ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທ​ຣ​ຳ ເຊັນ​ດຳ​ລັດ ​ສ້າງ​ຕັ້ງ ກອງ​ທັບ​ ອະວະ​ກາດ ສະ​ຫະ​ລັດ


ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ສະແດງ​ໃຫ້​ເຫັນ ດຳລັດ​ເລກ​ທີ 4 ກ່ຽວ​ກັບ ​"ນະ​ໂຍ​ບາຍອະ​ວະ​ກາດ" ວັນ​ທີ 19 ກຸມ​ພາ 2019.
ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ສະແດງ​ໃຫ້​ເຫັນ ດຳລັດ​ເລກ​ທີ 4 ກ່ຽວ​ກັບ ​"ນະ​ໂຍ​ບາຍອະ​ວະ​ກາດ" ວັນ​ທີ 19 ກຸມ​ພາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເຊັນ​ຄຳ​ສັ່ງ​ໃນ​ວັນ​ອັງ​ຄ​ານ​ວານ​ນີ້ ​ທີ່​
ກ່າວ​ເຖິງ​ການ​ສ້າງ​ກອງ​ທັບ​ອະວະ​ກາດ ໃນ​ຖາ​ນະ ​ພະ​ແນກ​ການໃໝ່ຂອງກອງ​ທັບ.

ດຳລັດ​ເລກ​ທີ 4 ກ່ຽວ​ກັບ ​ນະ​ໂຍ​ບາຍອະ​ວະ​ກາດ ທີ່​ວີ​ໂອ​ເອ​ໄດ້​ມາ​ນຶ່ງ​ສະ​ບັບ ກ່ອນ​
ໜ້າ​ການ​ເຊັນກ່າວ​ວ່າ ກຳ​ລັງ​ດັ່ງ​ກ່າວຈະປັບ​ປຸງ​ດ້ານ​ຄວາ​ມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​
ສະ​ຫະ​ລັດ “ເພື່ອສະ​ກັດ​ກັ້ນ​ການ​ຮຸກ​ຮານ​ ແລະ​ປ້ອງ​ກັນ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົາ”
ຢູ່​ໃນ​ອະ​ວະ​ກາດ.

​ດຳ​ລັດ​ກ່າວ​ວ່າ “ຝ່າຍ​ກົງ​ກັນ​ຂ້າມ ​ບັດ​ນີ້ ມີ​ຄວາມ​ເປັນ​ໄປໄດ້​ ທີ່​ອາດ​ກ້າວ​ໜ້າ ທາງ​
ອະ​ວະ​ກາດ ແລະ​ມີ​ການ​ພັດ​ທະ​ນາຢ່າງ​ແຂງ​ຂັນ ເພື່ອ​ຊອກ​ຫາ​ຊ່ອງ​ທາງທີ່​ຈະປະ​ຕິ
​ເສດ ບໍ່​ໃຫ້ພວກ​ເຮົາ​ໃຊ້​ອະ​ວະ​ກາດ ໃນເວ​ລາ​ທີ່​ເກີດວິ​ກິດການ​ຫຼື​ບັນ​ຫາ​ຂັດ​ແຍ້ງ.”

​ໃນອາ​ທິດ​ແລ້ວ​ນີ້​ອົງ​ການ​ສືບ​ລັບຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດໄດ້ພິມ ເຜີຍ
​ແຜ່​ລາຍ​ງານ​ ທີ່​ພົບ​ວ່າ ຈີນ ແລະ​ຣັດ​ເຊຍ "ໄດ້​ເອົາ​ບາດ​ກ້າວ​ເພື່ອ​ທ້າ​ທາຍ​ສະ​ຫະ​ລັດ"
ຢູ​ໃນ​ອະ​ວະ​ກາດ​ ໂດຍ​ການ​ພັດ​ທະ​ນາດາວ​ທຽມຕິດ​ອາ​ວຸດ ​ອາ​ວຸດພະ​ລັງງາ​ນ ແລະ
ຕາ​ໜ່າງ​ການ​ສິ້ງ​ຊອມ.

