ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມີກຳນົດທີ່ຈະເຊັນຮ່າງກົດໝາຍສະບັບ
ນຶ່ງໃນວັນພຸດມື້ນີ້ ເພື່ອຮັບປະກັນວ່າ ພະນັກງານລັດຖະບານກາງທັງຫຼາຍຈະໄດ້ຮັບ
ຄ່າຈ້າງ ສຳລັບໄລຍະເວລາຂອງການປິດລັດຖະບານບາງສ່ວນທີ່ກຳລັງດຳເນີນຢູ່ນີ້
ໃນທີ່ສຸດ, ແຕ່ວ່າຄ້າຈ້າງດັ່ງກ່າວນັ້ນຈະອອກໃຫ້ມື້ໃດແມ່ນຍັງບໍ່ມີໃຜຮູ້ຈັກ ໃນຂະນະ
ທີ່ທ່ານກັບພັກເດໂມແຄຣັດ ຍັງຄົງຢູ່ໄກຈາກການແກ້ໄຂວິກິດການດັ່ງກ່າວນີ້.
ພະນັກງານລັດຖະບານປະມານ 800,000 ຄົນແມ່ນກຳລັງເຮັດວຽກໂດຍບໍ່ໄດ້ຮັບຄ່າ
ຈ້າງ ຫຼືບໍ່ກໍຖືກສັ່ງໃຫ້ຢູ່ບ້ານ ນັບຕັ້ງແຕ່ວັນທີ 22 ທັນວາປີກາຍນີ້ເປັນຕົ້ນມາ. ຖ້າການ
ປິດລັດຖະບານແກ່ຍາວອອກໄປອີກນຶ່ງສັບປະດາ, ເຂົາເຈົ້າກໍຈະບໍ່ໄດ້ຮັບຄ່າຈ້າງເປັນ
ຄັ້ງທີສອງໃນປີນີ້. ໃນຂະນະດຽວກັນ, ລັດຖະບານທ່ານ ທຣຳ ໄດ້ກ່າວໃນວັນອັງຄານ
ວານນີ້ວ່າ ເຂົາເຈົ້າໄດ້ເອີ້ນພະນັກງານລັດຖະບານກາງຫຼາຍສິບພັນຄົນ ກັບມາເຮັດ
ວຽກ ໂດຍບໍ່ໄດ້ຮັບຄ່າຈ້າງ ເພື່ອດຳເນີນການເລື່ອງຈ່າຍພາສີຄືນ, ຮັກສາຄວາມປອດ
ໄພຖ້ຽວບິນ, ກວດກາອາຫານ ແລະ ຢາຕ່າງໆ ແລະ ວຽກງານທີ່ສຳຄັນອື່ນໆ ເພື່ອຫຼຸດ
ຜ່ອນຜົນກະທົບຈາກການປິດລັດຖະບານນີ້.
ບໍລິສັດການເງິນທັງຫຼາຍໄດ້ຈັດໂຄງການຕ່າງໆ ເພື່ອຊ່ວຍເຫຼືອພວກພະນັກງານຮັບມື
ກັບການສູນເສຍລາຍໄດ້ຢ່າງກະທັນຫັນ, ໃນຂະນະທີ່ຮ້ານອາຫານຫຼາຍແຫ່ງກໍໄດ້
ເອົາອາຫານໃຫ້ພະນັກງານລັດຖະບານກາງ ໄປກິນໂດຍບໍ່ເສຍເງິນ.
ອົງການການກຸສົນ World Central Kitchen, ເຊິ່ງຮູ້ຈັກກັນດີສຳລັບວຽກງານຂອງ
ເຂົາເຈົ້າ ໃນການເອົາອາຫານໃຫ້ຄົນຢູ່ໃນເຂດໄພພິບັດ ເຊັ່ນເກາະ ເປີໂຕ ຣີໂກ ຫຼັງ
ຈາກພາຍຸເຮີຣິເຄນໄດ້ທຳລາຍດິນແດນ ສະຫະລັດ ໃນປີ 2017 ນັ້ນ, ໄດ້ເບີດຮ້ານ
ຕູບຜ້າຂຶ້ນ ໃນວັນພຸດມື້ນີ້ ໃນນະຄອນຫຼວງ ວໍຊິງຕັນ ເພື່ອມອບອາຫານໃຫ້ບັນດາພະ
ນັກງານລັດຖະບານກາງ.
ສະຖານທີ່ແມ່ນຕັ້ງຢູ່ຖະໜົນ ເພັນຊິລເວເນຍ, ປະມານເຄິ່ງທາງລະຫວ່າງຫໍລັດຖະສະ
ພາ ແຄັບປິຕອລ ແລະ ທຳນຽບຂາວ, ແລະ ຜູ້ກໍ່ຕັ້ງຂອງກຸ່ມດັ່ງກ່າວ, ພໍ່ຄົວ ໂຮເຊ
ແອນເດຣັສ, ໄດ້ກ່າວວ່າ ສະຖານທີ່ດັ່ງກ່າວ ແມ່ນສັນຍາລັກຂອງຄວາມຕ້ອງການໃຫ້
ຄົນ ອາເມຣິກັນ ມາລວມຕົວກັນ.
ທ່ານ ແອນເດຣັສ ໄດ້ກ່າວໃນວິດີໂອທີ່ປະກາດກ່ຽວກັບໂຄງການດັ່ງກ່າວໃນທວິດເຕີ
ວ່າ “ພວກເຮົາຈະເປີດໃຫ້ຄອບຄົວພະນັກງານລັດຖະບານທຸກຄົນທີ່ຕ້ອງການອາ
ຫານ. ພວກເຮົາມີອາຫານໃຫ້ທ່ານກິນ ຫຼື ອາຫານເພື່ອນຳກັບບ້ານ. ແຕ່ພ້ອມກັນນັ້ນ
ຂ້າພະເຈົ້າຫວັງວ່າມັນເປັນການຮຽກຮ້ອງເພື່ອດຳເນີນການ ສຳລັບບັນດາສະມາຊິກ
ສະພາສູງ ແລະ ສະພາຕ່ຳຂອງພວກເຮົາ ແລະ ໂດຍສະເພາະ ປະທານາທິບໍດີ ທຣຳ,
ເພື່ອຮັບປະກັນວ່າ ພວກເຮົາຈະຢຸດຊ່ວງເວລາໃນປະຫວັດສາດຂອງ ອາເມຣິກາ ເຊິ່ງ
ຫຼາຍຄອບຄົວ ແມ່ນໃກ້ຈະອຶດຫິວແລ້ວ.”