ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ສັ່ງໃຫ້ຟື້ນຟູ ໂຄງການສຳຫຼວດ ອະວະກາດ ທີ່ມີມະນຸດ ຂອງ ສຫລ


ປະທານາທິບໍດີ ດໍໂນລ ທຣໍາ ເຊັນນະໂຍບາຍ ແນະນຳສົ່ງ ພວກນັກບິນອະວະກາດ ກັບຄືນສູ່ດວງຈັນ.
ປະທານາທິບໍດີ ດໍໂນລ ທຣໍາ ເຊັນນະໂຍບາຍ ແນະນຳສົ່ງ ພວກນັກບິນອະວະກາດ ກັບຄືນສູ່ດວງຈັນ.

ໂດຍໃຫ້ຄຳໝັ້ນສັນຍາ​ວ່າ "ອາ​ເມຣິກາ ​ອີກ​ຄັ້ງ​ນຶ່ງ ​ຈະ​ໄປ​ຍັງດວງຈັນ" ປ​ະທາ ນາ​ທິບໍດີ
ດໍໂນລ ທຣໍາ ​ໃນວັນ​ຈັນ​ວານ​ນີ້ ​ໄດ້​ສັ່ງ​ໃຫ້​ອົງກາ​ນ ການບິນແລະອະ ວະກາດ​ແຫ່ງ​ຊາດ
ຫຼື ນາຊາ ຟື້ນຟູ​ຄືນ​ໂຄງການສຳ​ຫລວດ ທີ່​ໄດ້ໂຈະໃນ​ປີ 2011.

ປະ​ທາ​ນາ​ທິບໍດີ​ທຣໍາກ່າວ​ວ່າ “ນີ້​ເປັນ​ຂີດ​ໝາຍ​ຂອງບາດກ້າວ​ທີ່​ສຳຄັນ ໃນການ​ກັບ​ຄືນ​
ຂອງ​ພວກ​ນັກ​ບິນອະວະກາດ​ອາເມຣິກັນ ​ໄປ​ຍັງດວງຈັນເ​ປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 1972 ເປັນຕົ້ນມາ​ເພື່ອ​ທຳ​ການ​ສຳ​ຫລວດແລະນຳໃຊ້ໄລຍະຍາວ. ​ ​ເທື່ອ​ນີ້ ພວກ​ເຮົາຈະບໍ່​ພຽງ
ແຕ່​ປັກ​ທຸງ ​ແລະ​ປະ​ຮອຍ​ຕີນ​ພວກ​ເຮົາ​ໄວ້ ພວກ​ເຮົາ​ຈະ​ສ້າງ​ຕັ້ງ​ພື້ນຖານຊຶ່ງ​ໃນ​ທີ່​ສຸດແມ່ນ
ສຳລັບການ​ປະຕິບັດ​ງານ​ໄປຍັງ​ດາວ​ພະ​ອັງ ຄານ. ​ແລະ​ບາງ​ທີ ໃນມື້​ໃດ​ມື້​ນຶ່ງ ແມ່ນ​ໄປ​ຫາ
​ໂລກ​ອື່ນໆ ທີ່ໄກອອກໄປ.”

ຫ້ອມ​ລ້ອມ​ໂດຍ​ບັນດາ​ນັກບິນ​ອະວະກາດ​ຫລາຍໆ​ຄົນ ແລະ​ອະດີດ​ນັກບິນ​ອະວະກາດ
​ຢູ່​ໃນ​ພິທີ ທີ່​ທຳນຽບຂາວ ປະທານາທິບໍດີ​ທຣໍາ ​ໄດ້​ກ່າວ​ຄືນ​ເຖິງ ​ທ່ານນີລ ອາມ​ສະຕຣອງ
ຜູ້​ທີ່​ມີ​ຊື່​ສຽງ ຊຶ່ງໄດ້​ກ່າວ​ວ່າ "ນັ້ນ​ແມ່ນ​ບາດກ້າວ​ນ້ອຍ​ໆ​ນຶ່ງ​ຂອງ ມະນຸດທີ່​ເປັນການກ້າວ
ກະໂດດ​ອັນ​ໃຫຍ່​ສຳລັບມະນຸດຊາດ" ​ເວລາ​ທ່ານ​ໄດ້ກ້າວ ​ຕີນ​ລົງ​ສູ່​ໜ້າ​ດວງ​ຈັນ​ໃນ​ປີ
1969.