ການ​ທົບ​ທວນ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ ຂອງ​ລັດ​ຖະ​ບານ​ປີ 2019 ຍັງ​ໄດ້​ເຕືອນ​
ເຖິງ​ໄພ​ອັນ​ຕະ​ລາຍ ແລະ​ຮຽກ​ຮ້ອງ​ໃຫ້​ສ້າງຖານ​ຍິງລູກ​ສອນ​ໄຟ​ປ້ອງ​ກັນ ​ໃນ​ອະ​ວະ
​ກາດ ເພື່ອ​ຮັບ​ມື​ກັບໄພ​ຂົ່ມ​ຂູ່​ຈາກ​ບັນ​ດາ​ປະ​ເທດອັນ​ຕະ​ພານ ຄື​ດັ່ງ​ເກົາ​ຫຼີ​ເໜືອ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ລັດ​ຖະ​ບານ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່ກອງ​ປະ​ຊຸມໃນ​ວັນ​ອັງ​
ຄານ​ວານ​ນີ້​ວ່າ ກອງ​ທັບ​ອະ​ວະ​ກາດ​ຈະໜ້າ​ທີ່​ ໃນ​ການ​ຮັກ​ສາຄວາມ​ປອດ​ໄພທີ່​ແຕກ
ຕ່າງໄປ​ຈາກ​ກອງບັນ​ຊາ​ການອະ​ວະ​ກາດ​ໃໝ່ ທີ່​ໄດ້​ແນະ​ນຳ​ໂດຍ​ລັດ​ຖະ​ສະ​ພາ ແລະ​
ຈະສ້າງ​ຕັ້ງ​ຂຶ້ນໂດຍ​ທຳ​ນຽບ​ຫ້າ​ແຈ “ໃນ​ລະ​ດູ​ບານໃໝ່ນີ້.”

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ກອງ​ທັບ​ອະ​ວະ​ກາດ​ຈະ​ຈັດ​ຕັ້ງ ເຝິກແອບ ທະ​ຫານ​ທີ່​ປະຕິ​ບັດ
​ງານ​ໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນອະ​ວະ​ກາດ ໃນ​ຂະ​ນະ​ທີ່ກອງບັນ​ຊາ​ການ​ສູ້​ລົບ
ໃໝ່ຈະ​ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ງານ​ຕ່າງໆ ແລະ​ອ​ອກ​ຄຳ​ສັ່ງ ​ໃນ​ການ​ສູ້​ລົບ ເຊັ່ນກອງ​ບັນ
​ຊ​າກ​ານ ຢູ່​ໃນ​ຕ່າງ​ປະ​ເທດ ​ໃນການ​ປະ​ຕິ​ບັດ​ງານ​ສູ້​ລົບຂອງ ສະ​ຫະ​ລັດ​ຢູ່ພາກ​ຕາ​ເວັນ​
ອອກ​ກາງ ຫຼື ​ກອງ​ບັນ​ຊາ​ການ​ປະ​ຕິ​ບັດ​ງານ​ພິ​ເສດ​ສະ​ຫະ​ລັດ ທີ່​ຄວບ​ຄຸມ​ການ​ປະ​ຕິ​ບັດ
ຂອງ​ກຳ​ລັງພິ​ເສດ​ອາ​ເມ​ຣິ​ກັນ ​ຢູ່​ໃນ​ທົ່ວ​ໂລກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ລັດ​ຖະ​ບານ​ຄົນ​ນຶ່ງ​ກ່າ​ວ​ວ່າ “ພວກ​ເຮົາ​ຕ້ອງ​ການ​ທັງ​ສອງ. ຢ່າ​ຄິດ​ວ່າ
​ອັນ​ນຶ່ງ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ອີກອັນ​ນຶ່ງ.”

​ດຳ​ລັດ​ດັ່ງ​ກ່າວ​ໄດ້​ສັ່ງ​ໃຫ້ທຳ​ນຽບ​ຫ້າ​ແຈອະ​ນຸ​ມັດ​ງົ​ບ​ປະ​ມານ​ແກ່ກອງ​ທັບ​ອະ​ວະ​ກາດ
ພາຍ​ໃນ 180 ມື້ ແລະ​ສະ​ເໜີ​ການ​ປ່ຽນ​ແປງ​ໃນອຳ​ນາດ​ການປະ​ຕິ​ບັດ​ງານ ​ໃຫ້ແກ່ກອງ​
ບັນ​ຊາ​ການ​ອະ​ວະ​ກາດ ​ພາຍ​ໃນ 90 ມື້.​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG