ່າຍເງິນເຂົາໃນສ່ວນທີ່ຮັບຜິດຊອບ ຂອງພວກເຂົາເຈົ້າໂດຍເຕັມແລະຢ່າງຖືກຕ້ອງແກ່ອົງການພັນທະມິດ NATO ຊຶ່ງຫຼາຍປະເທດໃນບັນດາສະມາຊິກນັ້ນບໍ່ໄດ້ປະຕິບັດ.”
ປະທານາທິບໍດີ Trump ກ່າວໃນລະຫວ່າງການໂຄສະນາຫາສຽງເປັນປະທານາ ທິບໍດີວ່າ NATO ເປັນການທີ່ “ລ້າສະໄໝ” ແລະໄດ້ສະເໜີແນະວ່າ ສະຫະລັດ ຈະມາຊ່ວຍປົກປ້ອງສະມາຊິກ ກໍຕໍ່ເຂົາເຈົ້າໄດ້ “ເຮັດຫລ້ອນພັນທະຂອງພວກ ເຂົາເຈົ້າ”
ຢູ່ໃນຄຳປາໄສຂອງທ່ານໃນວັນຈັນວານນີ້ ທີ່ໄດີມີຂຶ້ນຫລັງຈາກການກິນເຂົ້າທ່ຽງກັບບັນ ດາສະມາຊິກກອງທັບບົກ ກອງທັບເຮືອ ກອງທັບອາກາດ ແລະທະຫານນາວິກະໂຍທິນແລ້ວ ທ່ານ Trump ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະດູແລທະຫານຜ່ານເສິກຂອງປະເທດເປັນຢ່າງດີ.
ທ່ານກ່າວວ່າ “ພວກເຮົາຈະລົງທຶນເປັນປະຫວັດຫານ ຢູ່ໃນກອງທັບຂອງສະຫະລັດ ແລະສະແດງໃຫ້ໂລກທັງໝົດເຫັນວ່າ ຊາວອາເມຣິກັນຢືນຢູ່ກັບພວກທີ່ໄດ້ ລຸກຂຶ້ນປົກປ້ອງສິດເສລີພາບ.”
ນອກນັ້ນ ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະ “ເອົາຊະນະພວກຫົວຮຸນແຮງກໍ່ການຮ້າຍອິສລາມ” ແລະບໍ່ປ້ອງກັນບໍ່ໃຫ້ມັນຝັງຮາກຢູ່ໃນສະຫະລັດ. ທ່ານ Trump ບໍ່ໄດ້ກ່າວເຖິງການຟ້ອງຮ້ອງຢ່າງເປັນການສະເພາະເຈາະຈົງໃນການຕໍ່ສູ້ຢູ່ສານ ກ່ຽວກັບດຳລັດສັ່ງໃຫ້ໂຈະໃນການຮັບເອົາອົບພະຍົບເຂົ້າມາ ແລະປະຊາຊົນຈາກເຈັດປະເທດ ແຕ່ກ່າວວ່າ ສະຫະລັດ ຕ້ອງການນະໂຍບາຍຮັບ ເອົາ “ຄົນຜູ້ທີ່ຮັກຫອມເຮົາ” ແລະບໍ່ໃຫ້ຄົນຜູ້ທີ່ “ຕ້ອງການຢາກທຳລາຍເຮົາ.” ນັ້ນເຂົ້າມາ.
ກອງບັນຊາການ CENTCOM ມີຄວາມຮັບຜິດຊອບຕໍ່ການປະຕິບັດງານທາງທະຫານຢູ່ ພາກຕາເວັນອອກກາງ ແລະເຂດເອເຊຍກາງ.
ກອງບັນຊາການ CENTCOM ເປັນຜູ້ກຳກັບການບຸກໂຈມຕີຫວ່າງມໍ່ໆມານີ້ ຂອງກຳລັງທະຫານສະຫະລັດ ທີ່ຄ້າຍຂອງກຸ່ມກໍ່ການຮ້າຍ al-Qaida ໃນເຢເມນ ທີ່ເຮັດໃຫ້ໜ່ວຍກ້າຕາຍ Navy Seal ສະຫະລັດຄົນນຶ່ງເສຍຊີວິດ.
ສົບຂອງໜ່ວຍກ້າຕາຍ Navy Seal ທ່ານ Ryan Owens ໄດ້ຖືກສົ່ງກັບຄືນມາໃນວັນພຸດອາທິດແລ້ວນີ້ ທີ່ຖານທັບອາກາດ Dover ບ່ອນທີ່ປະທານາທິບໍດີ Trump ໄດ້ໄປຢ້ຽມຢາມຢ່າງບໍ່ໄດ້ປະກາດໃຫ້ຊາບລ່ວງໜ້າ ເພື່ອໄວ້ອາໄລ.
ສະມາຊິກທະຫານອີກສາມຄົນ ໄດ້ຮັບບາດເຈັບ ເວລາເຮືອບິນເຂົາເຈົ້າໄດ້ “ລົງຈອດຢ່າງແຮງ” ຢູ່ບ່ອນປະຕິບັດງານຂອງພວກເຂົາເຈົ້ານັ້ນ.
ອ່ານຂ່າວນີ້ເພີ້ມະເປັນພາສາອັງກິດ