ປະທານາທິບໍດີ​ທຣໍາ​ໄດ້​ປະ​ກາດ​ວ່າ “ນີ້​ເປັນ​ບາດກ້າວ​ທີ່​ໃຫຍ່​ຫລວງ​ໄປ​ສູ່​ການຊຸກ ຍູ້ໃນ​
ອານາ​ຄົດແລະ​ທວງ​ເອົາ​ຄວາມ​ພາກ​ພູມ​ໃຈຈຸດໝາຍຂອງ​ອາ​ເມຣິກາ​ຄືນ​ໃໝ່ ຢູ່ໃນ
​ອະວະກາດ.”

ຮວມ​ຢູ່​ໃນ​ບັນດາ​ຜູ້​ເຂົ້າຮ່ວມໃນພິທີນີ້ ກໍມີ 2 ໃນຈຳນວນມະນຸດອະ​ວະ​ກາດທັງໝົດ 12

ທ່ານ ​ທີ່​ໄດ້ເຄີຍ​ຍ່າງ​ຢູ່​ເທິງດວງ​ຈັນ​ແບບທີ່​ບໍ່​ມີ​ມາ​ກ່ອນ ທ່ານ​ເອດ​ວີນ “ບາສ” ອາລດຣິນ
ຜູ້​ທີ່​ໄດ້​ຢຽບ​ໜ້າ​ດວງ​ຈັນ​ຫລັງ​ຈາກການຢຽບ​ຄັ້ງ​ປະ​ຫັວດສາດ​ຂອງ​ທ່ານ​ອາມ​ສະ​ຕຣອງ
ໜ້ອຍ​ນຶ່ງ ​ແລະ​ທ່ານ​ແຮຣີ​ສັນ “​ແຈັກ” ​ສະ​ມິ​ຕ ຜູ້​ທີ່​ໄດ້​ຍ່າງ ​ໃນ​ນາມ​ສະມາຊິກ​ຂອງຍານ
ອະວະກາດອາປອລໂລ ທີ 17 ຊຶ່ງເປັນການ​ປະຕິ​ບັດ​ງານ​ຂອງມະ​ມຸດ​ເທື່ອ​ສຸດ​ທ້າຍ​ໃນ​
ປີ 1972.

ປະທານາທິບໍດີທຣໍາ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ​ພິທີລົງນາມດັ່ງກ່າວ ໄດ້ມີຂຶ້ນ​ກົງ​ກັບ ວັນຄົບ
ຮອບ 45 ປີ​ ຫລັງ​ຈາກ​ທ່ານ​ສະມິຕ​ໄດ້​ຍ່າງ​ຢູ່ເທິງດວງຈັນກັບ​ຜູ້​ບັນຊາ​ການ​ອາປອລໂລ
ທີ 17 ທ່ານ​ຢູຈີນ ​ເຊີ​ນານ.

ທ່ານ​ເດ​ວິດ ​ຄຣິງ ຫົວໜ້າ​ສະຖາບັນດວງຈັນ ​ແລະລະບົບດາຣາສາດ ​ຢູ່​ມະຫາວິທະຍາ
​ໄລການ​ຄົ້ນ​ຄວ້າຂອງສະມາຄົມອະວະກາດ ກ່າວ​ວ່າ ການ​ສົ່ງ​ຍານທີ່​ບໍ່​ມີ​ຄົນ​ຂັບ​ເທື່ອ​ທຳ​ອິດໄປຍັງດວງຈັນ ​ທີ່​ຈະ​ກັບ​ຄືນ​ໄປ​ດວງຈັນອາດ​ຈະມີ​ຂຶ້ນ​ພາຍ​ໃນ​ເວລາບໍ່ຮອດນຶ່ງປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG