ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍຸດທະສາດ ດ້ານຄວາມໝັ້ນຄົງ ແຫ່ງຊາດ ຂອງ ປ. ທຣຳ ວາງເປົ້າໝາຍໃສ່ ເພື່ອໃຫ້ ‘ໄດ້ມາ ທ່າແຮງຄືນໃໝ່’


ປະທານາທິບໍດີ ທຣຳ ຄຽງຂ້າງຢູ່ກັບ ທີ່ປຶກສາດ້ານ ຄວາມໝັ້ນ
ຄົງແຫ່ງຊາດ ທ່ານ ເຮັດຈ໌ ອາຣ ເມັກແມສເຕີ, ຊ້າຍ, ແລະ ຮອງປະທານາທິບໍດີ ທ່ານ ໄມ້ ເພັ້ນສ໌, ໂອ້ລົມກັບບັນດານັກ
ຂ່າວ ຫຼັງຈາກກອງປະຊຸມຖະແຫລງຂ່າວ ດ້ານຄວາມໝັ້ນຄົງ ຢູ່ທີ່ ສະໂມສອນ ສະໜາມກັອຟ ທຣຳ ແຫ່ງຊາດ ຫຼື Trump National Golf Club ໃນເມືອງແບດມິນສເຕີ, ລັດນິວເຈີຊີ້, ວັນທີ 10 ສິງຫາ 2017.
ປະທານາທິບໍດີ ທຣຳ ຄຽງຂ້າງຢູ່ກັບ ທີ່ປຶກສາດ້ານ ຄວາມໝັ້ນ ຄົງແຫ່ງຊາດ ທ່ານ ເຮັດຈ໌ ອາຣ ເມັກແມສເຕີ, ຊ້າຍ, ແລະ ຮອງປະທານາທິບໍດີ ທ່ານ ໄມ້ ເພັ້ນສ໌, ໂອ້ລົມກັບບັນດານັກ ຂ່າວ ຫຼັງຈາກກອງປະຊຸມຖະແຫລງຂ່າວ ດ້ານຄວາມໝັ້ນຄົງ ຢູ່ທີ່ ສະໂມສອນ ສະໜາມກັອຟ ທຣຳ ແຫ່ງຊາດ ຫຼື Trump National Golf Club ໃນເມືອງແບດມິນສເຕີ, ລັດນິວເຈີຊີ້, ວັນທີ 10 ສິງຫາ 2017.

ຍຸດທະສາດໃໝ່ ດ້ານຄວາມໝັ້ນຄົງແຫ່ງຊາດ ຂອງປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ຈະສະໜອງຕໍ່ປະເທດຊາດ ດ້ວຍ “ປຶ້ມແບບແຜນທີ່ຈະແຈ້ງ ແລະ ໃຫ້
ເຫດຜົນ ເພື່ອນຳໃຊ້ມາດຕະການໄດ້ ຕາມກົດໝາຍ”
ເພື່ອຕໍ່ຕ້ານ ສິ່ງທີ່ເປັນອັນຕະ
ລາຍທີ່ສຸດ ແລະ ໄພຂົ່ມຂູ່ທັງຫຼາຍ ທີ່ຍັງມີຢູ່ ອີງຕາມ ບັນດາເຈົ້າໜ້າທີ່ອາວຸໂສ ຂອງ
ຄະນະລັດຖະບານ.

ທ່ານທຣຳ ຈະເປີດເຜີຍເອກກະສານຍຸດທະສາດ ໃນວັນຈັນມື້ນີ້ ໃນລະຫວ່າງ ການ
ກ່າວຄຳປາໄສ ໃນນະຄອນຫຼວງວໍຊິງຕັນ ໃນເວລາເກືອບ 11 ເດືອນ ຫຼັງຈາກທີ່
ຄະນະລັດຖະບານຂອງທ່ານ ໄດ້ເລີ່ມຕົ້ນ ທຳງານກ່ຽວກັບເລື່ອງນີ້ມາ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ເຮັດຈ໌ ອາຣ ເມັກແມສເຕີ ສະແດງທ່າທີ ຊີ້ນິ້ວມື ໃນຂະນະທ່ານຕອບຄຳຖາມ ຈາກບັນດາສະມາຊິກ ຂອງສື່ມວນຊົນໃນລະຫວ່າງ ກອງປະຊຸມຖະແຫລງຂ່າວປະຈຳວັນ ຢູ່ໃນຫ້ອງຖະແຫລງຂ່າວ ເບຣດີ ຂອງທຳນຽບຂາວ, ເມື່ອວັນພະຫັດ, ວັນທີ 2 ພະຈິກ 2017.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ເຮັດຈ໌ ອາຣ ເມັກແມສເຕີ ສະແດງທ່າທີ ຊີ້ນິ້ວມື ໃນຂະນະທ່ານຕອບຄຳຖາມ ຈາກບັນດາສະມາຊິກ ຂອງສື່ມວນຊົນໃນລະຫວ່າງ ກອງປະຊຸມຖະແຫລງຂ່າວປະຈຳວັນ ຢູ່ໃນຫ້ອງຖະແຫລງຂ່າວ ເບຣດີ ຂອງທຳນຽບຂາວ, ເມື່ອວັນພະຫັດ, ວັນທີ 2 ພະຈິກ 2017.

ບັນດາເຈົ້າໜ້າທີ່ອາວຸໂສຂອງຄະນະລັດຖະບານ ກ່າວວ່າ ບໍ່ຄືກັນກັບຍຸດທະສາດ
ທີ່ຜ່ານມາທັງຫຼາຍ ມັນຈະ “ເຫັນພາບທີ່ຈະແຈ້ງ” ຂອງໄພອັນຕະລາຍທັງຫຼາຍ ແລະ
ການທ້າທາຍທັງຫຼາຍ ກຳລັງປະເຊີນໜ້າປະເທດຊາດຢູ່ ໃນຂະນະດຽວກັນ ກໍຈັດ
ບູລິມະສິດ ໃຫ້ຢູ່ໃນຖັນແຖວ ໃນດ້ານຜົນປະໂຫຍດຂອງສະຫະລັດ ໂດຍການຕັດ
ສິນໃຈ ຂອງປະທານາທິບໍດີ ທີ່ຈະເອົາ “ອາເມຣິກາ ມາກ່ອນ.”

ເຈົ້າໜ້າທີ່ອາວຸໂສຂອງຄະນະລັດຖະບານ ທ່ານນຶ່ງ ກ່າວໃນວັນອາທິດວານນີ້ວ່າ
“ຄວາມກ້ຳເກິ່ງຂອງອຳນາດໃນໂລກ ໄດ້ຫັນປ່ຽນໄປໃນສະພາບການ ທີ່ບໍ່ຄ່ອຍດີ
ຕໍ່ຜົນປະໂຫຍດຂອງອາເມຣິກາ. ຍຸດທະສາດໃໝ່ນີ້ ນຳສະເໜີແຜນການ ຂອງ
ວິທີທີ່ອາເມຣິກາ ຈະສາມາດສ້າງທ່າແຮງ ເພື່ອຕ່າວປີ້ນແນວ
ໂນ້ມທັງຫຼາຍເຫຼົ່ານີ້
ໃຫ້ກັບຄືນມາຫາ ສະຫະລັດ.”
ທ່ານກ່າວຕື່ມ ໂດຍການພາດພິງເຖິງ ອັນທີ່ຈະຖືກ
ເປີດເຜີຍໃນໄວໆນີ້ ຂອງເອກກະສານທັງຫຼາຍ ດ້ານການປ້ອງກັນ ແລະ ການຕໍ່ຕ້ານ
ການກໍ່ການຮ້າຍ ວ່າ “ມັນຈະໃຊ້ເປັນພື້ນຖານ ສຳລັບຍຸດທະສາດຕ່າງໆ ທີ່ຈະຕິດ
ຕາມມາ.”

ປະທານາທິບໍດີ ຣັດເຊຍ ທ່ານເວີລາດີເມຍ ປູຕິນ (ຊ້າຍ) ແລະ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢືນລົມກັນ ໃນຂະນະທີໄປຮອດ ວາລະການຖ່າຍຮູບຮ່ວມກັນ ໃນລະຫວ່າງ ກອງປະຊຸມສຸດຍອດ ດ້ານເສດຖະກິດ ແລະການຮ່ວມມື ໃນເອເຊຍ-ປາຊີຟິກ ຫຼື (APEC) ຢູ່ໃນເມືອງດານັງ ປະເທດຫວຽດນາມ, ວັນທີ 11 ພະຈິກ 2017.
ປະທານາທິບໍດີ ຣັດເຊຍ ທ່ານເວີລາດີເມຍ ປູຕິນ (ຊ້າຍ) ແລະ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢືນລົມກັນ ໃນຂະນະທີໄປຮອດ ວາລະການຖ່າຍຮູບຮ່ວມກັນ ໃນລະຫວ່າງ ກອງປະຊຸມສຸດຍອດ ດ້ານເສດຖະກິດ ແລະການຮ່ວມມື ໃນເອເຊຍ-ປາຊີຟິກ ຫຼື (APEC) ຢູ່ໃນເມືອງດານັງ ປະເທດຫວຽດນາມ, ວັນທີ 11 ພະຈິກ 2017.

ບັນດາເຈົ້າໜ້າທີ່ຄະນະລັດຖະບານ ກ່າວວ່າ ເຖິງແມ່ນວ່າ ພວກເພິ່ນຈະມີຄວາມ
ເປັນຫ່ວງຢູ່ກໍຕາມ ຍຸດທະສາດໃໝ່ດ້ານຄວາມໝັ້ນຄົງແຫ່ງຊາດແມ່ນບໍ່ໝາຍຄວາມ
ວ່າ ເປັນການປະຕິເສດ ຍຸດທະສາດທີ່ໄດ້ຖືກວາງອອກໂດຍອະດີດປະທານາທິບໍດີ
ບາຣັກ ໂອບາມາ ຫຼື ແມ່ນກະທັງ ອະດີປະທານາທິບໍດີ ຈໍລຈ໌ ດັບໂບຢູ ບຸດສ໌.

ຫາກແຕ່ ພວກເພິ່ນກ່າວວ່າ ເອກກະສານນັ້ນ ແມ່ນ “ການລວບລວມເຂົ້າ” ເປັນ
ຍຸດທະສາດ ຂອງປະທານາທິບໍດີ ທຣຳ ທີ່ໄດ້ລົນນະລົງໄປນັ້ນ ທັງໃນຂະນະທີ່
ໂຄສະນາຫາສຽງ ສຳລັບຕຳແໜ່ງປະທານາທິບໍດີ ແລະ ໃນເມື່ອເຂົ້າຮັບຕ່ຳແໜ່ງ
ແລ້ວກໍຕາມ.

ເຈົ້າໜ້າທີ່ອາວຸໂສຄະນະລັດຖະບານທ່ານນຶ່ງ ໄດ້ກ່າວວ່າ “ພວກເຮົາດຳລົງຊີວິດ
ໃນໂລກທີ່ມີການແຂ່ງຂັນ ແລະ ວິທີໃດ ທີ່ພວກເຮົາຈະຜັນຂະຫຍາຍ ເປົ້າໝາຍ
ຂອງພວກເຮົາ ແມ່ນສຳຄັນຍິ່ງກວ່າ ທີ່ບໍ່ເຄີຍມີມາກ່ອນ. ພວກເຮົາຈະຕ້ອງແຂ່ງຂັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG