ປະທານາທິບໍດີດໍໂນລ ທຣໍາ ໃນວັນສຸກມື້ນີ້ ຈະເລີ້ມປັບປ່ຽນຄືນການເອົາມາດຕະການ
ຈຳນວນນຶ່ງຂອງປະທານາທິບໍດີຄົນກ່ອນທີ່ໝາຍເຖິງການພົວພັນກັບຄິວບາ ຫລັງຈາກ
ໄດ້ຖືກໂດດດ່ຽວ ໂດຍສະຫະລັດ ເປັນເວລາເຄິ່ງສັດຕະວັດ ກວ່າໆ.
ເຈົ້າໜ້າທີ່ອາວຸໂສທຳນຽບຂາວຄົນນຶ່ງ ກ່າວຕໍ່ບັນດານັກຂ່າວ ໃນຕອນແລງວັນພະຫັດ
ວານນີ້ວ່າ “ນະໂຍຍາຍດັ່ງກ່າວຈະເລີ້ມມີຜົນບັງຄັບໃຊ້ໃນມື້ອື່ນນີ້ແຕ່ນະໂຍບາຍທີ່ສັ່ງ
ໃຫ້ສ້າງກົດລະບຽບໃໝ່ ຊຶ່ງຈະເລີ້ມມີຜົນຢ່າງແທ້ຈິງເກີດຂຶ້ນ ເວລາກົດລະບຽບເຫລົ່າ
ນັ້ນ ເລີ້ມມີການນຳໃຊ້.”
ການປັບປ່ຽນດັ່ງກ່າວຊຶ່ງຈະເປີດເຜີຍໂດຍປະທານາທິບໍດີທີ່ເຂດຮາວານານ້ອຍ ຫລື
Little Havana ຢູ່ນະຄອນ Miami ໃນວັນສຸກມື້ນີ້ ຈະຈຳກັດຮັດແຄບການເດີນທາງ
ສຳລັບຊາວອາເມຣິກັນ ແລະການຫ້າມເຮັດທຸລະກິດ ກັບບໍລິສັດຍັກໃຫຍ່ GAESA
ຂອງກອງທັບຄິວບາ ທີ່ຄາດຄະເນວ່າເປັນຄວບຄຸມຫລາຍກວ່່າເຄິ່ງນຶ່ງຂອງເສດຖະ
ກິດຄິວບານັ້ນ.
ເຈົ້າໜ້າທີ່ອາວຸໂສທຳນຽບຂາວກ່າວວ່າ “ການຊຸກຍູ້ນະໂຍບາຍຂອງປະະທານາ ທິບໍດີ
ທຣໍາ ກໍຄືປັບປ່ຽນການເອົາມາດຕະການໂດຍລັດຖະບານຊຸດກ່ອນ ຂອງທ່ານ Barack Obama ທີ່ໄດ້ເພີ້ມພູນຄວາມຮັ່ງມີໃຫ້ແກ່ກອງທັບແລະອົງການສືບລັບຄິວບາ.”
ເຈົ້າໜ້າທີ່ກ່າວວ່າ ວໍຊິງຕັນຫວັງວ່າ “ອຳນາດການປົກຄອງຄິວບາຈະມອງເຫັນວ່າ ເປັນ
ໂອກາດເພື່ອການປະຕິຮູບ ທີ່ເຂົາເຈົ້າໄດ້ປະກາດໄປແຕ່ປາກເມື່ອສອງສາມປີກ່ອນ ແຕ່
ຍັງບໍ່ທັນມີການຈັດຕັ້ງປະຕິບັດເພື່ອໃຫ້ຜົນປະໂຫຍດແກ່ປະຊາ ຊົນຄິວບາເທື່ອ."
ເຈົ້າໜ້າທີ່ສະຫະລັດຄົນນຶ່ງໃຫ້ການອະທິບາຍວ່າ ມາດຕະການຕ່າງໆຈະມີການ ປະ
ກາດໃຊ້ ເພື່ອຈຳກັດການຫລັ່ງໄຫລຂອງເງິນ ຈາກສະຫະລັດ ໄປສູ່ຄິວບາ ແລະການ
ຫ້າມ ທີ່ມີຢູ່ໃນປັດຈຸບັນ ສຳລັບການທ່ອງທ່ຽວ ຈະຖືກບັງຄັບຢ່າງເຄັ່ງຄັດ ຊຶ່ງຈະ “ເຮັດໃຫ້ການເດີນທາງ ຂອງສ່ວນບຸກຄົນ ຫາສ່ວນບຸກຄົນ ສິ້ນສຸດລົງ,” ທີ່ໝາຍຄວາມວ່າ
ຊາວອາເມຣິກັນໃດໆກໍຕາມ ທີ່ຈະເດີນທາງໄປປະເທດ ຄິວບາ ຈະຕ້ອງຢູ່ໃນສ່ວນ
ຂອງກຸ່ມ.
ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