ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ທຣຳ ຈະລົງນາມ ໃນດຳລັດຝ່າຍບໍລິຫານ ທີ່ສະເໜີໃຫ້ປະຕິຮູບ ຕຳຫຼວດ ໃນບາງສ່ວນ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມໂຕະມົນ ກ່ຽວກັບ ພວກຄົນເຖົ້າຄົນແກ່ຂອງອາເມຣິກາ, ໃນຫ້ອງປະຊຸມຄະນະລັດຖະບານຂອງທຳນຽບຂາວ, ວັນຈັນ ທີ 15 ມິຖຸນາ 2020, ໃນນະຄອນຫຼວງວໍຊິງຕັນ. (AP Photo/Evan Vucci)
ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມໂຕະມົນ ກ່ຽວກັບ ພວກຄົນເຖົ້າຄົນແກ່ຂອງອາເມຣິກາ, ໃນຫ້ອງປະຊຸມຄະນະລັດຖະບານຂອງທຳນຽບຂາວ, ວັນຈັນ ທີ 15 ມິຖຸນາ 2020, ໃນນະຄອນຫຼວງວໍຊິງຕັນ. (AP Photo/Evan Vucci)

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ມີກຳນົດທີ່ຈະລົງນາມໃນດຳລັດຝ່າຍບໍລິຫານ ໃນວັນອັງຄານມື້ນີ້ ກ່ຽວກັບການປະຕິຮູບຕຳຫຼວດໃນບາງສ່ວນ ທີ່ເປັນເປົ້າໝາຍ ຊຶ່ງເຈົ້າໜ້າທີ່ອະວຸໂສໃນຄະນະລັດຖະບານ ໄດ້ກ່າວວ່າ ເປັນ “ການລົງທຶນຫຼາຍຂຶ້ນ ແລະສົ່ງເສີມລະບຽບການທີ່ມີປະສິດທິພາບ.”

ຢູ່ທີ່ກອງປະຊຸມຖະແຫລງຂ່າວ ຕໍ່ບັນດານັກຂ່າວໃນວັນຈັນວານນີ້ ກ່ອນໜ້າການລົງນາມ ເຈົ້າໜ້າທີ່ອະວຸໂສທ່ານນີ້ໄດ້ກ່າວວ່າ ວັກທີ່ສຳຄັນຈະເປັນການສ້າງຕັ້ງ ອົງການທີ່ໄດ້ຮັບການຢັ້ງຢືນ ເພື່ອໃຫ້ການຝຶກແອບບັນດາເຈົ້າໜ້າທີ່ຕຳຫຼວດໃນ ດ້ານເຕັກນິກວິທີການຫລຸດຜ່ອນສະຖານະການ ແລະການໃຊ້ກຳລັງທີ່ເປັນມາດ ຕະຖານ.

ເຈົ້າໜ້າທີ່ທ່ານນີ້ ໄດ້ເວົ້າວ່າ “ພວກເຮົາກຳລັງໃຊ້ຄວາມສາມາດຂອງພວກເຮົາໃຫ້ເປັນປະໂຫຍດ ເພື່ອດຳເນີນການພິຈາລະນາໃຫ້ທຶນ ແລະກຳນົດບູລິມະສິດກົມຕຳຫຼວດທັງຫຼາຍເຫຼົ່ານັ້ນ ທີ່ຈະຕ້ອງໃຊ້ເວລາໃນການເຮັດໃຫ້ມີຄວາມເຊື່ອຖືໄດ້.”

ໃນອີກພາກສ່ວນນຶ່ງ ຄວນຈະຊຸກຍູ້ໃຫ້ຈັດຕັ້ງ ອັນທີ່ເອີ້ນວ່າ ການບໍລິການທີ່ມີສ່ວນຮ່ວມນຳກັນ ທີ່ເປັນລະບົບ ຊຶ່ງພວກເຈົ້າໜ້າທີ່ຕຳຫຼວດ ຈະຈັດເປັນຄູ່ກັບພວກພະນັກງານສັງຄົມສົງເຄາະ ເມື່ອຮັບມືກັບສະຖານະການທີ່ບໍ່ຮຸນແຮງໂດຍສະເພາະແລ້ວ ທີ່ກ່ຽວຂ້ອງກັບເລື້ອງບັນຫາສຸຂະພາບທາງຈິດ ແລະບັນຫາການຕິດຢາ.

ການປະຕິຮູບໃນຫຼາຍໆດ້ານ ຕໍ່ບົດບາດໜ້າທີ່ຂອງຕຳຫຼວດໃນທົ່ວປະເທດແມ່ນ ກຳລັງຢູ່ພາຍໃຕ້ການພິຈາລະນາໃນລັດຖະສະພາ.

ຄະນະກຳມະການດ້ານຕຸລາການຂອງສະພາສູງ ຈັດກອງປະຊຸມພິຈາລະນາຮັບຟັງຄຳໃຫ້ການ ກ່ຽວກັບບັນຫາດັ່ງກ່າວ ໃນວັນອັງຄານາມື້ນີ້ ໂດຍການມາໃຫ້ປາກຄຳຈາກພວກເຈົ້າໜ້າທີ່ຕຳຫຼວດ ແລະພວກເຈົ້າໜ້າທີ່ສິດທິພົນລະເມືອງ.

ສະພາສູງ ພວມຮ່າງຂໍ້ສະເໜີຊຸດນຶ່ງ ຊຶ່ງປະກອບດ້ວຍ ການຫ້າມໃຊ້ວິທີຫັດຄໍໃດໆ ແລະ ເພີ້ມການນຳໃຊ້ກ້ອງຕິດໂຕຕຳຫຼວດ.

ທ່ານມິດຈ໌ ເມັກຄອນແນລ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງສັງກັດພັກຣີພັບບລີກັນ ໄດ້ເອີ້ນຮ່າງກົດໝາຍນີ້ວ່າ “ຂໍ້ສະເໜີທີ່ສຳຄັນ ເພື່ອປະຕິຮູບຕຳຫຼວດ.”

ສ່ວນຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານຊັກ ຊູເມີ ໄດ້ກ່າວວ່າ ພັກຣີພັບບລີກັນ ບໍ່ໄດ້ເຮັດຫຼາຍພຽງພໍ ແລະວ່າ “ດຽວນີ້ ເປັນເວລາທີ່ຈະຫາທາງທີ່ໜັກແໜ້ນແລະການປ່ຽນແປງໃນລະດັບທີ່ກວ້າງຂວາງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG