ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະກາດພາວະສຸກເສີນແຫ່ງຊາດໂດຍ
ຈະສ້າງກຳແພງຢູ່ຊາຍແດນໃນພາກໃຕ້ຂອງປະເທດແບບບໍ່ຕ້ອງຜ່ານສະພາ ຊຶ່ງຈະພາ
ໃຫ້ມີການທ້າທາຍທາງກົດໝາຍ ທີ່ອາດຈະຊ່ວຍກຳນົດຂີດຈຳກັດ ຂອງອຳນາດປະທາ
ນາທິບໍດີສະຫະລັດ.
ໃນການເຕືອນຕໍ່ອັນທີ່ທ່ານເອີ້ນວ່າ “ແກັ່ງຂອງພວກຄົນບໍ່ດີ” ແລະ “ການຮຸກຮານ” ຂອງ
ຢາເສບຕິດແລະອາຊະຍາກຳ ທ່ານທຣຳກ່າວ ໃນວັນສຸກວານນີ້ວ່າ ການປະກາດພາວະ
ສຸກເສີນ ແມ່ນ “ເລື້ອງທີ່ໃຫຍ່ທີ່ສຸດທີ່ຕ້ອງໄດ້ເຮັດ.”
ໃນຈຸດນຶ່ງນັ້ນ ເວລາທ່ານກ່າວຄຳປາໄສ ຢູ່ທີ່ທຳນຽບຂາວ ທ່ານທຣຳ ໄດ້ເວົ້າເຖິງ “ຂະ
ບວນຄາຣາວານ ຂະໜາດໃຫຍ່” ຊຶ່ງປາກົດວ່າ ໝາຍເຖິງກຸ່ມພວກຄົນເຂົ້າເມືອງຈາກ
ອາເມຣິກາກາງແບບເກົ່າ ທີ່ພະຍາຍາມເດີນທາງມາຍັງສະຫະລັດໃນລະຫວ່າງທີ່ທ່ານ
ເປັນປະທານາທິບໍດີຢູ່ນັ້ນ.
ປະທານາທິບໍດີທຣຳກ່າວວ່າ “ພວກເຮົາເວົ້າເຖິງການຮຸກຮານປະເທດຂອງພວກເຮົາ
ດ້ວຍຢາເສບຕິດແລະພວກຄ້າມະນຸດ ແລະພວກອາຊະຍາກອນ ທຸກໆປະເພດ ແລະ
ແກັ່ງອັນຕະພານ.
ຄວາມພະຍາຍາມຂອງທ່ານທຣຳທີ່ຈະບຸກບືນໄປໜ້າດ້ວຍການສ້າງກຳແພງ ຊຶ່ງເປັນຄຳໝັ້ນສັນຍາຫຼັກຂອງທ່ານ ໃນລະຫວ່າງການໂຄສະນາຫາສຽງນັ້ນ ມີທ່າທາງວ່າ ຈະສ້າງຄວາມເພິງພໍໃຈ ໃຫ້ແກ່ພວກນິຍົມແນວທາງເດີມ ຊຶ່ງເປັນຖານທີ່ໝັ້ນທາງການເມືອງຂອງທ່ານ. ແຕ່ໃນຂະນະດຽວກັນ ກໍມີການກ່າວຫາເພີ້ມຂຶ້ນວ່າ ທ່ານໄດ້ໃຊ້ອຳນາດສຸກເສີນ ໄປໃນທາງທີ່ຜິດ.
ທ່ານທຣຳໄດ້ລົງນາມໃນຮ່າງກົດໝາຍ ໃຫ້ທຶນການໃຊ້ຈ່າຍສຳລັບລັດຖະບານກາງໃນເວລາຕໍ່ມາ ເມື່ອຕອນບ່າຍມື້ວານນີ້. ລັດຖະສະພາໄດ້ບັນລຸການປະນີປະນອມໃນຮ່າງກົດໝາຍການໃຊ້ຈ່າຍ ໃນຄວາມພະຍາຍາມເພື່ອເຮັດໃຫ້ການຂັດແຍ້ງທີ່ນຳໄປສູ່ການປິດລັດຖະບານເປັນບາງສ່ວນ ເປັນເວລາ 35 ມື້ນີ້ນັ້ນ ຍຸດຕິລົງ.
ຮ່າງກົດໝາຍການໃຊ້ຈ່າຍດັ່ງກ່າວ ໄດ້ອະນຸມັດເງິນແຕ່ພຽງ 1 ພັນ 400 ລ້ານໂດລາໃຫ້ສ້າງເຄື່ອງກີດຂວາງຂຶ້ນຢູ່ຕາມຊາຍແດນ ທີ່ຍາວ 90 ກິໂລແມັດ ຊຶ່ງໜ້ອຍກວ່າຈຳນວນ 5 ພັນ 700 ລ້ານໂດລາ ທີ່ທ່ານຕ້ອງການເພື່ອຈະສ້າງກຳແພງ ທີ່ຍາວ 322 ກິໂລແມັດ.
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ຂອງສະຫະລັດ ທ່ານນາງເຄີສເຈັນ ນິລເຊັນ ກ່າວຢູ່ໃນຖະແຫຼງການສະບັບນຶ່ງໃນວັນສຸກວານນີ້ວ່າ ຮ່າງກົດໝາຍສະບັບນີ້ ຈະສະໜອງເງິນທຶນທີ່ຈຳເປັນຕ່າງໆເພື່ອຮັກສາຄວາມປອດໄພໃນເຂດຊາຍແດນ ແຕ່ກໍກ່າວຕື່ມວ່າ “ແຕ່ກໍບໍ່ໃກ້ກັບການທີ່ຈະແກ້ໄຂໄດ້ທັງໝົດ ຕໍ່ບັນຫາທາງດ້ານມະນຸດສະທຳທີ່ຮ້າຍແຮງ ແລະຄວາມປອດໄພ ຢູ່ຊາຍແດນກ້ຳໃຕ້. ໃນຫຼາຍໆໂອກາດຊ້ຳແລ້ວຊ້ຳອີກລັດຖະສະພາກໍບໍ່ສາມາດໃຫ້ທຶນຢ່າງເຕັມທີ່ ແກ່ກະຊວງຮັກສາຄວາມປອດໄພພາຍໃນ ເພື່ອຮັບມືກັບສະຖານະການ ແລະຈັດການກັບການຫຼັ່ງໄຫຼເຂົ້າມາຂອງພວກຄົນຕ່າງດ້າວ ຢາເສບຕິດແລະການລັດລອບສິ່ງທີ່ຜິດກົດໝາຍອື່ນໆ ເຂົ້າມາໃນປະເທດ ຂອງພວກເຮົາ. ນັ້ນຄືວ່າເປັນຫຍັງຂ້າພະເຈົ້າຈຶ່ງໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ການຕັດສິນໃຈເພື່ອໃຫ້ໄດ້ຮັບທຶນເພີ້ມຕື່ມສຳລັບສ້າງເຄື່ອງກີດຂວາງຕົວຈິງ.”
ການປະກາດພາວະສຸກເສີນ ຈະໃຫ້ສິດອຳນາດແກ່ປະທານາທິບໍດີທຣຳຍ້າຍເງິນຈາກບ່ອນອື່ນໆໃນງົບປະມານຂອງລັດຖະບານກາງ ຮວມທັງເງິນສຳລັບໃຊ້ຈ່າຍໃນດ້ານທະຫານ ເພື່ອນຳໄປສ້າງກຳແພງ. ທັງໝົດແລ້ວ ທຳນຽບຂາວຈະຊອກ ຫາເງິນປະມານ 8 ພັນລ້ານໂດລາ ເພື່ອໄປສ້າງກຳແພງ ອີງຕາມຄຳເວົ້າ ຂອງ ຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານມິກ ມູວານີ.